ປັ່ນນໍ້າອ້ອຍຂາຍ ເຮັດໃຫ້ຄອບຄົວມີຢູ່ມີກິນ

ປັ່ນນໍ້າອ້ອຍຂາຍ ເຮັດໃຫ້ຄອບຄົວມີຢູ່ມີກິນ
ໂດຍ: ວັນເພັງ
ການປະກອບອາຊີບໃດກໍຕາມຖ້າມີຄວາມດຸໝັ້ນ, ອົດທົນ, ປະຢັດ, ຊື່ສັດ ກໍຈະເຮັດໃຫ້ຕົນເອງ, ຄອບຄົວມີຢູ່ມີກິນ ແລະ ຍັງມີເງິນເກັບເງິນທ້ອນໄວ້ເພື່ອໃຊ້ຈ່າຍໃນຍາມຈຳເປັນ, ດັ່ງຄອບຄົວ ແມ່ຕູ້ນຸດ ພັນວິໄລ ເຮັດອາຊີບຄ້າຂາຍປັ່ນນໍ້າອ້ອຍຂາຍເຮັດໃຫ້ຄອບຄົວມີຢູ່ມີກິນ.
ແມ່ຕູ້ນຸດ ພັນວິໄລ  ອາຍຸ59 ປີ ເຮັດອາຊີບຄ້າຂາຍປັ່ນນໍ້າອ້ອຍຂາຍຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນຜ່ານມາວ່າ: ຕົນເອງໄດ້ຢຶດຖືອາຊີບ ປັ່ນນໍ້າອ້ອຍຂາຍມາໄດ້ຫຼາຍປີແລ້ວ, ເບື້ອງຕົ້ນໄດ້ຊື້ຈັກເຄື່ອງປັ່ນນໍ້າອ້ອຍ 1 ເຄື່ອງ ເພື່ອນໍາມາປັ່ນນໍ້າອ້ອຍຂາຍ ຊຶ່ງປັ່ນຂາຍໄດ້ພຽງ 3 ປີແລ້ວຕົນເອງໄດ້ຢຸດ ຊຶ່ງເປັນເວລາ 5 ປີ ຍ້ອນມີບັນຫາດ້ານສຸຂະພາບ. ມາຮອດຕົ້ນປີ 2024 ສຸຂະພາບກັບມາແຂງແຮງດີຈຶ່ງໄດ້ເລີ່ມຕົ້ນປັ່ນນໍ້າອ້ອຍຂາຍອີກ ເຫັນວ່າປັດຈຸບັນບວກກັບອາກາດຮ້ອນຫຼາຍ ເຮັດໃຫ້ການປັ່ນນໍ້າອ້ອຍຂາຍແມ່ນໄດ້ຂາຍດີເປັນພິເສດ ຍັງໄດ້ກຳໄລດີຊຶ່ງອ້ອຍທີ່ນໍາມາປັ່ນແມ່ນຊື້ຈາກພໍ່ຄ້າ-ແມ່ຄ້າພາຍນອກນໍາມາສົ່ງໃຫ້ ມື້ໜຶ່ງ 4-5 ມັດໃຫຍ່ໃນລາຄາ 90.000 ກີບ ຫາ 130.000 ກີບຂຶ້ນກັບອ້ອຍງາມ. ພ້ອມນັ້ນ, ກໍໄດ້ລົງທຶນຊື້ຈອກຂະໜາດ 12 ອອນ ແລະ 18 ອອນ, ທໍ່ດູດ, ນໍ້າກ້ອນ ລວມແລ້ວລົງທຶນພຽງ 7-8 ແສນກີບເທົ່ານັ້ນ ກໍສາມາດປັ່ນນໍ້າອ້ອຍຂາຍໄດ້ແລ້ວ. 
ແມ່ຕູ້ນຸດ ພັນວິໄລ ໃຫ້ຮູ້ຕື່ມວ່າ: ການປັນນໍ້າອ້ອຍຂາຍແມ່ນໄລຍະເດືອນມັງກອນ ຫາເດືອນພຶດສະພາ ເພາະໄລຍະນີ້ອາກາດຮ້ອນ ແມ່ນໄດ້ຂາຍດີ ເຮັດໃຫ້ແຕ່ລະມື້ໄດ້ຂາຍຮອດ 100-150 ຈອກ ເມື່ອຫັກຕົ້ນທຶນອອກແລ້ວ ໄດ້ກໍາໄລມື້ລະ 3-4 ແສນກີບ. ສ່ວນລາຄາຂາຍນໍ້າອ້ອຍບໍ່ແພງ 1 ຈອກພຽງ 10.000 ກີບ ຫາ 15.000 ກີບ, ຖ້າເອົາເປັນລິດ 1 ລິດ/30.000 ກີບ. ສໍາລັບເຕັກນິກການປັ່ນນໍ້າອ້ອຍ ເພື່ອໃຫ້ໄດ້ລົດຊາດແຊບຫວານ, ສະອາດ ກ່ອນອື່ນໄດ້ນໍາເອົາລໍາອ້ອຍໄປຂູດໃຫ້ກ້ຽງງາມ, ບ່ອນໃດອ້ອຍບໍ່ງາມກໍຕັດອອກ ແລ້ວນໍາໄປລ້າງໃຫ້ສະອາດ, ເຊັດດ້ວຍແພສະອາດໃຫ້ແຫ້ງດີຈຶ່ງນໍາໄປຕັດເປັນທ່ອນປັ່ນ ຫຼັງຈາກປັ່ນສຳເລັດ ກໍນໍາໄປຕອງອີກ 2 ຮອບ ເພື່ອໃຫ້ໄດ້ນໍ້າອ້ອຍທີ່ສະອາດ, ບໍ່ບູດໄວ ແລະ ໃໝ່ສົດທຸກມື້.ຮ້ານຕັ້ງຢູ່ແຄມທາງຕິດກັບຮ່ອມ 3 ບ້ານໂພນທອງ ເມືອງໄຊເສດຖາ ນວ ທ່ານໃດໄດ້ກາຍໄປເສັ້ນທາງດັ່ງກ່າວສາມາດແວ່ອູດໜູນເພິ່ນໄດ້ຂາຍທຸກໆມື້.
ແມ່ຕູ້ນຸດພັນວິໄລຍັງໃຫ້ຮູ້ຕື່ມວ່າ: ເລີ່ມແຕ່ເຮັດອາຊີບປັ່ນນໍ້າອ້ອຍຂາຍ ເຮັດໃຫ້ຄອບຄົວມີຢູ່ມີກິນ.ພ້ອມນີ້, ຍັງມີເງິນເກັບເງິນທ້ອນໄວ້ຕື່ມອີກ.ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 138 ປີ ແມ່ຕູ້ນຸດພັນວິໄລ ຍັງໄດ້ອວຍພອນໄຊໃຫ້ພອນແກ່ຊາວຜູ້ອອກແຮງແຮງ ກໍຄືຊົນຊັ້ນກຳມະກອນທຸກທົ່ງໜ້າ ຈົ່ງມີສຸຂະພາບພາລະນາໄມແຂງແຮງ, ຈົ່ງສືບຕໍ່ປະຕິບັດໜ້າທີວຽກງານຮັບຜິດຊອບໃຫ້ສຳເລັດ ແລະ ມີຄວາມກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