ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ
ໂດຍ: ບກ ປະທານ ໂຮ່ຈິມິນ ເກີດເມື່ອວັນທີ 19 ພຶດສະພາ 1890 ທີ່ບ້ານແຊນ (ດອກບົວ), ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ໃນຄອບຄົວປັນຍາຊົນຜູ້ຮັກຊາດ, ເຕີບໃຫຍ່ຂຶ້ນໃນທ່າມກາງສະພາບບ້ານເມືອງທີ່ລະກໍາລັງລໍາບາກ ໂດຍໄດ້ເຫັນຂະບວນການເຄື່ອນໄຫວເພື່ອເອກະລາດ ຂອງປະຊາຊົນຫວຽດນາມ ໃນການຕໍ່ຕ້ານຝຣັ່ງ ໃນຮູບແບບຕ່າງໆເຊັ່ນ: ຂະບວນການດົງຊູ ຂອງທ່ານຟານໂບ່ຍເຈົາ, ຂະບວນການຢຸຍເຕີນ (ປະຕິຮູບ) ຂອງທ່ານຟານຈູຈິນ ຫຼື ການລຸກຮື້ຂຶ້ນຂອງຮ່ວາງຮວາຖາມ … ເຖິງແມ່ນເກີດຂຶ້ນຕິດຕໍ່ກັນ ແຕ່ກໍລົ້ມເຫຼວ, ເນື່ອງຈາກຍັງຂາດແນວທາງທີ່ຖືກຕ້ອງ.

 

 

ໄດ້ປະຈັກກັບຄວາມໂຫດຮ້າຍຂອງການກົດຂີ່ ແລະ ການທໍລະມານຂອງຈັກກະພັດຝຣັ່ງ ຕໍ່ປະຊາຊົນ, ໄດ້ເຫັນເຖິງການເສຍສະຫຼະເລືອດເນື້ອຂອງພໍ່ແມ່ປະຊາຊົນ. ດ້ວຍເຫດນິ້, ຫງວຽນ ເຕິດ ແທັງ – ຫງວຽນ ອາຍ ກວັກ (ປະທານ ໂຮ່ຈິມິນ) ຈຶ່ງໄດ້ຫຼໍ່ຫຼອມເຈດຕະນາລົມ ທີ່ຈະອອກໄປຕ່າງປະເທດເພື່ອຕາມຫາເສັ້ນທາງກູ້ຊາດ. ວັນທີ 5 ມິຖຸນາ 1911, ທ່ານ ໄດ້ສະໝັກເປັນຜູ້ຊ່ວຍພໍ່ຄົວເທິງເຮືອ Amiral Latouche Tréville ທີ່ອອກຈາກທ່າເຮືອໄຊງ່ອນ ໄປຍັງເມືອງ Marseille, ເລີ່ມຕົ້ນການເດີນທາງຊອກຫາເສັ້ນທາງປົດປ່ອຍຊາດ.

ຕະຫຼອດໄລຍະເວລາກວ່າ 30 ປີ ທີ່ອາໄສ ແລະ ເຮັດວຽກຢູ່ຕ່າງປະເທດ, ຫງວຽນເຕິດແທັງ ເຮັດວຽກຫຼາກຫຼາຍອາຊີບ, ມີສ່ວນຮ່ວມໃນຂະບວນການເຄື່ອນໄຫວປະຕິວັດຂອງປະຊາຊົນ ໃນຫຼາຍປະເທດ. ຂະນະດຽວກັນ ກໍຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບຂອງຊາດ ຢ່າງບໍ່ຢຸດຢັ້ງ. ວັນທີ 18 ມິຖຸນາ 1919, ພາຍໃຕ້ຊື່ “ຫງວຽນອາຍກວັກ”, ທ່ານ ໄດ້ຕາງໜ້າສະມາຄົມຊາວຫວຽດນາມຮັກຊາດ ໃນຝຣັ່ງ ສົ່ງ “ຂໍ້ ຮຽກຮ້ອງຂອງປະຊາຊົນອານນາມ” ໄປຍັງກອງປະຊຸມ Versailles, ຮຽກຮ້ອງໃຫ້ທຸກປະເທດ ຜູ້ເຂົ້າຮ່ວມປະຊຸມຍອມຮັບສິດໃນເສລີພາບ, ປະຊາທິປະໄຕ ແລະ ຄວາມສະເໝີພາບຂອງປະເທດຊາດຫວຽດນາມ. ໃນປີ 1920 ທີ່ກອງປະຊຸມໃຫຍ່ Tours, ທ່ານ ໄດ້ເຂົ້າຮ່ວມສ້າງຕັ້ງພັກກອມມູນິດຝຣັ່ງ.

