ປາຖະກະຖາ ຫົວຂໍ້ສະເພາະຈາກຄະນະຊ່ຽວຊານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ

ປາຖະກະຖາ ຫົວຂໍ້ສະເພາະຈາກຄະນະຊ່ຽວຊານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ
ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາ ຫົວຂໍ້ສະເພາະຈາກຄະນະຊ່ຽວຊານ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ປະຈຳປີ 2023 ຂຶ້ນໃນວັນທີ 21 ພະຈິກ ນີ້ທີ່ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໂດຍການເປັນປະທານ ຂອງ ສະຫາຍ ຫຼິວ ຊວນສີ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານ ນະຄອນປາຍເຊີ້ ເຂດກວາງຊີ, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກຮອງຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າອົງການ ຂອງພັກອ້ອມຂ້າງຫຼັກ6, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ຂອງບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ເນື່ອງໃນໂອກາດທີ່ຄະນະຊ່ຽວຊານ ຈາກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ສະນັ້ນ; ຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຈຶ່ງໄດ້ຮ່ວມກັນຈັດກອງປະຊຸມ ປາຖະກະຖາໃນຫົວຂໍ້: ສະເພາະຈາກຄະນະຊ່ຽວຊານ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ຂຶ້ນ ຊຶ່ງຄະນະຊ່ຽວຊານເຜົ່າຈ້ວງກວາງຊີ ເດີນທາງແຕ່ນະຄອນໜານໜິງ ສປ ຈີນ ມາ ສປປ ລາວ ໃນວັນທີ 20 ພະຈິກ 2023, ໃນຕອນເຊົ້າວັນທີ 21 ພະຈິກ ໄດ້ມາປະຖະກະຖາ ຢູ່ ຄອສພ  ແລະ ວັນທີ 22 ພະຈິກ ຄະນະຊ່ຽວຊານດັ່ງກ່າວຈະໄດ້ເຂົ້າພົບປະສະຫາຍ ທອງຈັນ ໂຂງພູມຄຳ ຄະນະປະຈຳພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ຄະນະຊ່ຽວຊານກວາງຊີຍັງຈະໄປທັດສະນະສຶກສາ ຢູ່ປະຕູໄຊ ແລະ ເດີນທາງໄປແຂວງຫຼວງພະບາງ, ໃນວັນທີ 23 ພະຈິກເຂົ້າພົບປະການນຳ ຂອງແຂວງຫຼວງພະບາງ, ເດີນທາງແຕ່ຫຼວງພະບາງ ມານະຄອນຫຼວງວຽງຈັນ ແລະ ຢ້ຽມຊົມບຸນພະທາດຫຼວງ, ໃນວັນທີ 24 ພະຈິກ ແລ້ວໄປທັດສະນະສຶກສາຫໍພະແກ້ວ, ຕອນແລງຂອງວັນດຽວກັນ ຄະນະຊ່ຽວຊານກວາງຊີ ເດີນທາງກັບນະຄອນໜານໜິ່ງ ສປ ຈີນ.
