ປາຖະກະຖາ 70 ປີ ຂອງສາຍພົວພັນ ລາວ-ອິນເດຍ

ປາຖະກະຖາ 70 ປີ ຂອງສາຍພົວພັນ ລາວ-ອິນເດຍ

ປາຖະກະຖາ 70 ປີ ຂອງສາຍພົວພັນ ລາວ-ອິນເດຍ
ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍປະຈໍາ ສປປ ລາວ ໄດ້ຈັດປາຖະກະຖາພາຍໃຕ້ຫົວຂໍ້: “70 ປີຂອງສາຍພົວພັນ ລາວ - ອິນເດຍ: ຈາກຄູ່ຮ່ວມພັດທະນາສູ່ການເປັນຄູ່ຮ່ວມມືຮອບດ້ານ ຂຶ້ນໃນວັນທີ 28 ສິງຫານີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ.
ປາຖະກະຖາ 70 ປ ຂອງສາຍພວພນ ລາວ-ອນເດຍ - image 1
 

 

ການຈັດປາຖະກະຖາໃນຄັ້ງນີ້ແມ່ນເປັນໜຶ່ງໃນກິດຈະກໍາເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອິນເດຍ ຄົບຮອບ 70 ປີ (2/2/1956-2/2/2026) ແລະ ເນື່ອງໃນໂອກາດທີ່ ທ່ານ Shri Pabitra Margherita ຮອງລັດຖະມົນຕີກະຊວງຕ່າງປະເທດ ອິນເດຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໂດຍມີບັນດາຜູ້ເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະເເດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນສອງປະເທດທີ່ມີມູນເຊື້ອອັນຍາວນານ ບົນພື້ນຖານການຮ່ວມມື ແລະ ມິດຕະພາບອັນດີງາມ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກທ່ານ Shri Pabitra Margherita ຮອງລັດຖະມົນຕີຕ່າງປະເທດອິນເດຍ, ໂດຍທ່ານໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືຂອງສອງຝ່າຍຕະຫຼອດໄລຍະ 70 ປີຜ່ານມາ, ໂດຍເປັນການພົວພັນແບບມິດຕະພາບ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຊຶ່ງມັນໄດ້ສະແດງອອກໃນບັນດາຜົນສໍາເລັດ ແລະ ໝາກຜົນຈາກການຮ່ວມມືລະຫວ່າງສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນແມ່ນການພັດທະນາຂີດຄວາມສາມາດຂອງບຸກຄະລາກອນ, ການປົກປັກຮັກສາ ແລະ ສືບຕໍ່ມູນເຊື້ອອັນດີງາມດ້ານວັດທະນະທຳ ແລະ ສາດສະໜາ, ການມີສ່ວນຮ່ວມໃນຂອບການຮ່ວມມືແບບຫຼາຍຝ່າຍໃນພາກພື້ນ ແລະ ສາກົນ ລວມທັງຂອບອາຊຽນ ແລະ ສະຫະປະຊາຊາດ,ໂດຍສະເພາະໃນທ່າມກາງສະພາບການພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ.

ຕະຫຼອດໄລຍະເວລາ 70 ປີຜ່ານມາ, ລາວ ແລະ ອິນເດຍ ໄດ້ສ້າງຕັ້ງ ແລະ ຮັກສາການພົວພັນທາງການທູດ ທີ່ເປັນມູນເຊື້ອຈົນເຖິງປັດຈຸບັນ, ການພົວພັນລະຫວ່າງສອງປະເທດໄດ້ຮັບການເສີມຂະຫຍາຍ, ພັດທະນາຢ່າງຕໍ່ເນື່ອງ ແລະ ເປັນຮູບປະທໍາ. ໃນຕໍ່ໜ້າ, ສອງຝ່າຍໄດ້ສະເເດງຄວາມໝາຍໝັ້ນຮ່ວມກັນໃນການເສີມຂະຫຍາຍການຮ່ວມມືຈາກການເປັນຄູ່ຮ່ວມມືເພື່ອການພັດທະນາສູ່ການເປັນຄູ່ຮ່ວມມືແບບຮອບດ້ານ.

ການປາຖະກະຖາຄັ້ງນີ້ແມ່ນເປັນຂີດໝາຍສໍາຄັນໃນການຕີລາຄາການພົວພັນສອງຝ່າຍໃນໄລະຜ່ານມາກໍຄືທິດທາງການຮ່ວມມືກັນໃນຕໍ່ໜ້າ ຊຶ່ງເປັນການປະກອບສ່ວນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ- ອິນເດຍ ຄົບຮອບ 70 ປີ ແລະ ເປັນຂໍ້ມູນຂ່າວສານທີ່ເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງໄດ້ເປັນຢ່າງດີ.

(ຂ່າວ: ສະຖາບັນການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ອີງຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020; ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.
ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ເພີ່ມເຕີມ