ປະທານ ສນຊ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງຫົວພັນ

ປະທານ ສນຊ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງຫົວພັນ
ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ ແລະວັນເກີດປະທານຄໍາໄຕ ສີພັນດອນຄົບຮອບ 100 ປີໃນລະຫວ່າງວັນທີ 13-15 ທັນວານີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງຫົວພັນ ໂດຍການຕ້ອນຮັັັັັບຂອງທ່ານ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະປະຈຳພັກແຂວງທີ່ສະໜາມບິນໜອງຄ້າງ ແຂວງຫົວພັນ. 
    ໃນໂອກາດເຄື່ອນໄຫວຄັ້ງນີ້, ທ່ານປະທານ ສນຊ ໄດ້ພົບປະຢ້ຽມຢາມພະນັກງານແນວລາວສ້າງຊາດແຂວງຫົວພັນ, ແນວລາວສ້າງຊາດເມືອງວຽງໄຊ, ອົງການປົກຄອງເມືອງວຽງໄຊ ແລະຜູ້ຊົງຄຸນວຸດທິຢູ່ເມືອງວຽງໄຊ, ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການເຄື່ອນໄຫວ ແລະ ການພັດທະນາລວມຂອງແຂວງຫົວພັນຊຶ່ງປະກອບມີ 10 ເມືອງ, ມີ 724 ບ້ານ, ມີ 9 ຊົນເຜົ່າ ປະຊາຊົນສ່ວນໃຫຍ່ເຮັດອາຊີບປູກຝັງ-ລ້ຽງສັດ, ແນວລາວສ້າງຊາດແຂວງ ແລະ ເມືອງໄດ້ເອົາໃຈໃສ່ວຽກງານການສ້າງຄອບຄົວ, ບ້ານສາມັກຄີປອງດອງສາມາດບັນລຸໄດ້ 10 ເມືອງໃນທົ່ວແຂວງ, ເອົາໃຈໃສ່ໂຄສະນາປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການສັກຢາກັນພະຍາດ, ຂະບວນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງສອງວາລະແຫ່ງຊາດ ແລະ ຂະບວນການອື່ນໆ.ສົມທົບກັບພາກສ່ວນກ່ຽວຂ້ອງລົງແກ້ໄຂຂໍ້ຂັດແຍ່ງທີ່ດິນທໍາການຜະລິດ ແລະໂຄງການຈໍານວນໜຶ່ງທີ່ຕິດພັນກັບເນື້ອທີ່ການຜະລິດຂອງປະຊາຊົນ, ໄດ້ສຶກສາອົບຮົມຜູ້ທີ່ເຊື່ອຖືສາສະໜາໃຫ້ເຄື່ອນໄຫວຖືກຕ້ອງຕາມດໍາລັດ 315. 
    ໂອກາດນີ້, ທ່ານປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການພັດທະນາລວມຂອງແຂວງຫົວພັນໃນໄລຍະຜ່ານມາ.ພ້ອມເນັ້ນໜັກໃຫ້ແນວລາວສ້າງຊາດແຂວງເອົາໃຈໃສ່ປຸກລະດົມຂົນຂວາຍສຶກສາອົບຮົມເຕົ້າໂຮມຄວາມສາມັກຄີຊຶ່ງປະກອບມີ 4 ເສົ້າຄໍ້າຄື: ເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ສາມັກຄີສາສະໜາ, ຊັ້ນຄົນໃນສັງຄົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພີ່ນ້ອງຄົນລາວທີ່ຢູ່ຕ່າງປະເທດ. ພ້ອມກັນນີ້ໄດ້ແນະນໍາຄຸນລັກສະນະຂອງກໍາມະການແນວລາວສ້າງຊາດຄວນປະກອບດ້ວຍ 4 ຄຸນລັກສະນະຫຼື 4 ເສີມສ້າງ: