ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII
ຂະບວນແຫ່ - ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 28 ຕຸລາ ນີ້ ຢູ່ໜ້າໂຮງໝໍມະໂຫສົດ (4 ແຍກໄຟອໍານາດ) ໂດຍມີທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະພັກແຂວງຫົວພັນ, ທ່ານ ແຫວນເພັດ ລັດດາວົງ ກໍາມະການປະຈໍາພັກແຂວງສາລະວັນ ພ້ອມດ້ວຍຄະນະຮັບຊອບລະດັບຊາດ ອົງການປົກຄອງເມືອງ ພະນັກງານ ທະຫານ ຕໍາຫຼວດ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຂະບວນແຫ-ແລນທວນໄຟ ສະໜບສະໜນງານມະຫະກາກລາແຫງຊາດ ຄງທ XII - image 1
 

 

ໃນພິທີ, ທ່ານ ພູວົງ ກິດຕະວົງ ໄດ້ກ່າວວ່າ: ມື້ນີ້ ຄະນະຮັບຜິດຊອບລະດັບຊາດ ພ້ອມດ້ວຍການນໍາຂອງແຂວງຫົວພັນ ແລະ ແຂວງສາລະວັນ ຄະນະອົງການປົກຄອງ ນວ ແລະ 9 ເມືອງ ຕະຫຼອດຮອດປະຊາຊົນ ທຸກຊັ້ນຄົນ ນັກຮຽນທົ່ວເມືອງສີສັດຕະນາກ ໄດ້ມາເຕົ້າໂຮມກັນເຂົ້າຮ່ວມພິທີແຫ່-ແລ່ນທວນໄຟ ເພື່ອເປັນການສະໜັບສະໜູນ ແລະ ເປັນເຈົ້າພາບທີ່ດີຮ່ວມກັນໃຫ້ແກ່ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ ລະຫວ່າງວັນທີ 15-25 ພະຈິກ 2025 ຊຶ່ງຂະບວນແຫ່-ແລ່ນທວນໄຟໃນມື້ນີ້ ເປັນຄັ້ງທີ 5 ທີ່ສືບຕໍ່ຈາກເມືອງສັງທອງ, ເມືອງນາຊາຍທອງ, ເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ. ຈຸດປະສົງກໍເພື່ອເປັນການແຈ້ງຂ່າວ ແລະ ປຸກລະດົມ ໃຫ້ທົ່ວສັງຄົມ ປະຊາຊົນ ຊາວນະຄອນຫຼວງວຽງຈັນ ກໍຄື ບັນດາແຂວງໄດ້ຮັບຊາບ ແລະ ເປັນເຈົ້າການຮ່ວມກັນ ເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລາຄັ້ງນີ້ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ.

ການແຫ່-ແລ່ນທວນໄຟ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີ ມິດຕະພາບອັນເປັນປຶກແຜ່ນ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນໍານັກກິລາ ແລະ ນັກກິລາຈາກບັນດາແຂວງ ໃນທົ່ວປະເທດ ພ້ອມກັນພັດທະນາວຽກງານກິລາ-ກາຍຍະກໍາ ຊຶ່ງເປັນໜຶ່ງໃນ 5 ຫຼັກມູນຂອງການສຶກສາແຫ່ງຊາດ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນ ໃນວົງການກິລາລາວ ກໍຄືການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫຼາຍຮູບແບບ ຫຼາຍສີສັນ ສ້າງເງື່ອນໄຂຍົກລະດັບຄວາມສາມາດ ຂອງນັກກິລາໃຫ້ທຽບທັນກັບລະດັບພາກພື້ນ ແລະ ສາກົນ ດັ່ງຄໍາຂວັນຂອງງາານມະຫະກໍາກິລາແຫ່ງຊາດ ຄັ້ງນີ້ ທີ່ວ່າ:ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ ພ້ອມກັນນັ້ນ ກໍເພື່ອສືບຕໍ່ຊຸກຍູ້ການສ້າງຂະບວນການໃຫ້ມີລັກສະນະຕໍ່ເນື່ອງ ແລະ ຟົດຟື້ນ ທັງເປັນການຈັດງານມະຫະກໍາກິລາ-ກາຍຍະກໍາ ໃນທົ່ວປະເທດ ໃຫ້ປະສົບຜົນສໍາເລັດຢ່າງມີໝາກຜົນ ແລະ ຈົບງາມ.

