ປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ

ປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ລົງຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນວັນທີ 9 ພະຈິກ ນີ້ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍການນຳຂອງແຂວງ, ເມືອງ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຈາກນັ້ນ, ປະທານປະເທດ ພ້ອມຄະນະ ໄດ້ສືບຕໍ່ລົງຢ້ຽມຢາມໂຄງການລົງທຶນປູກໝາກຖົ່ວເຫຼືອງ ຂອງບໍລິສັດແຊເຢີນ ການລົງທຶນພັດທະນາກະສິກຳ ຈຳກັດຜູ້ດຽວ ເພື່ອຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດ ຂອງໂຄງການ ເປັນຕົ້ນແມ່ນດ້ານຜົນສຳເລັດແລະ ຄວາມຫຍຸ້ງຍາກຕ່າງໆ ໃນການຊຸກຍູ້ສົ່ງເສີມໂຄງການດັ່ງກ່າວ ໃຫ້ດຳເນີນໄປດ້ວຍດີ, ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ ແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນນັ້ນ ໄດ້ມີສ່ວນຮ່ວມ ໃນການສ້າງວຽກເຮັດງານທຳ, ມີລາຍຮັບເຂົ້າສູ່ຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ໄປເທື່ອລະກ້າວ.
ໂຄງການລົງທຶນປູກໝາກຖົ່ວເຫຼືອງ ແມ່ນການລົງທຶນຂອງພາກເອກະຊົນຕ່າງປະເທດ 100% ຊຶ່ງມີທຶນ                ໝູນວຽນ 10 ຕື້ກີບ, ທຶນຄົງທີ່ 10 ຕື້ກີບ ແລະ ທຶນສ້າງຕັ້ງໂຮງງານ 40 ຕື້ກີບ, ໄດ້ເຊົ່າເນື້ອທີ່ດິນນຳປະຊາຊົນ ປະມານ 600 ເຮັກຕາ, ປັດຈຸບັນໄດ້ບຸກເບີກເນື້ອທີ່ແມ່ນສໍາເລັດໄປແລ້ວ 130 ເຮັກຕາ ແລະ ປູກສໍາເລັດ 42 ເຮັກຕາ, ການຜະລິດໄດ້ໃຊ້ເຕັກນິກ ແລະ ເຕັກໂນໂລຊີແບບທັນໄໝເຂົ້າມາຊ່ວຍ. ສຳລັບແຮງງານຕັ້ນຕໍ ແມ່ນມາຈາກປະຊາຊົນ ເມືອງຜາອຸດົມປະມານ 500 ຄົນຕໍ່ວັນ, ຄາດວ່າປີນີ້ຈະໃຫ້ໄດ້ຮັບຜົນຜະລິດປະມານ 6.000 ໂຕນ. ສ່ວນແຜນການໃນຕໍ່ໜ້າແມ່ນຈະສູ່ຊົນ ໃຫ້ບັນລຸໄດ້ 10.000 ໂຕນ ຊຶ່ງຜົນຜະລິດ ແມ່ນຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ.
(ຂ່າວ-ພາບ:ຂປລ)

ຄໍາເຫັນ

ຂ່າວເດັ່ນ

ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ຈະປະເມີນ​ຜົນ​ກະ​ທົບ​ນະ​ໂຍ​ບາຍ ​ໃນ​ການ​ສ້າງກົດ​ໝາຍ​ໃຫ້​ເຂັ້ມ​ງວ​ດ

ທ່ານ ນາງ ທຸມ​ມາ​ລີ ວົງ​ພະ​ຈັນ ປະ​ທານ​ກຳ​ມາ​ທິ​ການກົດ​ໝາຍ ແລະ ຍຸ​ຕິ​ທຳ ໄດ້ຊີ້ແ​ຈງ​ຕໍ່​ຄຳ​ຊັກ​ຖາມ ຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສພຊ) ກ່ຽວ​ກັບແຜນ​ການ​ສ້າງ ແລະ ປັບ​ປຸງ​ກົດ​ໝາຍ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ.
ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ໃນຕໍ່ໜ້າ ສພຊ ຈະສ້າງຄວາມເຂັ້ມແຂງໃຫ້ສະມາຊິກ ເພື່ອຫັນເປັນທັນສະໃໝ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ 5 ປີ ( 2026-2030) ຂອງສະພາແຫ່ງຊາດ ຊຸດທີ X ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ສສຊ ປະກອບຄຳເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສພຊ ຢ່າງມີຈຸດສຸມ

