ປະທານ ຄໍາໄຕ ສີພັນດອນ ໃນຄວາມຮຸູ້ສຶກຂອງພວກລູກ ກັບຄຸນສົມບັດ ທີ່ມີນໍ້າໃຈຮັກຊາດ 

ປະທານ ຄໍາໄຕ ສີພັນດອນ ໃນຄວາມຮຸູ້ສຶກຂອງພວກລູກ ກັບຄຸນສົມບັດ ທີ່ມີນໍ້າໃຈຮັກຊາດ 
ໂດຍ: ສ.ບຸດປະຊາ
    ຫຼາຍທ່ານ ທີ່ເຄີຍໄດ້ອ່ານກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານຄໍາໄຕ ສີພັນດອນ ກໍອາດຈະໄດ້ຮັບຮູ້ກ່ຽວກັບແນວຄິດ ແລະ ຄຸນສົມບັດຂອງເພິ່ນແດ່ແລ້ວ, ແຕ່ໃນຄວາມຮູ້ສຶກຂອງບັນດາທ່ານ ທີ່ເປັນລູກຂອງເພິ່ນ ກໍໄດ້ສະແດງຄວາມຮູ້ສຶກອອກມາໃຫ້ເຫັນຫຼາຍດ້ານ ໂດຍສະເພາະບັນດາຄຸນສົມບັດ ອັນເປັນແບບຢ່າງຂອງເພິ່ນ ຊຶ່ງໃນກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອສະເຫຼີມສະຫຼອງວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924 – 8/2/2024) ທີ່ຈັດຂຶ້ນເປັນຄັ້ງທີ 3 ທີ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນມັງກອນຜ່ານມາ; ທ່ານວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກເລຂາຄະນະພັກ ເຈົ້າແຂວງຫຼວງນໍ້າທາ ໄດ້ຕາງໜ້າຜູ້ເປັນລູກ ສະແດງຄວາມຄິດເຫັນ ແລະ ຄວາມຮູ້ສຶກ ທີ່ໄດ້ຈາກການສັງເກດ, ຈາກປະສົບການ ແລະ ເຫດການຕົວຈິງ ທີ່ໄດ້ ສໍາຜັດຕະຫຼອດໄລຍະເວລາ ທີ່ໄດ້ດໍາລົງຊີວິດໃກ້ຊິດກັບເພິ່ນ ຕັ້ງແຕ່ຍັງນ້ອຍ ຈົນຮອດປັຈຸບັນ.
    ໃນໂອກາດຂຶ້ນສະແດງຄວາມຄິດເຫັນ ແລະ ຄວາມຮູ້ສຶກ ຄັ້ງນັ້ນ, ທ່ານ ວຽງສະຫວັດ ສີພັນດອນ ໄດ້ກ່າວໃຫ້ເຫັນເຖິງຄຸນສົມບັດ 3 ດ້ານ ທີ່ມີລັກສະນະພົ້ນເດັ່ນ ຂອງປະທານ ຄໍາໄຕ ສີພັນດອນ ຊຶ່ງອາດເປັນປະໂຫຍດໃຫ້ແກ່ຄົນຮຸ່ນຫຼັງ ໄດ້ນໍາໄປສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ປະພຶດປະຕິບັດເພື່ອປະກອບສ່ວນພັດທະນາປະເທດຊາດ. ໃນນີ້, ສະເພາະຄຸນສົມບັດດ້ານທີໜຶ່ງ ແມ່ນເພິ່ນມີນໍ້າໃຈ ຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກປະຊາຊົນ, ຮັກເພື່ອນມິດ ແລະ ຮັກຄວາມສາມັກຄີ:
    ປະທານ ຄໍາໄຕ ສີພັນດອນ ມີນ້ຳໃຈຮັກຊາດອັນດູດດື່ມ, ເປັນເຈົ້າຕົນເອງ, ກ້າຫານນໍາພາ ແລະ ປຸກລະດົມຂົນຂວາຍປະຊາຊົນ ໃຫ້ມີຈິດໃຈຮັກຊາດ ແລະ ຕໍ່ຕ້ານພວກຈັກກະພັດລ່າເມືອງຂຶ້ນ. ໃນເວລາ ທ່ານ ວຽງສະຫວັດ ສີພັນດອນ ຍັງນ້ອຍ ປະທານ ໄດ້ເລົ່າສູ່ຟັງກ່ຽວກັບເຫດຜົນ ແລະ ການຕັດສິນໃຈຂອງເພິ່ນ ທີ່ອອກຈາກບ້ານເກີດເມືອງນອນຢູ່ບ້ານຫົວໂຂງເມືອງໂຂງແຂວງຈໍາປາສັກ ໄປເຂົ້າຮ່ວມການປະຕິວັດ ຍ້ອນເພິ່ນບໍ່ສາມາດເມີນເສີຍ ຕໍ່ສະພາບການບ້ານເມືອງ ທີ່ເຫັນປະຊາຊົນລາວຖືກກົດຂີ່ຂົ່ມເຫງຢ່າງໂຫດຮ້າຍປ່າເຖື່ອນ ແລະ ການເຂົ້າຮ່ວມການປະຕິວັດ ພາຍໃຕ້ການນໍາພາຂອງພັກ ຊຶ່ງເປັນຫົນທາງດຽວ ທີ່ຈະເຮັດໃຫ້ປະເທດຊາດ ແລະ ປະຊາຊົນຫຼຸດພົ້ນອອກຈາກ ແອກການປົກຄອງ ແລະ ການກົດຂີ່ຂົ່ມເຫັງ ຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່.
ເພິ່ນຮັກບ້ານເກີດເມືອງນອນ ແລະ ບໍ່ຫຼົງລືມຕົ້ນກໍາເນີດຂອງຕົນເອງ ທີ່ມາຈາກປະຊາຊົນຊາວຜູ້ອອກແຮງງານ. ດ້ວຍເຫດນັ້ນ, ພາຍຫຼັງໄດ້ປະກອບສ່ວນຮັບໃຊ້ຊາດ ຫຼາຍກວ່າ 60 ປີ ແລະ ເຂົ້າພັກຜ່ອນຮັບບໍານານ, ເພິ່ນຈຶ່ງຫວນຄືນກັບມາດໍາລົງຊີວິດຢູ່ບ້ານເກີດຂອງເພິ່ນ ເພື່ອປຸກລະດົມລູກຫຼານ, ປະຊາຊົນຊາວເມືອງໂຂງ ແລະ ນັກທຸລະກິດ, ຜູ້ປະກອບການປະກອບສ່ວນ ແລະ ນໍາພາສ້າງສາພັດທະນາພື້ນຖານໂຄງລ່າງເປັນຕົ້ນ: ຖະໜົນຫົນທາງ, ຂົວຂ້າມນໍ້າ, ໂຮງຮຽນ, ໂຮງໝໍ ພ້ອມທັງຊຸກຍູ້ສົ່ງເສີມປະຊາຊົນ ເຮັດການຜະລິດກະສິກໍາ, ອຸດສາຫະກໍາປຸງແຕ່ງ, ຫັດຖະກໍາ ແລະ ການອະນຸລັກຮັກສາປ່າໄມ້, ທໍາມະຊາດ ແລະ ຊີວະນາໆພັນທີ່ເມືອງໂຂງແຂວງຈໍາປາສັກ.
