ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 11-12 ກໍລະກົດນີ້

ປະທານປະເທດ ຫວຽດນາມ ລົງຢ້ຽມຢາມ ບໍລິສັດ ສະຕາໂທລະຄົມ (ຢູນິເທວ)

ປະທານປະເທດ ຫວຽດນາມ ລົງຢ້ຽມຢາມ ບໍລິສັດ ສະຕາໂທລະຄົມ (ຢູນິເທວ)
ໂອກາດທີ່ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງວັນທີ 11-12 ກໍລະກົດນີ້; ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ໄປຢ້ຽມຢາມບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໃນຕອນແລງຂອງວັນທີ 11 ກໍລະກົດນີ້ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມຄະນະຢ້ຽມຢາມ ແລະ ໄດ້ຮັບການຕ້ອນຮັບຂອງ ທ່ານ ເຈີນຈຸງຮຶງ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ພ້ອມດ້ວຍບັນດາພະນັກງານພາຍໃນບໍລິສັດ

ທ່ານ ເຈີນຈຸງຮຶງ ໄດ້ກ່າວລາຍງານວ່າ: ພາຍຫຼັງ 15 ປີ ດໍາເນີນທຸລະກິດ, ຢູນິເທວ ໄດ້ກາຍເປັນເຄືອຂ່າຍທີ່ໃຫຍ່ກວ່າໝູ່ໃນທ້ອງຕະຫຼາດຂອງລາວ, ເປັນບໍລິສັດໜຶ່ງທີ່ມອບເງິນພັນທະໃຫ້ລັດຖະບານລາວ ສ້າງຄວາມເຊື່ອໝັ້ນໃຫ້ລັດຖະບານ ແລະ ປະຊາຊົນລາວ, ເປັນແບບຢ່າງທີ່ພົ້ນເດັ່ນສຳລັບສາຍພົວພັນມຮ່ວມມິດຕະພາບລະຫວ່າງພັກ ແລະ ລັດຖະບານສອງປະເທດ, ເປັນເຄືອຂ່າຍທີ່ໃຫຍ່ອັນດັບ 1 ໃນລາວດ້ວຍເຄືອຂ່າຍ 2G, 3G, 4G ແລະ 4,5G ຄວບຄຸມທົ່ວປະເທດ ແລະ ນຳໜ້າດ້ານເຕັກໂນໂລຊີ 5G. ນອກນັ້ນ, ຢູນິເທວໄດ້ປະກອບສ່ວນສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນລາວຈໍານວນ 27.000 ກ່ວາຄົນ, ລາຍຮັບສະເລ່ຍຂອງພະນັກງານໃນປີ 2023 ທຽບກັບປີ 2022 ທົ່ວບໍລິສັດ ເພີ່ມຂຶ້ນ 16% ທຽບເທົ່າກັບ 0,78 ລ້ານກີບ/ຄົນ/ເດືອນ, ໃນນັ້ນ, ໄດ້ມີການປະກອບສ່ວນຍົກສູງລາຍຮັບໃຫ້ແກ່ພະນັກງານ ໃນສະພາບທີ່ເງິນເຟີ້ຢູ່ລາວເພີ່ມຂຶ້ນສູງ. ໃນ 6 ເດືອນຕົ້ນປີ 2024 ນີ້, ລາຍຮັບສະເລ່ຍຂອງພະນັກງານເພີ່ມຂຶ້ນ 25%, ປະມານ 1,2 ລ້ານກີບ/ຄົນ/ເດືອນ ທຽບໃສ່ປີ 2023.

