ປະທານ ADB ຢ້ຽມຢາມກຸ່ມຜະລິດພືດຜັກເປັນສິນຄ້າ ທີ່ດອນຊິງຊູ້

ປະທານ ADB ຢ້ຽມຢາມກຸ່ມຜະລິດພືດຜັກເປັນສິນຄ້າ ທີ່ດອນຊິງຊູ້

ປະທານ ADB ຢ້ຽມຢາມກຸ່ມຜະລິດພືດຜັກເປັນສິນຄ້າ ທີ່ດອນຊິງຊູ້
ເມື່ອບໍ່ດົນມານີ້, ທ່ານ ມະຊະໂຕະ ຄັນດະ ປະທານທະນາຄານພັດທະນາອາຊີ (ADB) ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກຸ່ມຜະລິດພືດຜັກເປັນສິນຄ້າ ທີ່ດອນຊິງຊູ້ ໃຫ້ກຽດຕ້ອນຮັບຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໂພຄໍາ ໄຊຍະສອນ ຮອງປະທານອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ພ້ອມດ້ວຍບັນດາກຸ່ມປູກ-ກຸ່ມຜະລິດພຶດຜັກ ບ້ານດອນຊິງຊູ້, ບ້ານໃໝ່, ບ້ານຈຳປາ, ບ້ານໂນນແກ້ວເຂົ້າຮ່ວມ.
ປະທານ ADB ຢຽມຢາມກມຜະລດພດຜກເປນສນຄາ ທດອນຊງຊ - image 1
 

 

ທ່ານ ສໍາລານ ປະເສີດຄໍາຫຼ້າ ຜູ້ປະສານງານໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມຂັ້ນສູນກາງ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມປູກພືດຜັກເປັນສິນຄ້າ ຂອງດອນຊິງຊູ້ ເປັນກຸ່ມການຜະລິດໜຶ່ງຂອງຫຼາຍໆກຸ່ມ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຊຶ່ງເປັນທຶນຊ່ວຍເຫຼືອຈາກ ADB ເພື່ອຊຸກຍູ້ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ກຸ່ມ, ສະຫະກອນ ແລະ ທຸລະກິດກະສິກໍາໃນການຜະລິດເຂົ້າ ແລະ ພືດຜັກເປັນສິນຄ້າຢູ່ໃນ ນວ ນັບແຕ່ເດືອນກັນຍາ 2023 ຈົນເຖິງປັດຈຸບັນ, ບັນດາກຸ່ມຜະລິດໃນ ນວ ໄດ້ຮັບເງິນສະໜັບສະໜູນດັ່ງນີ້: ກຸ່ມຜະລິດກະສິກໍາສະອາດ ບ້ານດອນຊິງຊູ້ໄດ້ຮັບເງິນ 25,000 ໂດລາ, ກຸ່ມຜະລິດກະສິກໍາສະອາດບ້ານໃໝ່ໄດ້ຮັບ 22,000 ໂດລາ, ກຸ່ມຜະລິດກະສິກໍາອິນຊີ ບ້ານຈໍາປາໄດ້ຮັບ 14,000 ໂດລາ, ບ້ານໜອງດາໄດ້ຮັບ 14,000 ໂດລາ, ບ້ານໂພນແກ້ວໄດ້ຮັບ 9,000 ໂດລາ, ບ້ານຊຽງດາໄດ້ຮັບ 17,000 ໂດລາ ແລະ ກຸ່ມຜະລິດກະສິກໍາອິນຊີ ບ້ານນາສ້າງໄຜ່ໄດ້ຮັບ 9,000 ໂດລາ.

ປະທານ ADB ຢຽມຢາມກມຜະລດພດຜກເປນສນຄາ ທດອນຊງຊ - image 2
 

ທ່ານ ລິນຄໍາ ດວງສະຫວັນ ກ່າວວ່າ: ປັດຈຸບັນຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ພວມສຸມໃສ່ການຈັດຕັ້ງປະຕິດບັດ ແຜນພັດທະນາຂະແໜງການ 2026-2030 ແລະ ວິໄສທັດ 2050. ຍົກສູງການພັດທະນາ ແລະ ຍົກສູງຄວາມສາມາດຂອງບຸກຄະລາກອນ, ການປູກ, ການລ້ຽງ, ການປຸງແຕ່ງ, ການຄົ້ນຄວ້າ-ທົດລອງ, ວຽກງານສຸຂານາໄມ ແລະ ສຸຂານາພືດ ແລະ ອື່ນໆ ເພື່ອໃຫ້ໄດ້ຕາມມາດຕະ ຖານສາກົນ ແລະ ສາມາດເຊື່ອມໂຍງໄດ້ກັບພາກພື້ນ ແລະ ສາກົນ. ສະນັ້ນ, ຈຶ່ງຂໍສະເໜີທ່ານປະທານທະນາຄານພັດທະນາອາຊີ ເພື່ອພິຈາລະນາໃຫ້ການສະໜັບສະໜູນຊຸກຍູ້ ແລະ ສະໜອງທຶນໃຫ້ພວກເຮົາເພີ່ມຕື່ມອີກໃນຊຸມປີຕໍ່ໜ້າ.

