ປະທານກວດກາສູນກາງພັກຕ້ອນຮັບທູດ ສເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ປະທານກວດກາສູນກາງພັກຕ້ອນຮັບທູດ ສເກົາຫຼີ ເຂົ້າຢ້ຽມຂ່ຳນັບ
ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳລາວ ເຂົ້າຢ້ຽມຂ່ຳນັບໃນຕອນແລງວັນທີ20 ກຸມພານີ້ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ.
ໂອກາດດັ່ງກ່າວ, ທ່ານຄຳພັນ ພົມມະທັດ ໄດ້ກ່າວສະແດງຄວາມຕ້ອນຮັບແລະຊົມເຊີຍຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສເກົາຫຼີ ຄົນໃໝ່ປະຈຳລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສເກົາຫຼີ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.ໂດຍສະເພາະການເຄື່ອນໄຫວ ອົງການກວດກາແຫ່ງລັດ ກັບ ສເກົາຫຼີ ໃນໄລຍະຜ່ານມາ ພະນັກງານຂອງພວກເຮົາໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ແລະຝຶກອົບຮົບຫຼາຍຄັ້ງ ໂດຍການໃຫ້ທຶນຂອງປະເທດເຈົ້າພາບ ແລະຈັດຝຶກອົບຮົບ ໃນຫົວຂໍ້: ການຕ້ານການສໍ້ລາດບັງຫຼວງ ຢູ່ທີ່ ສເກົາຫຼີ,ໃນຕໍ່ໜ້າອົງການກວດກາແຫ່ງລັດ ມີຄວາມຍິນດີທີ່ຈະຂະຫຍາຍການພົວພັນຮ່ວມມືກັບອົງການຕ້ານການສໍ້ລາດບັງຫຼວງ ໃນພາກພື້ນ ແລະ ສາກົນ ເພື່ອການແລກປ່ຽນຂໍ້ມູນຂ່າວສານ,ບົດຮຽນຈາກປະເທດທີ່ພັດທະນາ ແລະ ມີຄວາມເຂັ້ມແຂງທາງດ້ານວຽກງານຕ້ານການສໍ້ລາດບັງຫຼວງ ເຊັ່ນ: ສເກົາຫຼີ
ທ່ານທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນພ້ອມທັງກ່າວຢືນຢັນຈະຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືທີ່ດີລະຫວ່າງ ສເກົາຫຼີ ແລະ ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນຂະຫຍາຍຕົວຍິ່ງຂຶ້ນ.
ສປປ ລາວ ແລະ ສເກົາຫຼີ ໄດ້ຮັບການສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 1995ແລະໄດ້ເປີດສຳນັກງານສະຖານທູດປະຈຳນະຄອນຫຼວງວຽງຈັນໃນປີ 1996 ພ້ອມນັ້ນ ສປປ ລາວ ກໍໄດ້ເປີດສະຖານທູດປະຈຳນະຄອນຫຼວງເຊອູນ ສເກົາຫຼີ ໃນປີ2001,ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງເຊອູນ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ກ່ຽວກັບການແລກປ່ຽນແບບເພື່ອນມິດ ແລະ ການຮ່ວມມືນຳກັນໃນປີ 2015 ທີ່ນະຄອນຫຼວງເຊອູນ ສເກົາຫຼີ.
(ຂ່າວ-ພາບ:ພູວຽງຄຳ)

ຄໍາເຫັນ

ຂ່າວການຮ່ວມມື

ລັດຖະມົນຕີກະຊວງ ສສກ ຕ້ອນຮັບທູດປະເທດເພື່ອນມິດ

ລັດຖະມົນຕີກະຊວງ ສສກ ຕ້ອນຮັບທູດປະເທດເພື່ອນມິດ

ໃນວັນທີ 14 ກໍລະກົດ ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງທ່ານນາງ ເມແກນ ໂຈນສ (Megen Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ອົສຕຣາລີ ປະຈຳສປປ ລາວ ແລະ ທ່ານ ໂທມັດ ລາມມາ (Thomas Lammar) ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກປະຈຳ ສປປ ລາວ ພ້ອມຄະນະ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງ ສສກ ຄົນໃໝ່.
ສະແດງສີລະປະວັດທະນະທຳຮ່ວມໃຈ ໄທ - ລາວ