ທ່ານນາງ ຈັນທະຄອນ ສີອຳພອນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະກອບຄຳເຫັນຕໍ່ທິດທາງແຜນການ 5 ປີ ຕິດພັນກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ (ສພຊ) ໃນວາລະກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 27 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານທະນາຄານພັດທະນາອາຊີ

ໃນວັນທີ 26 ມີນາ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານມະຊະໂຕະ ຄັນດະ (Mr. MasatoKanda) ປະທານທະນາຄານພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ປະທານທະນາຄານ ພັດທະນາອາຊີ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ26 ມີນາ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda) ປະທານທະນາຄານພັດທະນາອາຊີ (ADB) ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 60 ປີ ການເປັນຄູ່ຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານ ADB ໃນລະຫວ່າງວັນທີ 25-27 ມີນາ 2026.
ສພຊ ວາງວິໃສທັດຮອດປີ 2030 ໃຫ້ມີກົດໝາຍເປັນລະບົບຄົບຖ້ວນໃນທຸກຂະແໜງການ

ສພຊ ວາງວິໃສທັດຮອດປີ 2030 ໃຫ້ມີກົດໝາຍເປັນລະບົບຄົບຖ້ວນໃນທຸກຂະແໜງການ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີບັນດາຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.
ສະເໜີສ້າງ ແລະ ປັບປຸງກົດໝາຍຈໍານວນ 90 ສະບັບ

ສະເໜີສ້າງ ແລະ ປັບປຸງກົດໝາຍຈໍານວນ 90 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ອົງການກວດສອບແຫ່ງລັດ ຈະຫັນການເຮັດວຽກໃນລະບົບທີ່ທັນສະໄໝ

ອົງການກວດສອບແຫ່ງລັດ ຈະຫັນການເຮັດວຽກໃນລະບົບທີ່ທັນສະໄໝ

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ອົງການກວດກາແຫ່ງລັດ ຈະເພີ່ມທະວີວຽກງານກວດກາໃຫ້ເລິກເຊິ່ງ

ອົງການກວດກາແຫ່ງລັດ ຈະເພີ່ມທະວີວຽກງານກວດກາໃຫ້ເລິກເຊິ່ງ

ວຽກງານກວດກາແມ່ນໜຶ່ງໃນກົນໄກສຳຄັນຂອງລັດ ໃນການຄໍ້າປະກັນຕໍ່ການນຳໃຊ້ສິດອຳນາດ ແລະ ຊັບພະຍາກອນຂອງຊາດເປັນໄປຢ່າງຖືກຕ້ອງ ໂປ່ງໃສ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ການກວດກາ ແມ່ນເສົາຄໍ້າຫຼັກ, ການກວດກາດີ ຈະເຮັດໃຫ້ກົດໝາຍມີຄວາມສັກສິດ, ມີຄວາມເຂັ້ມງວດ ແລະ ຈະບໍ່ໃຫ້ບຸກຄົນໃດຢູ່ ເໜືອກົດໝາຍ. ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊ ສະເໜີໃຫ້ 2 ອົງການລົງເລິກກວດກາ-ກວດສອບໃນຈຸດທີ່ສ່ຽງຕື່ມ

ສສຊ ສະເໜີໃຫ້ 2 ອົງການລົງເລິກກວດກາ-ກວດສອບໃນຈຸດທີ່ສ່ຽງຕື່ມ

ທ່ານ ອາລຸນໄຊ ສູນນະລາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 26 ມີນານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະ ທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