ສະຫາຍ ຫຼິວ ຊວນສີ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານ ນະຄອນປາຍເຊີ້ ເຂດກວາງຊີ ໄດ້ປາຖະກະຖາຫົວຂໍ້ທີ1: ການກໍ່ສ້າງ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ແບບແຜນ ຂອງພັກກອມມູນິດຈີນແລະ ຕອນແລງ ຂອງວັນດຽວກັນນີ້ ປາຖະກະຖາຫົວຂໍ້ທີ2: ການຫັນເປັນສີຂຽວແບບກ້າວກະໂດດ, ການປະຕິຮູບອຸດສາຫະກຳ ເປັນທັນສະໄໝ ແລະ ການພັດທະນາດ້ວຍຄຸນນະພາບສູງຂອງຈີນ. ປາຖະກະຖາໂດຍ ສະຫາຍ ຢາງ ເຜິງ ຫົວໜ້າຫ້ອງການເສດຖະກິດອຸດສາຫະກຳ, ທັງເປັນຫົວໜ້າສະຖາບັນຍຸດທະສາດ ແລະ ພັດທະນາເສດຖະກິດ, ສະຖາບັນວິທະຍາສາດສັງຄົມ ກວາງຊີ ສປ ຈີນ ຊຶ່ງຮູ້ນຳກັນແລ້ວວ່າ ລາວ-ຈີນ ເປັນປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນຕິດຈອດກັນ, ປະຊາຊົນສອງຊາດມີການພົວພັນມິດຕະພາບ ມາແຕ່ບູຮານນະການ, ມີມູນເຊື້ອສາມັກຄີຮັກແພງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພັກ-ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນປະເທດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາປະເທດຊາດ ໃນໄລຍະປັດຈຸບັນ. ການພົວພັນຮ່ວມມືລາວ-ຈີນ ຈາກສາຍພົວພັນທີ່ເປັນມູນເຊື້ອ ໄດ້ຮັບການເສີມຂະຫຍາຍການພົວພັນຮ່ວມມືຮອບດ້ານ ບົນພື້ນຖານຄວາມສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຕາມທິດ 4 ດີ “ ເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ” ນັບແຕ່ສູນກາງລົງຮອດທ້ອງຖິ່ນ. 
(ຂ່າວ-ພາບ: ພັດ ລໍວັນໄຊ)

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I“ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”)ແຕ່ວັນທີ 7-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ ( 13/8/1950-13/8/2026) ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ ແລະ ສໍາມະນາສາກົນ ຢູ່ ສ ກູບາ ແຕ່ວັນທີ 4-12 ສິງຫາ 2026.
ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ໃນວັນທີ 11 ສິງຫານີ້ ທີ່ໂຮງເເຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ(1/8/2010-1/8/2026), ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ ແລະ ມີບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານລັດຖະບານ ແລະ ນັກສຶກສາເຂົ້າຮ່ວມ ຈຳນວນ 200 ຄົນ.
ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 12 ສິງຫາ ນີ້ ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ ຜ່ານມາ.
ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ສະຖານທູດຈີນ, ກູບາ, ອິນໂດເນເຊຍ, ຣັດເຊຍ, ຮົງກາລີ, ຕວັກກີ, ການາດາ, ມຽນມາ, ເຢຍລະມັນ, ມົງໂກລີ, ຕີມໍ, ຟີລິບປິນ, ອາເມຣິກາ, ຝຣັ່ງ, ອົສຕຣາລີ, ສປປ ເກົາຫຼີ, ສະວິດເຊີແລນ, ບຣູໄນ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ສິງກະໂປ, ລຸກຊຳບວກ, ອິນເດຍ, ສະມາຄົມມິດຕະພາບມຽນມາ-ລາວ, ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ, ຫ້ອງການສະ ຫະປະຊາຊາດປະຈຳລາວ, ທະນາຄານໂລກ ໄດ້ມາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ; ນອກຈາກນີ້, ສະຖານເອກອັກຄະຣາຊາທູດ ແຫ່ງ ຣາສະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ນຳເອົາ ພວງມາລາ ພະຣາສະທານສົມເດັດພະກະນິດຖາຣາດເຈົ້າກົມສົມເດັດພະເທບພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດສະກຸມມາຣີ, ພວງມາລາຂອງ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາສະອານາຈັກໄທ, ກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມໄທ-ລາວເພື່ອມິດຕະພາບ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ ແລະ ຫົວໜ່ວຍທຸລະກິດ ແລະ ປະຊາຊົນຂັ້ນຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະ​ຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳໃນເວ​ລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026, ຖືເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຕໍ່ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຝາກຄວາມອາໄລຮັກ ແລະ ໂສກເສ້າເສຍດາຍຢ່າງສຸດຊຶ້ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ອີກດ້ວຍ.
ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງຈາກກຳປູເຈຍ ນຳພາໂດຍ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ເພີ່ມເຕີມ