ສະແດງສີລະປະວັດທະນະທຳຮ່ວມໃຈ ໄທ - ລາວ

ເມື່ອບໍ່ດົນມານີ້, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນປະທານເປີດງານການສະແດງສີລະປະວັດທະນະທຳຮ່ວມໃຈ ໄທ-ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງໄທ - ສປປ ລາວ ຄົບຮອບ 75 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍມີແຂກຖືກເຊີນເຂົ້າຮ່ວມຮັບຊົມ.
ໜັງສືພິມປະຊາຊົນ ຕ້ອນຮັບຄະນະສື່ມວນຊົນ ສປ ຈີນ

ໜັງສືພິມປະຊາຊົນ ຕ້ອນຮັບຄະນະສື່ມວນຊົນ ສປ ຈີນ

ໃນວັນທີ 11 ກໍລະກົດ ຜ່ານມາ ທີ່ໜັງສືພິມປະຊາຊົນ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ຕ້ອນຮັບການມາຢ້ຽມຢາມແລະພົບປະຂອງຄະນະສື່ມວນຊົນສູນສື່ສານອາຊີ-ປາຊີຟິກ ກົມພາສາຕ່າງປະເທດ ແລະ ພິມຈໍາໜ່າຍປຶ້ມແຫ່ງປະເທດຈີນ ຊຶ່ງນໍາໂດຍທ່ານ ອ້ວງ ຫານຟີ້ງ(Wang Hanping) ຮອງສູນສື່ສານຫົວໜ້າສູນການສື່ສານອາຊີ-ປາຊີຟິກ ກົມພາສາຕ່າງປະເທດ ແລະ ການພິມຈໍາໜ່າຍປຶ້ມແຫ່ງປະເທດຈີນ ພ້ອມດ້ວຍຄະນະ. ການມາຢ້ຽມຢາມຄັ້ງນີ້ໂດຍປະຕິບັດຕາມໜັງສືເຊີນຂອງໜັງສືພິມປະຊາຊົນສຽງຂອງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ເພື່ອພົບປະກັບໜັງສືພິມປະຊາຊົນ ແລະ ເຄື່ອນໄຫວເກັບກໍາຂ່າວ, ສ້າງສາລະຄະດີຈີນ-ອາຊຽນຮ່ວມກັນຂ້າມພູທະເລ ໃນລະຫວ່າງວັນທີ 9-12 ກໍລະກົດ 2025.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ວັນທີ 10 ມິຖຸນາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົສຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ຣັດດເຊຍ, ສ ເກົາຫຼີ, ສ ອາເມຣິກາ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16

ໃນວັນທີ 10 ກໍລະກົດ ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 16 ທີ່ ຫໍປະຊຸມແຫ່ງຊາດ ກົວລາລຳເປີ ປະເທດ ມາເລເຊຍ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Bui Thanh Son ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ IWAYA Takeshi ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ.​
ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ລາວ - ສ ເກົາຫຼີ ລົງນາມຈັດສົ່ງແຮງງານໄປເຮັດວຽກລະດູການ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບທ່ານ Park Yomg Cheol ເຈົ້າເມືອງກັງຮວາ ນະຄອນອິນຊອນ ສ ເກົາຫຼີ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ກໍລະກົດ ຜ່ານມາ.
ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

ລມຕ ຕ່າງປະເທດ ລາວ - ຣັດເຊຍ ພົບປະສອງຝ່າຍ

​ໃນ​ວັນ​ທີ 10 ກໍລະກົດ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ປຶກສາຫາລືສອງຝ່າຍ​ ກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 58 ທີ່ ມາເລເຊຍ.
ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ເລັ່ງດັດແກ້ໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ - ຈີນ ໃຫ້ສໍາເລັດໃນເດືອນສິງຫານີ້

ໃນວາລະການດຳເນີນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II, ໃນວັນທີ 9 ກໍລະກົດ ຜ່ານມານີ້ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 9 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ (Andreas Motzfeldt Kravik) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ຫວ່າງມໍ່ໆມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ຄະນະ ໄດ້ຮັບຕ້ອນ ແລະ ພົບປະກັບທ່ານ ONISHI Norio ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ໃນປີ 1965 ພ້ອມດ້ວຍ ທ່ານ TAKAHATA Tsuneo ອະດີດຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນປີ 1996 ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ KATO Tomoaki ອະດີດອາສາສະໝັກ JICA, ທັງເປັນປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ.
ເພີ່ມເຕີມ