ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ
ໃນຕອນບ່າຍຂອງວັນທີ 24 ເມສາ ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025.

 

ພິທີຕ້ອນຮັບ ທີ່ ສະໜາມບິນ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະທັງຝ່າຍລາວ ແລະ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມລັດຖະກິດໃນຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ສະຫາຍ ເລືອງ ເກືອງ ແລະ ຄະນະ ຈະພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍ ທອງລຸນ ສີສຸລິດ; ຈະພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ຈະເຂົ້າຮ່ວມພິທີພົບປະມິດຕະພາບ ລາວ-ຫວຽດນາມ; ຈະຢ້ຽມຢາມອະດີດການນໍາຂອງ ສປປ ລາວ; ຈະເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ;ພ້ອມທັງຈະຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ ອີກດ້ວຍ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ອ່າຍຄໍາ)

ຄໍາເຫັນ

ຂ່າວການຮ່ວມມື

ປັດຈຸບັນ, ວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ ທັງໝົດ 276 ໂຄງການ

ປັດຈຸບັນ, ວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ ທັງໝົດ 276 ໂຄງການ

ໃນໂອກາດ ການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ ຫວຽດນາມ ໃນວັນທີ 6 ເມສາ ຜ່ານມາ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ຫວູ ດ່າຍ ຖັງ ປະທານຄະນະກໍາມະການ ປະຊາຊົນ ນະຄອນຫຼວງຮ່າໂນ້ຍ.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 9 ເມສາ 2026.
ລາວ-ໄທ ຮ່ວມມືຕ້ານການຄ້າມະນຸດ ໄລຍະ III

ລາວ-ໄທ ຮ່ວມມືຕ້ານການຄ້າມະນຸດ ໄລຍະ III

ຫວ່າງບໍ່ດົນມານີ້, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດແຫ່ງ ສປປລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຄັ້ງທີ 5 (CMM5) ແລະ ຮ່າງແຜນປະຕິບັດງານຮ່ວມລະຫວ່າງລາວ-ໄທ ວ່າດ້ວຍການຮ່ວມມືຕ້ານການຄ້າມະນຸດ ຫຼື POA ໄລຍະ III ແຕ່ປີ 2026-2030 ທີ່ບາງກອກ ປະເທດໄທ.
ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ຮອງລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງຈາກກົງສຸນໃຫຍ່ ກຳປູເຈຍ ປະຈຳແຂວງຈຳປາສັກຄົນໃໝ່

ໃນຕອນເຊົ້າຂອງວັນທີ 8 ເມສານີ້, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ທ່ານ ດາວ ບຸດມຸນີ,ກົງສຸນໃຫຍ່ ແຫ່ງ ລາຊະອານາຈັກກຳປູເຈຍ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ
ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ສະຫາຍ ເຈິ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 9 ເມສານີ້ ໂດຍມີ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.
ທູດຫວຽດນາມ ເຂົ້າອວຍພອນ ຄຕພ ໃນໂອກາດປີໃໝ່ລາວ ພສ 2569

ທູດຫວຽດນາມ ເຂົ້າອວຍພອນ ຄຕພ ໃນໂອກາດປີໃໝ່ລາວ ພສ 2569

ໃນຕອນເຊົ້າຂອງວັນທີ 8 ເມສາ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າອວຍພອນ ເນື່ອງໃນໂອກາດປີໃໝ່ລາວ ພສ 2569.
ກະຊວງປ້ອງກັນປະເທດລາວ-ຫວຽດນາມ ພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI

ກະຊວງປ້ອງກັນປະເທດລາວ-ຫວຽດນາມ ພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໃນວັນທີ 3 ເມສາຜ່ານມາ ທີ່ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດ ນາມ ໂດຍການຕ້ອນຮັບຂອງສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມຄະນະ.
ສະຖານທູດລາວທີ່ບາງກອກ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ສະຖານທູດລາວທີ່ບາງກອກ ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ໃນວັນທີ 5 ເມສາ ນີ້, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວສົ່ງທ້າຍປີເກົ່າ ພ.ສ 2568 ແລະ ຕ້ອນຮັບປີ
ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ອົງການຂໍ້ມູນຂ່າວສານໂລກ ຈະມີຜົນສະທ້ອນຕໍ່ບັນດາປະເທດໃນອາຊຽນຄືແນວໃດ?

ຫວ່າງມໍ່ໆມານີ້, ອົງການຂໍ້ມູນຂ່າວສານໂລກ ຫຼື WDO ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິ່ງຂອງຈີນ. ອົງການດັ່ງກ່າວເປັນອົງການຈັດຕັ້ງສາກົນທາງວິຊາການແຫ່ງທໍາອິດທີ່ສຸມໃສ່ການຄຸ້ມຄອງຂໍ້ມູນຂ່າວສານ, ການສ້າງຕັ້ງອົງການນນີ້ບໍ່ພຽງແຕ່ໄດ້ເລີ່ມ “ເວລາປັກກິ່ງ” ສໍາລັບການຄຸ້ມຄອງຂໍ້ມູນຂ່າວສານໂລກເທົ່ານັ້ນ, ຍັງມີການພົວພັນຢ່າງໃກ້ຊິດກັບອະນາຄົດດ້ານດີຈີຕອນຂອງອາຊຽນຊຶ່ງລວມທັງລາວອີກດ້ວຍ. ອົງການຈັດຕັ້ງສາກົນດັ່ງກ່າວທີ່ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງນັ້ນຈະນໍາມາຊຶ່ງຜົນປະໂຫຍດໃຫ້ແກ່ລາວ ແລະ ປະເທດອື່ນໆໃນອາຊຽນອີກດ້ວຍ.
ງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ

ງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ໂຮງຮຽນລຽວໂຕວ ຈັດງານພົບປະແລກປ່ຽນສິລະປະ ການຂຽນຕົວອັກສອນຈີນເຍົາວະຊົນ ພາຍໃຕ້ຫົວຂໍ້ "ບົດກະວີສາລາຫຼານຖິງ" ຂຶ້ນໃນວັນທີ 3 ເມສານີ້ ທີ່ໂຮງ ຮຽນລຽວໂຕວ, ເຂົ້າຮ່ວມມີທ່ານ ຫຼົວເວີ້ຍຈຽ້ນ ຫົວໜ້າສູນວັດທະນະທຳຈີນປະຈຳ ສປປ ລາວ, ມີທ່ານ ຫຼິ້ນຈຸ້ນສົງ ປະທານໂຮງຮຽນລຽວໂຕວ ພ້ອມດ້ວຍພະນັກງານຄູ-ອາຈານ, ນັກຮຽນພາຍໃນໂຮງຮຽນລຽວໂຕວເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ເພີ່ມເຕີມ