ປະທານ ADB ຢຽມຢາມກມຜະລດພດຜກເປນສນຄາ ທດອນຊງຊ - image 3
 

ທ່ານ ມະຊະໂຕະ ຄັນດະ ກ່າວວ່າ: ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມາຢູ່ທີ່ນີ້ໃນມື້ນີ້ ເພື່ອເປັນພະຍານຜົນສຳເລັດຢ່າງໃກ້ຊິດຂອງການຮ່ວມມືລະຫວ່າງ ADB ແລະ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ. ພ້ອມກັນຂັບເຄື່ອນການເຕີບໂຕທີ່ມີຄວາມຍືນຍົງ ແລະ ຄອບຄຸມທຸກພາກສ່ວນ, ADB ມີຄວາມພາກພູມໃຈທີ່ໄດ້ນຳເງິນທຶນມາຊ່ວຍຢ່າງເກີດຜົນ.

ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

ຄໍາເຫັນ

ຂ່າວການຮ່ວມມື

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ວັນທີ 24 ກໍລະກົດ 2026 ນີ້, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ການນຳເມືອງທຸລະຄົມ ນໍາໂດຍ ສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງທຸລະຄົມ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມວາງພວງມາລາ - ຈູດທູບທຽນໄວ້ອາໄລເຖິງດວງວິນຍານບັນດາທະຫານອາສາສະໝັກ ນັກຮົບວິລະຊົນ
ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 23 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.
ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 23 ກໍລະກົດນີ້ ທີ່ ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 27, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 33 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16.
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ໃນວັນທີ 23 ກໍລະກົດຜ່ານມາ ທີ່ ນະຄອນຫຼວງມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 14 (14thMekong-ROKForeignMinisters’ Meeting) ໂດຍການເປັນປະທານຮ່ວມຂອງທ່ານ SihasakPhuangketkeow ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານChoHyun ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ໃນວັນທີ 23 ກໍລະກົດນີ້ ທີ່ ຫ້ອງຮັບແຂກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ອຳລາ ຂອງ ທ່ານ ນາງ Mel Barlow ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ສຳເລັດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 22 ກໍລະກົດນີ້ ທີ່ ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ ຈໍານວນ 11 ກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ.ອາເມຣິກາ, ຣັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ.
ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 22 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ ນະຄອນຫຼວງມານິລາ ສາທາລະນະລັດ ຟິລິບປິນ, ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ໃຫ້ແກ່ ອາຊຽນ-ການາດາ (ໄລຍະ 2024-2027).
ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ໃນລະຫວ່າງ ​ວັນ​ທີ 14-16 ກໍລະກົດຜ່ານມານີ້ ທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ຄັ້ງທີ 6 ລະຫວ່າງ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຝ່າຍລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າວິຊາການປະສົມຊາຍແດນ ລາວ-ຫວຽດນາມ, ເປັນຫົວໜ້າຄະນະ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວ້ຽນ ຮວ່າງ ຫາຍ, ຮອງຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າຄະນະວິຊາການປະສົມຊາຍແດນ ຫວຽດນາມ-ລາວ, ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຜູ້ຕາງໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ ແລະ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫຼວງພະບາງ.
ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ໃນວັນທີ 21ກໍລະກົດ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດສິງກະໂປ ໄດ້ມີການຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຊຶ່ງຕາງໜ້າຝ່າຍລາວ ນໍາພາຄະນະເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຈາກຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານນາງ ຟູ ຈີ ເຊຍ (Foo Chi Hsia) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ໃນຕອນເຊົ້າວັນທີ 21 ກໍລະກົດ ນີ້ ທີ່ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣລັດຖະມົນຕີຕ່າງປະເທດ ຟີລິບປິນ. ໃນພິທີເປີດ ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຮັບເຊີນຈາກບັນດາຂະແໜງການຕ່າງໆ.
ເພີ່ມເຕີມ