ໃນໂອກາດດັ່ງກ່າວ, ທ່ານ ຫຼີລຽງຊ່ວງ ໄດ້ລາຍງານສະພາບການເຄື່ອນໄຫວ, ການດຳເນີນທຸລະກິດຂອງສະພາການຄ້າ ແຂວງຫູນານ ຢູ່ລາວໃຫ້ຊາບ.
ໃນໂອກາດນີ້, ທ່ານປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຄື່ອນໄຫວຂອງສະພາການຄ້າທີ່ຫຼາຍປີຜ່ານມານີ້ໄດ້ເຄື່ອນໄຫວຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວການດຳເນີນທຸລະກິດຢູ່ລາວ ໄດ້ປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດຢູ່ລາວ ກໍຄືຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.
ທິດທາງໃນຕໍ່ໜ້າ ປະທານ ສນຊ ກໍໄດ້ແນະນຳສະພາການຄ້າເອົາໃຈໃສ່ຕື່ມໃນຖານະທີ່ສະພາການຄ້າແຂວງຫູນານ ເປັນຜູ້ເຮັດຕົວຈິງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງສອງພັກ-ສອງລັດ, ແມ່ນສະເໜີໃຫ້ເອົາໃຈໃສ່ສຶກສາອົບຮົມຕື່ມນັກທຸລະກິດທີ່ດຳເນີນທຸລະກິດ ຫຼື ດຳລົງຊີວິດຢູ່ລາວໃຫ້ຮຽນຮູ້ຕື່ມກ່ຽວກັບວັດທະນະທຳ, ຮີດຄອງປະເພນີລາວ, ເຄົາລົບລະບຽບກົດໝາຍ ເພື່ອເປັນການເສີມສ້າງສາຍພົວພັນມິດຕະພາບຂອງປະຊາຊົນສອງຊາດໃຫ້ດີຂຶ້ນກວ່າເກົ່າ.
ພ້ອມກັນນີ້, ສະພາການຄ້າ ແຂວງຫູນານ ໄດ້ມອບເງິນຈໍານວນ 100 ລ້ານກີບໃຫ້ແກ່ສູນກາງແນວລາວສ້າງຊາດ ນໍາໄປມອບໃຫ້ປະຊາຊົນຢູ່ແຂວງພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໃນໄລຍະຜ່ານມາ.
(ຂ່າວ:ສນຊ)
ຄໍາເຫັນ