ກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາ ວັນສຳຄັນຂອງຊາດ

ປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ

ປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ
ກະຊວງຍຸຕິທຳ ໄດ້ຈັດພິທີປາຖະກະຖາ ວັນສຳຄັນຂອງຊາດເຊັ່ນ: ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ

 

 2024),ວັນຢຶດອຳນາດທົ່ວປະເທດ ຄົບຮອບ 79 ປີ ແລະ 49 ປີ ແລະ ເຜີຍແຜ່ເນື້ອໃນສຳຄັນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ຂຶ້ນໃນວັນທີ 19 ສິງຫານີ້ ທີ່ກະຊວງດັ່ງກ່າວ. ປາຖະກະຖາໂດຍ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕີທຳ,ມີບັນຮອງລັດຖະມົນຕີ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ໄພວີ ສີບົວລິພາ ໄດ້ໃຫ້ຮູ້ວ່າ: ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ຖືກປະກາດໃຊ້ຢ່າງເປັນທາງການ ໂດຍລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ຊຶ່ງເປັນບາດລ້ຽວໃໝ່ໃນການຫັນໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດເຮົາ.ລັດຖະທຳມະນູນ ປີ 1991 ມີ 10 ໝວດ,80 ມາດຕາ; ລັດຖະທຳມະນູນ ປີ 2003 ມີ 11 ໝວດ, 98 ມາດຕາ ແລະ ລັດຖະທຳມະນູນ ປີ2015 ມີ 14 ໝວດ ແລະ 119 ມາດຕາ. ຕະຫຼອດໄລຍະ 33 ປີທີ່ຜ່ານມາ, ລັດເຮົາໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໄດ້ທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ,ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ ແລະ ຂົງເຂດການຕ່າງປະເທດ 5 ສະບັບ. ນີ້ແມ່ນການຂະຫຍາຍຕົວຂອງລັດຖະທຳມະນູນ ຈາກກົດໝາຍແມ່ມາເປັນກົດໝາຍລູກ ເຮັດໃຫ້ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບ, ຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ກາຍເປັນພາຫະນະແຫຼມຄົມປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ ແລະ ນິຕິບຸກຄົນ ກໍຄືປະຊາຊົນລາວບັນດາເຜົ່າ. ຈາກນັ້ນ ທ່ານຍັງໄດ້ປາຖະກະຖາກ່ຽວກັບ ວັນຢຶດອຳນາດທົ່ວປະເທດ ຄົບຮອບ 79 ປີ ແລະ 49 ປີ.

ໃນຕອນທ້າຍຂອງພິທີ ທ່ານ ບຸນທາ ຊົງເຍີທ່າວ ຮອງລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ຂຶ້ນປາຖະກະຖາ ກ່ຽວກັບການເຜີຍແຜ່ເນື້ອໃນສຳຄັນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028.

ໃນການປາຖະກະຖາໃນຄັ້ງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ-ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈ,ເຫັນໄດ້ບົດບາດຄວາມສຳຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ເຂົ້າໃນພຶດຕິກຳຕົວຈິງເພື່ອຮັບໃຊ້ປະເທດຊາດ,ຮັບໃຊ້ປະຊາຊົນ,ເຮັດໃຫ້ສັງຄົມມີຄວາມສະຫງົບສາມັກຄີປອງດອງ,ມີປະຊາທິປະໄຕ,ຍຸຕິທຳ ແລະ ສີວິໄລ.

ຂ່າວ-ຮູບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ມອບເງິນ-ວັດຖຸກວ່າ 400 ລ້ານກີບຊ່ວຍຜູ້ປະສົບໄພນໍ້າຖ້ວມ

ສະມາຄົມນັກທຸລະກິດໜຸ່ມແຂວງຄຳມ່ວນ ສະແດງນໍ້າໃຈຮ່ວມແບ່ງເບົາຄວາມເດືອດຮ້ອນຂອງປະຊາຊົນ ໂດຍມອບເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າລວມກວ່າ 400 ລ້ານກີບ ເພື່ອຊ່ວຍບັນເທົາຄວາມເດືອດຮ້ອນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບໄພນ້ຳຖ້ວມໃນບັນດາເມືອງຂອງແຂວງ.
ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ເປີດຂໍ້ແຂ່ງຂັນປະຈຳປີ 2026

ວັນທີ 25 ກັນຍາຜ່ານມາ, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເປີດຂໍ້ແຂ່ງຂັນປະຈຳປີ 2026 ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກ ການ, ກອງຮ້ອຍທະຫານຊາຍແດນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເມືຶອງບໍ່ແຕນ ສຳເລັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຄະນະໂຄສະນາອົບຮົມເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ I ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງ​ບໍ່​ແຕນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ; ມີທ່ານສົມປະສົງ ໄຊຍະລາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກສຳນັກງານ, ອົງການ, ກົມກອງ ແລະ ຕາແສງພາຍໃນເມືອງ ເຂົ້າຮ່ວມ.
4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ; ສະຫາຍ ນາງ ວັນເພັງ ພັນທະນາໄລ ກຳ ມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດ 8 ເມືອງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ວັນທີ 28 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າ ໂຄງການບຸລິມະສິດ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ພາຍໃນແຂວງຫຼວງພະບາງ, ມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະ ແນກການເງິນແຂວງ, ທ່ານ ຢີ່ ຢ່າງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ ຄັ້ງທີ 5 ສະໄໝທີ Vl

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ຄັ້ງທີ 5 ສະໄໝທີ Vl ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄໍາແພນ ວິລື້ທໍາ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ປິດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ

ວັນທີ 25 ກັນຍາຜ່ານມາ, ທີ່ກອງຮ້ອຍທະຫານຊາຍແດນ 256, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະເພາະພື້ນຖານສືບຂ່າວຊາຍແດນ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະຫ້ອງ, ພະແນກການ ແລະ ນັກຝຶກອົບຮົມ ເຂົ້າຮ່ວມ.
ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍ ກອງທຶນຊົນລະປະທານ

ໃນວັນທີ 24 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນພັດທະນາຊົນລະປະທານຮ່ວມມື ລາວ-ເກົາຫຼີ (ເຂດດົງໝາກຄາຍ), ໄດ້ມີການຈັດກອງປະຊຸມຄະນະຮັບຜິດຊອບສ້າງຮ່າງດໍາລັດ ວ່າດ້ວຍກອງທຶນຊົນລະປະທານ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຄະນະກຳມະການຮັບຜິດຊອບເຂົ້າຮ່ວມ.
ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ເພີ່ມເຕີມ