![]() |
ໃນໂອກາດນີ້, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຈອງ ຢອງ ຊູ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານການທູດ ຕະຫຼອດໄລຍະການດຳລົງຕຳແໜ່ງຢູ່ ສປປ ລາວ ຊຶ່ງໄດ້ເປັນຂົວຕໍ່ອັນສຳຄັນໃນການຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງລັດຖະ ບານ ກໍຄືປະຊາຊົນສອງຊາດ ລາວ-ເກົາຫຼີ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ.
ໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ (JUNG Yung Soo) ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານປະທານອົງການກວດສອບແຫ່ງລັດ, ກໍຄືລັດຖະບານລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ຕົນເອງໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈົນສາມາດສຳເລັດຜົນຢ່າງຈົບງາມ. ພ້ອມທັງຢືນຢັນວ່າ ເຖິງແມ່ນວ່າຈະໄປຮັບໜ້າທີ່ໃໝ່, ແຕ່ກໍຈະຍັງສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.
ໃນຕອນທ້າຍ, ທ່ານ ວຽງທະວີສອນ ເທບພະຈັນ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ຈົ່ງມີສຸຂະພະລານາໄມທີ່ສົມບູນ, ມີຄວາມສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນການຮັບໜ້າທີ່ໃໝ່ທີ່ມີກຽດຂອງຕົນ.
(ຂ່າວ-ພາບ: ອົງການກວດສອບແຫ່ງລັດ)

ຄໍາເຫັນ