ປີ 1921, ເຂົ້າຮ່ວມສ້າງຕັ້ງສັນນິບາດຊົນຊາດຫົວເມືອງຂຶ້ນ; ປີ 1922, ອອກໜັງສືພິມ “Le Paria” (ຄົນທຸກຍາກ) ທີ່ຝຣັ່ງ. ປີ 1923, ໄດ້ຮັບເລືອກເປັນຄະນະກໍາມະການບໍລິຫານສາກົນ ຂອງຊາວນາ. ປີ 1924, ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງການກອມມູນິດສາກົນ ແລະ ໄດ້ຮັບແຕ່ງຕັ້ງເປັນກໍາມະການປະຈໍາກົມຕາເວັນອອກ, ຮັບຜິດຊອບໂດຍກົງ ຕໍ່ກົມອາຊີຕາເວັນອອກສ່ຽງໃຕ້. ປີ 1925, ທ່ານ ຮ່ວມສ້າງຕັ້ງສະມາຄົມຊົນຊາດໃນອາຊີຜູ້ຖືກກົດຂີ່ ແລະ ຕີພິມ “ຄໍາພິພາກສາລະບົບອານານິຄົມຝຣັ່ງ”. ເພື່ອກະກຽມໃຫ້ການຈັດຕັ້ງພັກກອມມູນິດ ໃນຫວຽດນາມ. ໃນປີດຽວກັນ, ທ່ານ ໄດ້ສ້າງຕັ້ງ “ສະມາຄົມຊາວໜຸ່ມປະຕິວັດຫວຽດນາມ” ທີ່ເມືອງກວາງໂຈວ (ປະເທດຈີນ) ແລະ ຈັດຕັ້ງກຸ່ມກອມມູນິດ ເພື່ອຝຶກອົບຮົມພະນັກງານຜູ້ນໍາຂະບວນການ ແລະ ເຜີຍແຜ່ລັດທິ ມາກ – ເລນິນ ເຂົ້າສູ່ຫວຽດນາມ.

ໃນປີ 1928, ທ່ານ ໄດ້ກັບມາເຮັດວຽກຢູ່ປະເທດໄທ ແລະ ລາວ. ປີ 1929, ສາມອົງການປະກອບດ້ວຍ; ພັກກອມມູນິດອິນດູຈີນ, ພັກກອມມູນິດອານນາມ ແລະ ສະຫະພັນລັດກອມມູນິດອິນດູຈິນ ໄດ້ກໍາເນີດຂຶ້ນຢູ່ຫວຽດນາມ. ຕາມການມອບໝາຍຂອງກອມມູນິດສາກົນ, ວັນທີ 3 ກຸມພາ 1930, ຫງວຽນອາຍກວັກ ເປັນປະທານກອງປະຊຸມລວມ 3 ອົງການດັ່ງກ່າວ ແລະ ສ້າງຕັ້ງພັກກອມມູນິດຫວຽດນາມ. ຕັ້ງແຕ່ ປີ 1930-1940, ທ່ານ ຍັງຄົງຕໍ່ສູ້ເພື່ອປົດປະເທດຊາດຫວຽດນາມ ແລະ ຊົນຊາດຜູ້ຖືກກົດຂີ່ອື່ນໆ ພາຍໃຕ້ເງື່ອນໄຂທີ່ຫຍຸ້ງຍາກ, ຖືກຄຸມຂັງ, ກັກຂັງ ແລະ ຖືກຕົກຢູ່ໃນທ່າໂດດດ່ຽວ ໃນການເຄື່ອນໄຫວຂອງຕົນ.

ໃນປີ 1941, ທ່ານ ໄດ້ກັບສູ່ຫວຽດນາມ ແລະ ຈັດກອງປະຊຸມ ຄັ້ງທີ 8 ຂອງສູນກາງພັກກອມມູນິດອິນດູຈີນ ເພື່ອກໍານົດແນວທາງການຕໍ່ສູ້ປົດປ່ອຍປະເທດຊາດ, ຊີ້ນໍາການຈັດຕັ້ງແນວໂຮມເອກະລາດຫວຽດນາມ (ຫວຽດມິງ), ຈັດຕັ້ງກອງກໍາລັງປະກອບອາວຸດ, ສ້າງຖານທີ່ໝັ້ນຂອງການປະຕິວັດ ແລະ ນໍາພາປະຊາຊົນລຸກຮື້ຂຶ້ນ ຂະໜາດນ້ອຍ ແລະ ຂະໜາດໃຫຍ່ ເພື່ອຢຶດອໍານາດທົ່ວປະເທດ. ການປະຕິວັດເດືອນສິງຫາ ປີ 1945 ປະສົບຄວາມສໍາເລັດ. ວັນທີ 2 ກັນຍາ ປີ 1945 ທີ່ຈະຕຸລັດບາດິ່ງ, ທ່ານ ໄດ້ກ່າວປາໄສປະກາດເອກະລາດ, ປະກາດສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ; ຈັດການເລືອກຕັ້ງທົ່ວປະເທດ, ເລືອກສະພາແຫ່ງຊາດ ແລະ ຜ່ານລັດຖະທໍາມະນູນປະຊາທິປະໄຕສະບັບທໍາອິດຂອງຫວຽດນາມ. ໃນສະພາແຫ່ງຊາດຊຸດທໍາອິດ (ປີ 1946), ທ່ານ ໄດ້ຮັບເລືອກເປັນປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.

