ປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ
ຫ້ອງການແນວລາວສ້າງຊາດ ແລະ ຫ້ອງການສະຫະພັນນັກຮົບເກົ່າ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ (13 ສິງຫາ 1950–13 ສິງຫາ 2023 ) ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 21 ປີ (9 ກັນຍາ 2002–9 ກັນຍາ 2023) ຂຶ້ນເມື່ອດົນມານີ້ ທີ່ສະໂມສອນຂອງເມືອງເລົ່າງາມ ໂດຍການເຂົ້າຮ່ວມຂອງ ທ່ານ ພິດສະໄໝ ແກ້ວວົງສັກ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ - ແນວຄິດ, ທ່ານ ຄໍາພຽນ ຟອງມະລີ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງເລົ່າງາມ, ທ່ານ ພັທ. ຄໍາພອງ ຄໍາພູມີ ປະທານສະຫະພັນນັກຮົບເກົ່າເມືອງ. ມີພະນັກງານອາວຸໂສບໍານານ, ພະນັກງານ - ລັດຖະກອນ, ທະຫານ - ຕໍາຫຼວດ, ອໍານາດການປົກຄອງບ້ານ 8 ບ້ານ ເຂົ້າຮ່ວມ.
    ໃນໂອກາດນີ້, ທ່ານ ຄໍາພຽນ ຟອງມະລີ ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນສ້າງຕັ້ງແນວລາວສ້າງຊາດ ຊຶ່ງໄດ້ຍົກໃຫ້ເຫັນເຖິງການກໍາເນີດ, ການເຕີບໃຫຍ່ຂະຫຍາຍ ຕົວຂອງອົງການແນວລາວສ້າງຊາດມາແຕ່ລະໄລຍະ ຊຶ່ງມີຫຼາຍຊົນເຜົ່າຢູ່ຮວມກັນ, ມີມູນເຊື້ອສາມັກຄີຮັກແພງກັນ, ຮັກຊາດແພງເຊື້ອ ແລະ ຮັກບ້ານເກີດເມືອງນອນ ມີວັດທະນະທໍາທີ່ເປັນເອກະລັກຂອງຊາດ, ຂອງເຜົ່າ, ມີມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນທີ່ອົງອາດກ້າຫານ, ບໍ່ຍອມເປັນຂ້ອຍຂ້າໃຫ້ພວກຈັກກະພັດລ່າເມືອງຂຶ້ນ. ພາຍຫຼັງພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1930 ພັກໄດ້ເຫັນແຈ້ງເຖິງບົດບາດຂອງອົງການແນວລາວສ້າງຊາດ ເພື່ອນໍາພາມະຫາຊົນດໍາເນີນການປະຕິວັດຊາດ ປະຊາທິປະໄຕ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະແຄ້ວນລາວ ໄດ້ປຸກລະດົມປະຊາຊົນບັນດາເຜົ່າ ລຸກຂຶ້ນຕໍ່ສູ້ ແລະ ຢຶດອໍານາດໃນວັນທີ 23 ສິງຫາ ປີ 1945 ແລະ ປະກາດເອກະລາດ ໃນວັນ 12 ຕຸລາ 1945 ໂດຍປະຕິບັດນະໂຍບາຍ 3 ບາດຄ້ອນຍຸດທະສາດ ໃນການລຸກຮືຂຶ້ນຢຶດອໍານາດການປົກຄອງໃນທົ່ວປະເທດແບບ  ບົວບໍ່ໃຫ້ຊໍ້ານໍ້າບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ທຸກໂຕ  ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.
    ທ່ານ ພັທ ຄໍາພອງ ຄໍາພູມີ ໄດ້ຍົກໃຫ້ເຫັນ ເຖິງມູນເຊື້ອການຕໍ່ສູ້ກູ້ຊາດ ທີ່ອົງອາດກ້າຫານບໍ່ຍອມຈໍານົນຂອງວິລະບູລຸດຂອງຊາດລາວ ທີ່ໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດ ໃນການຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານ ທີ່ເຮັດໃຫ້ປະຊາຊົນລາວຕົກທຸກໄດ້ຍາກ ປະເທດຊາດສູນເສຍຄວາມເປັນເອກລາດ ແລະ ຜືນແຜ່ນດິນທີ່ອຸດົມຮັ່ງມີ ຕົກເປັນຫົວເມືອງຂຶ້ນຂອງຊາດອື່ນ ພວກເຂົາໄດ້ກົດຂີ່ຂູດຮີດປະຊາຊົນລາວຢ່າງໜັກໜ່ວງ. ພາຍຫຼັງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຕາມການຕົກລົງ ຂອງພັກກອມມູນິດອິນດູຈີນ ພັກໄດ້ວາງແນວທາງ, ນະໂຍບາຍອັນຖືກຕ້ອງຊີ້ນໍາ-ນໍາພາ ປະຊາຊົນລາວທັງຊາດ ເຮັດການປະຕິວັດເພື່ອປົດປ່ອຍເອົາປະເທດຊາດຄືນມາໃຫ້ໄດ້ຢ່າງສົມບູນ.
    ການປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ໃນຄັ້ງນີ້ເພື່ອເຊີືອມຊຶມໃຫ້ ພະນັກງານການນໍາຫຼັກແຫຼງຂອງເມືອງ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ໄດ້ຮັບຮູ້ ເຂົ້າໃຈ ເຖິງມູນເຊື້ອສາມັກຄີຕໍ່ສູ້ ທີ່ອົງອາດກ້າຫານ ຂອງນັກຮົບປະຕິວັດ ວິລະບູລຸດຂອງຊາດລາວ ແລະ ເພື່ອຈາລຶກເຖິງບຸນຄຸນ, ຄຸນງາມຄວາມດີ ຂອງນັກຮົບວິລະຊົນ ທີ່ໄດ້ເສຍສະຫຼະຊີວິດ ເລືອດເນື້ອ ເພື່ອປະເທດຊາດ ແລະ ສືບຕໍ່ເສີ່ມຂະຫຍາຍຮັກສາມູນເຊື້ອອັນດີງາມ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ. 
ຂ່າວ - ພາບ, ພອນໄຊ ແກ້ວມະນີ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