ເສີມສ້າງຄຸນງາມຄວາມດີ; ເສີມສ້າງຄຸນງາມຄວາມສາມັກຄີ; ເສີມສ້າງຄຸນວຸດທິ; ເສີມສ້າງຄຸນນະທໍາ. ຕິດພັນກັບວຽກງານແນວລາວສ້າງຊາດໃນສະໄໝທີ XI ໄດ້ສຸມໃສ່ສ້າງ 4 ການຫັນປ່ຽນຄື: ຍົກສູງຄຸນນະພາບການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນໂດຍເລັ່ງໃສ່ສ້າງການຫັນປ່ຽນ ແລະ ແກ້ໄຂຂອດທີ່ຍັງຫຍຸ້ງຍາກ, ຂໍ້ຄົງຄ້າງຕົ້ນຕໍໃນການປະຕິບັດມະຕິຂອງແນວລາວສ້າງຊາດຂັ້ນຂອງຕົນເປັນຕົ້ນ ຄວາມຫຍຸ້ງຍາກດ້ານລາຍຮັບທີ່ອາໄສຈາກງົບປະມານຂອງລັດພຽງແຫຼ່ງດຽວ ມາສູ່ການສ້າງລາຍຮັບເພີ່ມເຕີມທີ່ບໍ່ຜິດກົດໝາຍໃຫ້ຫຼາຍຂຶ້ນ; ສ້າງການຫັນປ່ຽນດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍຊວນເຊື່ອປະຊາຊົນຊັ້ນຄົນຕ່າງໆເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໂດຍສຸມໃສ່ຈັດຕັ້ງປະຕິບັດຄໍາຮຽກຮ້ອງຂອງສູນກາງພັກ-ລັດຖະບານກໍຄືຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການຂອງຕົນໃຫ້ແທດກັບຕົວຈິງ ແລະ ນໍາເອົາໝາກຜົນຂອງການແຂ່ງຂັນເຫຼົ່ານັ້ນມາໃຫ້ປະຊາຊົນບັນດາເຜົ່າ; ສ້າງການຫັນປ່ຽນດ້ານຮູບແບບການຮ່ວມສໍາພັນລະຫວ່າງອົງການພາຄີດ້ວຍກັນໃນການເຄື່ອນໄຫວວຽກງານມະຫາຊົນໃຫ້ໄປຕາມທິດລວງດຽວກັນ, ຮ່ວມມືຊ່ວຍໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກັນ ແລະ ກັນ ເປັນຕົ້ນຢູ່ຂັ້ນຮາກຖານ.
ເພື່ອເປັນການສ້າງຂະບວນການຮັກບ້ານເກີດ, ທ່ານ ສິນລະວົງ ຄຸດໄພທູນ ອະດີດນັກສຶກສາໂຮງຮຽນສ້າງຄູນາຄາວ ໄດ້ສະແດງຄວາມຮູ້ບຸນຄຸນຄິດຮອດຄິດເຖິງໂຮງຮຽນເກົ່າທີ່ຕົນເຄີຍສຶກສາຮໍ່າຮຽນເຖິງໄດ້ນໍາເງິນຈໍານວນ 356 ລ້ານກີບມາມອບໃຫ້ໂຮງຮຽນມັດທະຍົມນາຄາວ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຫໍສະໝຸດໃຫ້ນັກຮຽນ, ຊາວໜຸ່ມໄດ້ອ່ານ ຫຼືສຶກສາຮໍ່າຮຽນຕື່ມອີກ.ຈາກນັ້ນຄະນະໄດ້ເຄື່ອນໄຫວຢ້ຽມຊົມຖໍ້າທ່ານຜູ້ນໍາຄື: ຖໍ້າປະທານໄກສອນ ພົມວິຫານ, ຖໍ້າທ່ານໜູຮັກ ພູມສະຫວັນ, ຖໍ້າທ່ານສຸພານຸວົງ, ຖໍ້າທ່ານຄໍາໄຕ ສີພັນດອນ, ຖໍ້າທ່ານພູມີ ວົງວິຈິດ, ຖໍ້າແນວລາວຮັກຊາດ, ຫໍມູນເຊື້ອແນວລາວສ້າງຊາດເມືອງວຽງໄຊ ແລະ ຍັງໄດ້ໄປຢ້ຽມຊົມຖໍ້າຄວາຍຊຶ່ງອະດີດເຄີຍໃຊ້ເປັນບ່ອນສຶກສາຮໍ່າຮຽນເອີ້ນວ່າ: “ໂຮງຮຽນຖໍ້າຄວາຍ”, ນອກຈາກນັ້ນຍັງໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ທໍາມະຊາດຂອງເມືອງວຽງໄຊອີກດ້ວຍ.
ຂ່າວ-ພາບ: ສຸວັນລີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