ຂະບວນແຫ-ແລນທວນໄຟ ສະໜບສະໜນງານມະຫະກາກລາແຫງຊາດ ຄງທ XII - image 2
 

ຂະບວນແຫ່ ແລະ ແລ່ນທວນໄຟ ຄັ້ງນີ້ ແມ່ນໄດ້ເລີ່ມຈາກໜ້າໂຮງໝໍມະໂຫສົດ ມຸ່ງໜ້າສູ່ຫໍຫຼັກເມືອງເມືອງສີສັດຕະນາກ ນໍາພາຂະບວນແຫ່-ແລ່ນທວນໄຟເລີ່ມຈາກຈຸດທີ 1 ທ່ານ ພູວົງ ກິດຕະວົງແລ້ວມອບທວນໄຟສົ່ງຕໍ່ໃຫ້ ທ່ານ ພຸດພັນ ແກ້ວວົງໄຊ ເພື່ອນໍາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 2 ສົ່ງຕໍ່ໃຫ້ ທ່ານ ແຫວນເພັດ ລັດດາວົງ ເພື່ອນໍາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 3 ແລະ ສົ່ງຕໍ່ໃຫ້ທ່ານ ທິນນະກອນ ທອງຄໍາ ປະທານຄະນະກໍາມະການປົກຄອງເມືອງສີສັດຕະນາກ ຮັບ ແລະ ສົ່ງມອບໃຫ້ຄະນະຮັບຜິດຊອບ ຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ 2025.

(ຂ່າວ: ຕຸໄລເພັດ ແຫຼງຂ່າວ: ວຽງຈັນໃໝ່)

ຄໍາເຫັນ

ຂ່າວສືກສາ-ກິລາ

ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ກອງປະຊຸມຄົ້ນຄວ້າຕໍາແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈັດຂຶ້ນໃນວັນທີ 10 ທັນວາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ), ມີບັນດາຜູ້ຊົງຄຸນວຸດທິ, ຄະນະກໍາມະການຄົ້ນຄວ້າຕໍາແໜ່ງວິຊາການຄູ ແລະ ກອງເລຂາເຂົ້າຮ່ວມ.
ການນຳແຂວງຈໍາປາສັກ ໂອ້ລົມນັກກິລາ ທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ

ການນຳແຂວງຈໍາປາສັກ ໂອ້ລົມນັກກິລາ ທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ

ໃນວັນທີ 10 ທັນວາ​ 2025​ນີ້, ການນໍາແຂວງຈຳປາສັກ ນໍາໂດຍ ທ່ານ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງຈຳປາສັກ ພ້ອມດ້ວຍ​ຄະນະການນໍາ​ແຂວງ​ ໄດ້ເຄື່ອນໄຫວພົບປະໂອ້ລົມ, ຊຸກຍູ້ ແລະ​ ໃຫ້ກໍາລັງໃຈ ນັກກິລາທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ IV​ ທີ່ນະຄອນ​ຫຼວງວຽງຈັນ.​ ການໂອ້ລົມຄັ້ງນີ້, ຈັດຂຶ້ນຢູ່​ບໍລິເວນ​ເດີ່ນ​ບ້ານພັກ​ຊີເກມ​ ມະຫາວິທະຍາໄລແຫ່ງຊາດ.​
ອັດຕະປື ຕັ້ງເປົ້າ 2 ຫຼຽນຄໍາ ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ lV.

ອັດຕະປື ຕັ້ງເປົ້າ 2 ຫຼຽນຄໍາ ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ lV.