ທ່ານປະທານປະເທດ ຫວຽດນາມກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ຢູນິເທວ ຊຶ່ງບົນພື້ນຖານບັນດາໝາກຜົນດັ່ງກ່າວ ກໍໄດ້ເນັ້ນໃຫ້ສືບຕໍ່ຮັກສາຄວາມສາມັກຄີ , ຄວາມເປັນເອກະພາບລະຫ່ວາງພະນັກງານທັງລາວ ແລະ ຫວຽດນາມ, ເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ ເພື່ອເສີມຂະຫຍາຍກຳລັງແຮງດ້ານບຸກຄະລາກອນ, ເປັນແຮງຜັກດັນເຂົ້າໃນການພັດທະນາຢ່າງໝັ້ນຄົງ. ພ້ອມນີ້, ກໍເນັ້ນວ່າ: ບໍລິສັດສະຕາໂທລະຄົມຕ້ອງເປັນເຈົ້າການໃນການເຂົ້າຮ່ວມໃນຂະບວນການຫັນປ່ຽນສູ່ຍຸກດີຈີຕອນຂອງລັດຖະບານລາວ, ເຂົ້າຮ່ວມການສະໜອງຜະລິດຕະພັນການຫັນປ່ຽນເປັນດີຈີຕອນ, ຜະລິດຕະພັນ ເຕັກໂນໂລຊີ ໃຫ້ແກ່ ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງທະບວງກົມ ຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການຜັກດັນ ແລະ ປະຕິບັດແຜນຍຸດທະສາດການຫັນປ່ຽນຍຸກດີຈີຕອນຂອງລັດຖະບານລາວ.

ນອກນີ້, ກໍເນັ້ນຕື່ມວ່າ: ຕ້ອງສືບຕໍ່ປະຕິບັດ ບັນດາການເຄື່ອນໄຫວເພື່ອສັງຄົມ, ປະກອບສ່ວນສັງຄົມ, ເຜີຍແຜ່ດ້ານຄຸນຄ່າວັດທະນະທຳ ພາຍໃນໃຫ້ແກ່ ບັນດາວິສາຫະກິດໃນລາວ, ພິເສດແມ່ນ ບໍລິສັດ ຫວຽດນາມລົງທຶນຢູ່ລາວ ແລະ ຕ້ອງເຄົາລົບລະບຽບກົດໝາຍ, ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ ພັກ - ລັດຖະບານ ຂອງເພື່ອນບ້ານລາວເຮົາ. ພ້ອມດຽວກັນນີ້, ເພື່ອການພັດທະນາທີ່ໝັ້ນຄົງ ກໍໄດ້ເນັ້ນວ່າ: ກ່ອນອື່ນໝົດ, ຕ້ອງສຶກສາຄົ້ນຄ້ວາ, ປະຕິບັດເຂັ້ມງວດ ບັນດາກົດລະບຽບຂອງຂົງເຂດທີ່ຕົນເອງລົງທຶນ ແລະ ກົດລະບຽບຂອງປະເທດ, ຂອງລັດຖະບານຫວຽດນາມ, ການແຂ່ງຂັນແບບໂປ່ງໃສ, ຖືກຕ້ອງຕາມລະບຽບຫຼັກການ, ດໍາເນີນທຸລະກິດຢ່າງມີສິນລະທຳ.

(ຂ່າວ-ພາບ: ສຸກສະຫວັນ, ຂໍ້ມູນຈາກ: ຢູນີເທວ)

ຄໍາເຫັນ

ຂ່າວການຮ່ວມມື

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ

ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.
ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສປສສ ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ ສປສສ, ໃຫ້ກຽດປາຖະກະຖາ ໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຊຶ່ງມີຮອງປະທານ ສປສສ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງຂອງສານເຂົ້າຮ່ວມ.
ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມພົບປະທຸລະກິດລາວ-ເບລາຣຸດສ ຂຶ້ນໃນວັນທີ18 ກໍລະກົດຜ່ານມາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໄດ້ຮັບຜົນຢ່າງຈົບງາມ, ກອງປະຊຸມຄັ້ງນີ້ເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນ, ພ້ອມທັງຊອກຫາໂອກາດໃໝ່ໆເພື່ອການພັດທະນາເສດຖະກິດຮ່ວມກັນ.
ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ຊາສູ່ຄວາມປອງດອງສຳຜັດວັດທະນະທໍາການຊົງຊາ ແລະ ຊິມຊາຈີນ

ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຊາສູ່ຄວາມປອງດອງ-ສຳຜັດສິລະປະການຊົງຊາ ແລະ ຊິມຊາຈີນຂຶ້ນໃນວັນທີ 19 ກໍລະກົດ ຜ່ານມາ ທີ່ສູນດັ່ງກ່າວ, ໃຫ້ການບັນຍາຍໂດຍ ນາງ ວຽງນະຄອນ ວົງວິໄຊ ອາຈານສອນສິລະປະການຊົງຊາຈີນຊຶ່ງມີແຂກຮັບເຊີນເຂົ້າຮ່ວມຫຼາຍກວ່າ 20 ຄົນ.
ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ເພີ່ມເຕີມ