ປະທານ ຄໍາໄຕ ສີພັນດອນ ມີຄວາມຮັກຕໍ່ປະຊາຊົນອັນເລິກເຊິ່ງ ແລະ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ. ປະທານຖືເອົາການປົດປ່ອຍປະຊາຊົນ ຈາກການຖືກກົດຂີ່ຂົ່ມເຫງ ເປັນອຸດົມການໃນການເຂົ້າຮ່ວມການປະຕິວັດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ເພິ່ນຖືເອົາການແກ້ໄຂຄວາມທຸກຍາກ ແລະ ການປັບປຸງ, ປົວແປງ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ເປັນເປົ້າໝາຍ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ແນວຄິດຊີ້ນໍາ, ພຶດຕິກໍາ ແລະ ການທຸ່ມເທ ຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງເພິ່ນ ກໍເພື່ອຢາກໃຫ້ປະຊາຊົນລາວຮັ່ງມີ ແລະ ມີຄວາມຜາສຸກ ຊຶ່ງກໍໄດ້ຖືກເວົ້າເຖິງຫຼາຍ ໃນແນວຄິດຊີ້ນໍາຂອງເພິ່ນນີ້, ແຕ່ສິ່ງທີ່ ທ່ານ ວຽງສະຫວັດ ສີພັນດອນ ໄດ້ເຫັນ ແລະ ສໍາຜັດຢ່າງເລິກເຊິ່ງ ໃນໄລຍະທີ່ປະທານ ຄໍາໄຕ ສີພັນດອນ ໄດ້ພັກບໍານານແລ້ວ ແມ່ນການທຸ່ມເທທັງເຫື່ອແຮງ, ສະຕິປັນຍາ ແລະ ຊັບສິນທີ່ລະດົມໄດ້ ເພື່ອສ້າງໂຮງຮຽນ, ສຸກສາລາ; ສົ່ງເສີມ ແລະ ນໍາພາປະຊາຊົນເຮັດການຜະລິດ-ປູກຝັງ-ລ້ຽງສັດ, ປຸງແຕ່ງກະສິກໍາ; ກໍ່ສ້າງຖະໜົນຫົນທາງ, ເຊື່ອມຕໍ່ລະບົບໄຟຟ້າ, ສ້າງນໍ້າບາດານ ຢູ່ບ້ານທຸກຍາກ ແລະ ອື່ນໆ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນມີການຫັນປ່ຽນໃນການທໍາມາຫາກິນ, ເຮັດການຜະລິດເປັນສິນຄ້າ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ປະທານ ຄໍາໄຕ ສີພັນດອນ ໄດ້ຄົ້ນຄິດ, ນໍາສະເໜີ ແລະ ພາເຮັດທົດລອງ ສ້າງບ້ານພັດທະນາ,ປະຊາຊົນຢູ່ດີກິນດີ ຢູ່ ແຂວງຈໍາປາສັກ ແລະ ອັດຕະປື ເພື່ອເປັນບ້ານຕົວແບບ, ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ ຮູ້ຈັກນໍາໃຊ້ທ່າແຮງ ແລະຈຸດພິເສດຂອງທ້ອງຖິ່ນ ເປັນຕົ້ນແມ່ນ ນໍາໃຊ້ 2 ຊັບພະຍາກອນ ຄື: ຊັບພະຍາກອນມະນຸດ ແລະ ຊັບພະຍາກອນທໍາມະຊາດ ຂອງບ້ານ ເພື່ອສ້າງເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຈາກ ພໍຢູ່ພໍກິນ ໄປສູ່ ຢູ່ດີກິນດີ, ຢູ່ສະບາຍ, ກິນແຊບ ແລະ ນຸ່ງງາມ. ເພິ່ນວາງແຜນໄວ້ວ່າ: ພາຍຫຼັງເຮັດສໍາເລັດຈະຖອດເປັນບົດຮຽນ ເເລະ ຂະຫຍາຍໄປທົ່ວປະເທດ.
