ປາຖະກະຖາວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ

ປາຖະກະຖາວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ (9 ມັງກອນ 1990-9 ມັງກອນ 2024) ຂຶ້ນໃນວັນທີ 4 ມັງກອນນີ້, ທີ່ອົງການດັ່ງກ່າວ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ອອປສ, ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ຄະນະນໍາສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ບັນດາກົມ ແລະ ຄະນະພະແນກເຂົ້າຮ່ວມ.
ສະຫາຍ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນສະພາບແວດລ້ອມຂອງການສ້າງຕັ້ງ, ການເຕີບໃຫຍ່ຂະ ຫຍາຍຕົວຂອງອົງການໄອຍະການປະຊາຊົນຕະຫຼອດໄລຍະ 34 ປີຜ່ານມາ. ໃນວັນທີ 23 ພະຈິກ 1989 ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນແຫ່ງສປປ ລາວ ສະບັບທຳອິດ ແລະ ປະກາດໃຊ້ໃນວັນທີ 9 ມັງກອນ 1990 ຊຶ່ງໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນຢ່າງເປັນທາງການ. ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນອົງການໄອຍະການປະຊາຊົນໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລັດ ຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ໃນການກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນທຸກກະຊວງ, ຄະນະກຳມະການແຫ່ງລັດ, ສຳນັກງານ, ວິສາຫະກິດ, ອົງການຈັດຕັ້ງອື່ນໆຂອງລັດ-ສັງຄົມ, ຄະນະກຳມະການປົກຄອງທ້ອງຖິ່ນ, ລັດຖະກອນ ແລະ ພົນລະເມືອງລາວ. 
ຕະຫຼອດໄລຍະ 34 ປີຜ່ານມາ, ອົງການໄອຍະການປະຊາຊົນໄດ້ຮັບການປັບປຸງກໍ່ສ້າງເຕີບໃຫຍ່ຂະ ຫຍາຍຕົວນັບມື້ໜັກແໜ້ນເຂັ້ມແຂງ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະ ເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານທີ່ອົງການໄອຍະການປະຊາຊົນຍາດມາໄດ້ໃນຕະຫຼອດໄລຍະຫຼາຍປີຜ່ານ ມາ ເປັນຕົ້ນລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເປັນຢ່າງດີໃນຖັນແຖວພະນັກ ງານໄອຍະການໄດ້ຮັບການກໍ່ສ້າງ-ບຳລຸງ, ຍົກລະດັບທາງດ້ານຄຸນທາດການເມືອງ, ວິຊາສະເພາະ, ມີທັດສະນະຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດ ຮັບໃຊ້ປະຊາຊົນດ້ວຍຄວາມໂປ່ງໃສ, ຍຸຕິທຳ, ປະຕິບັດແນວ ທາງການຕ່າງປະເທດຂອງພັກ ແລະ ລັດຢ່າງເປັນເຈົ້າການ, ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆຢ່າງເປັນເຈົ້າການ, ພັດທະນາວຽກງານໄອຍະການປະຊາຊົນຢ່າງມີປະສິດທິຜົນ, ເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານໄອຍະການປະຊາຊົນ, ເອົາໃຈໃສ່ວຽກງານກໍ່ສ້າງພັກ, ຮັບປະກັນປົກຄອງດ້ວຍກົດໝາຍຢ່າງສັກສິດເຮັດໃຫ້ສັງຄົມມີຄວາມສະຫງົບ, ຍຸຕິທຳ ແລະ ສີວິໄລ. ຈາກນັ້ນ, ສະຫາຍ ບຸນທັນ ບຸນທະວິໄລ ຍັງໄດ້ເຜີຍ ແຜ່ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ສະບັບປີ 2024-2028 ຕື່ມອີກ.
(ຂ່າວ: ວັນເພັງ, ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