ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ແລະ ວັນສ້າງຕັ້ງກອງທັບ

ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ແລະ ວັນສ້າງຕັ້ງກອງທັບ

ກະຊວງ ພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຈັດປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ຂຶ້ນໃນວັນທີ 2 ກຸມພາ ນີ້ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານ ແລະ ປາຖະກະຖາ ຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຄະນະປະຈຳພັກ, ຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ສະຖາບັນ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ໂພໄຊ ໄຊຍະສອນ ໄດ້ປາຖະກະຖາໂດຍໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດການເຄື່ອນໄຫວຂອງປະທານ ຄຳໄຕ ສີພັນດອນ ຕັ້ງແຕ່ຊີວິດເຍົາໄວ ຈົນເຖິງການເຂົ້າຮ່ວມຂະບວນເຄື່ອນໄຫວປະຕິວັດ ເພື່ອຕໍ່ສູ້ຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມປີຊາສາມາດ, ຄວາມສະຫຼຽວສະຫຼາດຂອງເພິ່ນ ໃນການຊີ້ນໍາບັນຊາກອງທັບປົດປ່ອຍປະຊາຊົນລາວໃນການຕໍ່ສູ້ກູ້ຊາດທີ່ບໍ່ຍອມຈຳນົນຈົນສາມາດຍາດໄດ້ໄຊຊະນະ ທີ່ສົມບູນ ແລະ ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງຜົນງານອັນດີເລີດ, ຄຸນງາມ ຄວາມດີອັນປະເສີດ ຕະຫຼອດຮອດແບບແຜນການດຳລົງຊີວິດ, ຄວາມດຸໝັ່ນພາກພຽນ, ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນ ຕະຫຼອດ ໄລຍະການຕໍ່ສູ້ກູ້ຊາດ ກໍຄືໃນໄລຍະພາລະກິດປົກປັກຮັກສາ ແລະ ສ້າງສາພັດປະເທດຊາດ ແລະ ໄດ້ຫວນຄືນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຊຶ່ງທ່ານໄດ້ຍົກ ໃຫ້ເຫັນເຖິງປະຫວັດການກຳເນີດຂອງກອງທັບປະຊາຊົນລາວ, ເງື່ອນໄຂ, ສະພາບແວດລ້ອມກ່ອນການສ້າງຕັ້ງ, ຄວາມຈຳເປັນພາວະວິໄສ, ຄວາມໝາຍຄວາມສຳຄັນ ຂອງການສ້າງຕັ້ງກອງທັບປະຊາຊົນລາວ ຜົນງານໄຊຊະນະ,ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດກ້າຫານ ຂອງກອງທັບປະຊາຊົນລາວ, ມູນເຊື້ອຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ມູນເຊື້ອຕໍ່ສູ້ອັນພິລະອາດຫານ, ກ້າແກ່ນ, ໜຽວແໜ້ນ ແລະ ມີໄຫວພິບ; ນໍ້າໃຈດຸໝັ່ນຂະຫຍັນພຽນ, ຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາ ຊົນບັນດາເຜົ່າ, ການພົວພັນຮ່ວມມືພາຍໃນ ແລະ ສາກົນຢ່າງກົມກຽວບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ. 
ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອໃຫ້ສະມາຊິກພັກ, ພະນັກງານທັງໝົດ ຂອງກະຊວງ ພບ ຈົ່ງພ້ອມກັນຕັ້ງໜ້າສຶກສາ ຄົ້ນຄວ້າຮໍ່າຮຽນເອົາຄຸນສົມ ບັດສິນທຳປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ, ຄວາມມານະອົດທົນ, ອຸ່ນອ່ຽນທຸ່ນທ່ຽງ, ມີໄຫວພິບໃນການຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ຕົນຮັບຜິດຊອບເພື່ອອຸທິດຕົນໃຫ້ພາລະກິດປະຕິວັດ, ເພື່ອຊາດ ເພື່ອປະຊາຊົນຂອງ ປະທານ ຄຳໄຕ ສີພັນດອນ ຜູ້ນຳທີ່ແສນເຄົາລົບຮັກເພື່ອມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນປັດຈຸບັນ ແລະ ໃຫ້ພະນັກງານ ສະມາຊິກພັກຮັບຮູ້, ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ທີ່ສະແດງໃຫ້ເຫັນຖິງທາດແທ້ມູນເຊື້ອປະຕິວັດ ແລະ ການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຍຸດຢັ້ງ, ຜົນງານອັນໃຫຍ່ຫຼວງ, ມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບປະຊາຊົນລາວ ກໍຄືຜົນງານອັນໃຫຍ່ຫຼວງຂອງວິລະຊົນລາວ ທີ່ຍາດມາໄດ້ ຕະຫຼອດໄລຍະ 75 ປີ ຜ່ານມາ. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