ໃນຄຸນສົມບັດທີ່ໜຶ່ງນີ້, ປະທານ ຄໍາໄຕ ສີພັນດອນ ແມ່ນເປັນຜູ້ທີ່ຮັກຄວາມສາມັກຄີ ແລະ ຕ້ານທັດສະນະ, ແນວຄິດ ແລະ ພຶດຕິກໍາແບ່ງພັກແບ່ງພວກ. ເພິ່ນມີ ຄວາມສາມັກຄີ, ເປັນຄົນກົງໄປກົງມາ ກັບເພື່ອນຮ່ວມງານ, ນັກຮົບປະຕິວັດ, ພະນັກງານບໍານານ, ປັນຍາຊົນ, ມະຫາຊົນ ແລະ ປະຊາຊົນ; ຕ້ານແນວຄິດ, ທັດສະນະ, ຄໍາເວົ້າ ແລະ ການປະພຶດ ທີ່ເປັນໜໍ່ແໜງ ຂອງ ຄວາມແຕກແຍກ, ແບ່ງພັກແບ່ງພວກ, ປຽບທຽບສັ່ງຊາ ແລະ ອິດສາບັງບຽດ. ໃນເວລາປຶກສາຫາລືວຽກງານກັບໝູ່ຄະນະ ປະທານ ຄໍາໄຕ ສີພັນດອນ ຮັບຟັງ, ພິຈາລະນາ ແລະ ຖືສໍາຄັນທຸກຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ຖືເອົາຄວາມເປັນເອກະພາບພາຍໃນ ເປັນກໍາລັງແຮງຂອງຄວາມສາມັກຄີ ຂອງໝູ່ຄະນະ ໃນການປະຕິບັດໜ້າທີ່ວຽກງານທີ່ຮັບປະກັນຜົນສໍາເລັດ. ພ້ອມນັ້ນ, ເພິ່ນກໍເຄີຍສຶກສາອົບຮົມ,ບອກເຕືອນລູກຫຼານ, ຍາດຕິພີ່ນ້ອງ, ຄົນໃກ້ຊິດ ຫຼື ພະນັກງານຢູ່ສະເໝີ ບໍ່ໃຫ້ເວົ້າຫຼິ້ນ, ຈົ່ມວ່າ, ຕໍານິ ແລະ ວິພາກວິຈານ ບົນພື້ນຖານຂໍ້ມູນ ທີ່ບໍ່ຖືກຕ້ອງ ຫຼື ບໍ່ສ້າງສັນ ກ່ຽວກັບການຈັດຕັ້ງ ແລະ ບຸກຄົນຂອງການຈັດຕັ້ງ. ເພິ່ນຈະເຕືອນສະຕິ ເພື່ອບໍ່ໃຫ້ຄົນໃກ້ຊິດ ກາຍເປັນເຄື່ອງມື ຂອງກຸ່ມຄົນບໍ່ຫວັງດີ, ສວຍໂອກາດຫາຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນ ຫຼື ພະຍາຍາມສ້າງຄວາມແຕກແຍກ, ສ້າງຂໍ້ຂັດແຍ່ງ ພາຍໃນພັກ, ໃນການຈັດຕັ້ງ ແລະ ໃນສັງຄົມ.
ສິ່ງທີ່ກ່າວມາຂ້າງເທິງນັ້ນ, ແມ່ນຄຸນສົມບັດດ້ານທີ່ໜຶ່ງ ຂອງ ປະທານ ຄໍາໄຕ ສີພັນດອນ ທີ່ຢູ່ໃນຄວາມຮຸູ້ສຶກຂອງພວກລູກຂອງເພິ່ນ ໂດຍໄດ້ເຜີຍແຜ່ອອກສູ່ສັງຄົມ ໂດຍ ທ່ານ ວຽງສະຫວັດ ສີພັນດອນ ຊຶ່ງໃນໂອກາດດຽວກັນ ກໍໄດ້ໃຫ້ເຫັນເຖິງຄຸນສົມບັດອີກສອງດ້ານທີ່ພົ້ນເດັ່ນ ກໍຄື ປະທານ ຄໍາໄຕ ສີພັນດອນ ເປັນຜູ້ທີ່ມີທັດສະນະມະຫາຊົນ, ອອກແຮງງານ ແລະ ຮັກທໍາມະຊາດ; ປະທານ ຄໍາໄຕ ສີພັນດອນ ເປັນຜູ້ທີ່ມີແບບແຜນວິທີເຮັດວຽກທີ່ປອດໃສ ແລະ ການດຳລົງຊີວິດ ທີ່ຮຽບງ່າຍ, ມີລະບຽບວິໄນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