ແຂວງອັດຕະປື ຕັ້ງເປົ້າຄວ້າໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄໍາ ໃນການເຂົ້າຮ່ວມແຂ່ງຂັນຊິງໄຊ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025. ການແຂ່ງຂັນຈະເລີ່ມໃນວັນທີ 14-19 ທັນວາ 2025, ໂດຍໄດ້ກຳນົດເອົາສະໜາມກິລາການແຂ່ງຂັນ ໃນເຂດມະຫາວິທະຍາໄລແຫ່ງຊາດ (ມຊ) 6 ສະໜາມ ຄື: ເດີ່ນຮົ່ມບູຢອງ, ສະໜາມກິລາກາງ ມຊ, ເດີ່ນກິລາບານບ້ວງ, ເດີ່ນບານເຕະຫຍ້າທຽມສະຖາປັດ, ເດີ່ນຮົ່ມໂອແລມປາເຊຍ ແລະ ເດີ່ນຮົ່ມສະໂມສອນໃຫຍ່. ສ່ວນກິລາລອຍນໍ້າ ຈະແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ໃນຈໍານວນ 9 ປະເພດກິລາ ປະກອບມີ ຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະ 5 ຄົນ, ບ໊ອດເຊຍ, ດອກປີກໄກ່ ແລະ ພັນດາບ. ການແຂ່ງຂັນແມ່ນຈັດຕາມລະດັບຄວາມເປັນພິການ ທີ່ແຕກຕ່າງກັນ, ຊຶ່ງໄດ້ກຳນົດຫຼຽນທັງໝົດ 516 ຫຼຽນ. ໃນນີ້, ມີ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ.
ງານມະຫະກຳກິລາຊີເກມ ຄັ້ງທີ 33ທີ່ປະເທດໄທ ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາຊີເກມ ຄັ້ງທີ 33ທີ່ປະເທດໄທ ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ສຳລັບ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ.
ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ຈະຈັດຂຶ້ນ 14 ທັນວາ 2025

ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ຈະຈັດຂຶ້ນ 14 ທັນວາ 2025

ກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດນການເປັນປະທານຂອງ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນພະລະ ແລະ ສິລະປະສຶກສາ ກະຊວງນຶກສາທິການ ແລະ ກິລາ ຮອງປະທານຈັດງານ ຜູ້ຊີ້ນໍາກໍາມະການເຕັກນິກ-ຈັດການແຂ່ງຂັນ ມີບັນດາຄະນະກໍາມະການຝ່າຍຕ່າງໆ ຫົວໜ້າ-ຮອງຫົວໜ້າພະແນກ ຫົວໜ້າຄະນະນັກກິລາ ບັນດາແຂວງ ນະຄອນຫຼວງ ແລະ ຕາງໜ້າສະຫະພັນກິລາຄົນພິການແຫ່ງຊາດລາວ ເຂົ້າຮ່ວມ.
ລັດຖະບານຍີ່ປຸ່ນຊຸກຍູ້ການຍົກລະດັບໂຮງຮຽນໃນແຂວງອັດຕະປື

ລັດຖະບານຍີ່ປຸ່ນຊຸກຍູ້ການຍົກລະດັບໂຮງຮຽນໃນແຂວງອັດຕະປື

ເມື່ອບໍ່ດົນຜ່ານມານີ້, ທີ່ຫ້ອງວ່າການປົກຄອງແຂວງອັດຕະປື, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍ ເຫຼືອເປັນມູນຄ່າປະມານ 97,139 ໂດລາ ເພື່ອສະໜັບສະໜູນ “ໂຄງການກໍ່ສ້າງອາຄານໂຮງຮຽນມັດທະ ຍົມສຶກສາສົມບູນສົມສຸກ” ໃນແຂວງອັດຕະປື ພາຍໃຕ້“​​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP)”.
ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ສປປ ລາວສົ່ງ 39 ປະເພດກິລາ ຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ

ວັນທີ 5 ທັນວາ 2025 ທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ຄອລ, ໄດ້ໂອ້ລົມທີມນັກກິລາລາວທີ່ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບຈັດຂຶ້ນລະຫວ່າງ 9-20 ທັນວາ 2025ຊຶ່ງມີຮອງປະທານ ແລະ ເລຂາທິການ ຄອລ, ຄະນະນຳກົມກິລາລະດັບສູງ ພ້ອມດ້ວຍຄະນະ, ຄູຝຶກ-ນັກກິລາ ແລະ ຜູ້ໃຫ້ການສະໜັບສະໜູນ ເຂົ້າຮ່ວມ.
ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
ເພີ່ມເຕີມ