ພິທີປາຖະກະຖາເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 76 ປີ

ປາຖະກະຖາວັນສະຖາປະນາ ສປປ ເກົາຫຼີ ຄົບຮອບ 76 ປີ

ປາຖະກະຖາວັນສະຖາປະນາ ສປປ ເກົາຫຼີ ຄົບຮອບ 76 ປີ
ກະຊວງປ້ອງກັນປະເທດ ແລະ ສະມາຄົມມິດຕະພາບລາວ-ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 76 ປີ

 

(9 ກັນຍາ 1948–9 ກັນຍາ 2024) ໃນວັນທີ 9 ກັນຍານີ້ ທີ່ກະຊວງປ້ອງກັນປະເທດ.

ໃຫ້ກຽດເຂົ້າຮ່ວມໃນພິທີມີ ສະຫາຍ ອາດສະພັງທອງ ສີພັນດອນກຳມະການສູນກາງພັກເຈົ້າຄອງນະຄອນຫຼວງວຽງຈັນປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ພົນຕີ ສອນທອງ ພົມລາວົງຄະນະປະຈຳພັກກະຊວງປ້ອງກັນປະເທດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ວາລະໄຊ ເລັ່ງສະຫວັດກຳມະການຄະນະພັກຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ກັງ ຊາງ ຢອນ (Kang Sung Ryon)ທີ່ປຶກສາທູດ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີບັນດາການນໍາ ແລະ ພະນັກງານຫຼັກແຫຼ່ງ ຈາກກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງທັງ ສປປ ເກົາຫຼີ ແລະ ສປປ ລາວ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ກັງ ຊາງ ຢອນໄດ້ໃຫ້ກຽດຂຶ້ນກ່າວປາຖະກະຖາເຖິງຜົນງານໃນການນໍາພາ ຂອງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ພາຍໃຕ້ການຊີ້ນໍາໆພາຂອງ ສະຫາຍ ກິມ ອິນ ຊຸງຜູ້ນຳທີ່ຍິ່ງໃຫຍ່ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ, ຜູ້ນຳພາ ແສງສະຫວ່າງແນວຄິດຈຸດເຊ ໃນພາລະກິດປະຕິວັດຂອງພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ; ສະຫາຍ ກິມ ເຈີງ ອິນຜູ້ນຳທີ່ຍິ່ງໃຫຍ່ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການປະທານຄະນະກຳມາທິການ ປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ; ໃນປັດຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອູນຜູ້ນຳທີ່ເຄົາລົບຮັກເລຂາທິການໃຫຍ່ພັກແຮງງານເກົາຫຼີປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີຜູ້ບັນຊາການສູງສຸດກຳລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາກໍຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ ສະຫາຍ ທີ່ປຶກສາທູດ ກໍຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ສປປ ເກົາຫຼີໃນໄລຍະຜ່ານມາ.

ພາຍຫຼັງທີ່ ສະຫາຍທີ່ປຶກສາທູດ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ສຳເລັດກ່າວປາຖະກະຖາ, ສະຫາຍ ພັອແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມກຊ ປ້ອງກັນປະເທດໃນນາມຄະນະຈັດຕັ້ງພິທີກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການໃຫ້ກຽດປາຖາກະຖາທີ່ມີເນື້ອໃນສໍາຄັນ ແລະ ມີຄວາມໝາຍເລິກເຊິ່ງຂອງ ສະຫາຍ ທີ່ປຶກສາທູດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມແຂງຂອງພັກແຮງງານເກົາຫຼີ, ອັນມີ ສະຫາຍ ກິມ ເຈິງ ອູນນັ້ນ, ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດສັງຄົມນິຍົມໃຫ້ມີຄວາມມັ່ງຄັ່ງ ແລະ ເຂັ້ມແຂງ.

ໃນພິທີ, ຍັງໄດ້ມີການວາງສະແດງຮູບພາບ, ສາຍວິດີໂອ, ສະແດງສິລະປະ ແລະ ປາຖະກະຖາກ່ຽວກັບຜົນງານມູນເຊື້ອການຕໍ່ສູ້ ພາຍໃຕ້ການນໍາພາຂອງພັກແຮງງານເກົາຫຼີ ໃນໄລຍະຜ່ານມາ ແລະ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີໃນປັດຈຸບັນ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ຄະນະນໍາກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ

ໃນຕອນເຊົ້າຂອງວັນທີ 28 ຕຸລາ ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮັກສາການລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໃນນາມຕາງໜ້າໃຫ້ແກ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ ທີ່ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ລາວ ຊຶ່ງມີເນື້ອໃນດັ່ງລຸ່ມນີ້:
ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ລາວ-ຫວຽດນາມ ເພີ່ມທະວີການສ້າງບຸກຄະລາກອນວຽກງານສື່ມວນຊົນ

ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກກັບ ສະຫາຍ ຟ້າມ ມິງເຊິນ ຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາຫວຽດນາມ ພ້ອມຄະນະ.
ເພີ່ມເຕີມ