ພາຍໃຕ້ການນໍາຂອງສູນກາງພັກ ແລະ ປະທານ ໂຮ່ຈິມິນ, ພັກ, ປະຊາຊົນ ແລະ ກອງທັບ ຫວຽດນາມທົ່ວປະເທດ ໄດ້ທໍາລາຍແຜນການຮຸກຮານຂອງກອງກໍາລັງພວກສັດຕູ ແລະ ພວກປໍລະປັກ ເພື່ອປົກປ້ອງ ແລະ ຮັກສາລັດອໍານາດປະຕິວັດໄວ້ໄດ້ຢ່າງໝັ້ນຄົງ. ທີ່ກອງປະຊຸມໃຫຍ່ພັກ ຄັ້ງທີ 2 (ປີ 1951), ທ່ານ ໄດ້ຮັບເລືອກເປັນປະທານສູນກາງພັກ. ພາຍໃຕ້ການນໍາຂອງພັກ ແລະ ປະທານ ໂຮ່ຈິມິນ, ການຕໍ່ຕ້ານການຮຸກຮານຈັກກະພັດຝຣັ່ງ ຂອງປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະອັນສະຫງ່າຜ່າເຜີຍ ໂດຍຈຸດສູງສຸດ ກໍຄືໄຊຊະນະປະຫວັດສາດ ດຽນບຽນຝູ້ ຊຶ່ງ “ດັງກ້ອງກັງວານໄປທົ່ວຫ້າທະວີບ, ສະເທືອນໄປທົ່ວໂລກ” (ປີ 1954). ພາກເໜືອ ໄດ້ຮັບການປົດປ່ອຍຢ່າງສົມບູນ, ສູນກາງພັກ ແລະ ປະທານ ໂຮ່ຈິມິນ ຍັງຄົງນໍາພາປະຊາຊົນຫວຽດນາມ ດໍາເນີນສອງພາລະກິດຍຸດທະສາດຂອງການປະຕິວັດຄື: ການສ້າງສັງຄົມນິຍົມຢູ່ພາກເໜືອ ແລະ ຕໍ່ສູ້ເພື່ອປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ເຮັດໃຫ້ການປະຕິວັດປະຊາທິປະໄຕຂອງປະເທດຊາດຫວຽດນາມ ສໍາເລັດໃນທົ່ວປະເທດ.

ກອງປະຊຸມໃຫຍ່ພັກ ຄັ້ງທີ 3 (ປີ 1960) ໄດ້ຕົກລົງເລືອກເອົາປະທານ ໂຮ່ຈິມິນ ເປັນປະທານສູນກາງພັກແຮງງານຫວຽດນາມ ອີກວາລະໜຶ່ງ. ສະພາແຫ່ງຊາດຊຸດທີ 2 ແລະ 3 ກໍໄດ້ເລືອກຕັ້ງ ທ່ານ ເປັນປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຮ່ວມກັບສູນກາງພັກ, ປະທານ ໂຮ່ຈິມິນ ໄດ້ເປັນຜູ້ນໍາໃນພາລະກິດສ້າງສັງຄົມນິຍົມຢູ່ພາກເໜືອ ແລະ ກໍານົດແນວທາງທີ່ຖືກຕ້ອງ ສໍາລັບການຕໍ່ຕ້ານສົງຄາມຮຸກຮານ ຂອງຈັກກະພັດອາເມຣິກາ ໄປຈົນເຖິງໄຊຊະນະສຸດທ້າຍ; ວາງຮາກຖານ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ ລະຫວ່າງ ຫວຽດນາມກັບ ບັນດາປະເທດໃນທົ່ວໂລກ, ລະ ຫວ່າງ ພັກກອມມູນິດຫວຽດນາມ ກັບພັກກອມມູນິດອື່ນໆ ແລະ ຂະບວນການກໍາມະກອນສາກົນຕ່າງໆ.

ເຖິງເພິ່ນຈະຈາກພວກເຮົາໄປ, ແຕ່ຊື່ສຽງ ແລະ ພາລະກິດຂອງປະທານ ໂຮ່ຈິມິນ ຈະຄົງຢູ່ຕະຫຼອດໄປ ກັບຜືນແຜ່ນດິນຫວຽດນາມ ແລະ ຈະຍັງຄົງມີີຊີວິດຢູ່ໃນຫົວໃຈຂອງພວກເຮົາທຸກຄົນ ຕະຫຼອດໄປ.

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