ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງວຽງຈັນ
ໃນຕອນບ່າຍຂອງວັນທີ 24 ເມສາ ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025.

 

ພິທີຕ້ອນຮັບ ທີ່ ສະໜາມບິນ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະທັງຝ່າຍລາວ ແລະ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມລັດຖະກິດໃນຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ສະຫາຍ ເລືອງ ເກືອງ ແລະ ຄະນະ ຈະພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍ ທອງລຸນ ສີສຸລິດ; ຈະພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ຈະເຂົ້າຮ່ວມພິທີພົບປະມິດຕະພາບ ລາວ-ຫວຽດນາມ; ຈະຢ້ຽມຢາມອະດີດການນໍາຂອງ ສປປ ລາວ; ຈະເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ;ພ້ອມທັງຈະຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ ອີກດ້ວຍ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ອ່າຍຄໍາ)

ຄໍາເຫັນ

ຂ່າວການຮ່ວມມື

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ ລະບົບບັດປະຈຳຕົວໄລຍະ 1

ພິທີມອບ-ຮັບໂຄງການຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈໍາຕົວໄລຍະທີ 1) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ), ທ່ານ ລາດຊະໂລ ວາຣາດີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຮົງກາລີ, ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ໃນວັນທີ 9 ພຶດສະພາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ສປປ ລາວ ໄດ້ຈັດພິທີໂຮມຊຸມນຸມເພື່ອຮັບຊົມການຖ່າຍທອດສົດ ການເດີນສວນສະໜາມສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ ພິທີດັ່ງກ່າວໄດ້ຈັດຢູ່ນະຄອນຫຼວງມົສກູ ສະຫະພັນຣັດເຊຍ,
ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ໂຮມຊຸມນຸມສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພານີ້ ທີ່ກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມຂອງທ່ານ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳສປປ ລາວ, ມີທ່ານ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່  ຣາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ChivKeng ປະທານສານສູງສຸດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກຳປູເຈຍ
ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ກິດ​ຈະ​ກຳ “ທ່ຽວ​ຊົມ​ປະ​ເທດ​ຈີນ” ປີ 2025 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ ຜ່ານມາ​ນີ້, ໂທ​ລະ​ພາບ​ສາ​ກົນ​ຈີນ ຫຼື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMGແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນ​ອູ​ຮັ້ນ​ ໄດ້​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ການ​ທູດ​​ຈາກ 5 ປະ​ເທດຄື:
ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ສະຫາຍຮອງເລຂາພັກນະຄອນຫຼວງຮ່າໂນ້ຍ

ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເຈິນ ສີ ແທັງ ກຳມະການສູນກາງພັກ ຮອງເລຂາພັກ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນວັນທີ 8 ພຶດສະພານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ເພື່ອເຮັດໃຫ້ນັກສຶກສາ ປີທີ 2, 3 ແລະ4 ຂອງຄະນະຊັບພະຍາກອນນ້ຳ (ຄຊນ)ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບວິທີການສະໝັກເຂົ້າຮ່ວມໂຄງການລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025,ສະ​ຖາ​ບັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ລາວ​-ຍີ່​ປຸ່ນ
ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ວັນທີ 6 ພຶດສະພາ 2025 ນີ້, ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ - ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ທ່ານ ພັນເອກ ຕັ້ງດຶງແຕ່ງ ຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ມີທ່ານ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຫຼວງ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ້ແກ່ໂຮງງານປຸງແຕ່ງປາສະຫວາຍ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນລົງທຶນລ້ຽງປາສະຫວາຍ ແບບອຸດສາຫະກໍາ ແລະ ໄດ້ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງ, ຕາງໜ້າມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮັບໂດຍ ທ່ານ ຊູ ຈັນມິນ
ເພີ່ມເຕີມ