ປະທານປະເທດ ເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ

ປະທານປະເທດ ເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ ແຂວງເຊກອງ

ປະທານປະເທດ ເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ ແຂວງເຊກອງ
ໃນວັນທີ 14 ມັງກອນຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກ ປປ ລາວ ປະທານປະເທດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ ແຂວງເຊກອງ ໂດຍໄດ້ໄປຢ້ຽຢາມ ແລະ ພົບປະພະນັກງານ ໂຄງການໄຟຟ້າ ພະລັງງານລົມ ມອນຊຸນ 600 ເມກາວັດ (MW),

ພົບປະໂອ້ລົມປະຊາຊົນ ເຂດຈຸດສຸມ ບ້ານຊຽງຫຼວງ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍການນໍາແຂວງ ແລະ ເມືອງ ເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານປະທານປະເທດ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບ ການຈັດຕັ້ງປະຕິບັດໂຄງການ ຈາກຄະນະຮັບຜິດຊອບໂຄງການໄຟຟ້າພະລັງງານລົມ ມອນຊຸນ ຊຶ່ງໂຄງການດັ່ງກ່າວ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື ສປປ ລາວ. ໂຄງການດັ່ງກ່າວໄດ້ເຊັນສັນຍາສໍາປະທານ ໃນວັນທີ 1 ທັນວາ 2022, ມີກໍາລັງການຜະລິດ 600 ເມກາວັດ ມີມູນຄ່າໂຄງການ 960 ລ້ານໂດລາ ໂດຍແມ່ນການໄຟຟ້າ ຫວຽດນາມ (Vietnam Electricity. EVN), ສັນຍາຊື້ໄຟຟ້າ (PPA) ໄລຍະ 25 ປີ, ມີສາຍສົ່ງໄຟຟ້າທັງໝົດ 71 ກິໂລແມັດ (27 ກິໂລແມັດ ຢູ່ເບື້ອງລາວ) ສາຍສົ່ງ 500 ກິໂລໂວນສົ່ງໄປເຊື່ອມຕໍ່ສະຖານີໄຟຟ້າ Thanh My, Quang Nam, ສສ ຫວຽດນາມ ຊຶ່ງມີແຜນສົ່ງອອກໄຟຟ້າ (COD) ພາຍໃນ ປີ 2025 ໂດຍແມ່ນ ບໍລິສັດ Power China ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມກໍ່ສ້າງແຕ່ເດືອນມີນາ 2023. ມາຮອດ ເດືອນມັງກອນ 2025 ສໍາເລັດການກໍ່ສ້າງ ແລະ ຕິດຕັ້ງແລ້ວກວ່າ 90% (ຕິດຕັ້ງກົງກັນລົມ 133 ຕົ້ນ), ຄາດໝາຍ ເຊື່ອມລະບົບສາຍສົ່ງໄຟຟ້າກັບ ການໄຟຟ້າ ສສ ຫວຽດນາມ (EVN) ໃນເດືອນກຸມພາ 2025, ຈະເລີ່ມດໍາເນີນ ການສົ່ງອອກໄຟຟ້າບາງສ່ວນ 300 MW ພາຍໃນໄຕມາດ 2 ປີ 2025 ແລະ ຈະດໍາເນີນການສົ່ງອອກ ໄຟຟ້າທັງໝົດ 600 MW ພາຍໃນໄຕມາດ 3 ປີ 2025. ໃນຕໍ່ໜ້າຈະຂະຫຍາຍໄປຕື່ມ 1,000 ເມກາວັດ ຕື່ມອີກ.

ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາບໍລິສັດ ກໍຄື ຂາຫຸ້ນທີ່ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການບັນລຸຜົນສໍາເລັດ ຕາມແຜນທີ່ວາງໄວ້. ພ້ອມນີ້, ກໍໄດ້ຊີ້ນໍາໃຫ້ຜູ້ລົງທຶນຈົ່ງເອົາໃຈໃສ່ ທາງດ້ານເຕັກນິກ, ການຮັກສາດ້ານສິ່ງແວດລ້ອມ, ສ້າງວຽກເຮັດງານທໍາໃຫ້ແກ່ ປະຊາຊົນໃນທ້ອງຖິ່ນ, ສິ່ງສໍາຄັນແມ່ນຕ້ອງຢຶດໝັ້ນໃນສິ່ງທີ່ຖືກຕ້ອງ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ແລະ ຕ້ອງສົ່ງເສີມໃຫ້ປະຊາຊົນໃນທ້ອງຖິ່ນ ກ່ຽວກັບການປຸກ, ການລ້ຽງ ເພື່ອສະໜອງສະບຽງອາຫານໃຫ້ແກ່ໂຄງການເພື່ອສ້າງລາຍຮັບເພີ່ມ.

ຫຼັງຈາກນັ້ນ, ທ່ານປະທານປະເທດ ພ້ອມຄະນະ ກໍໄດ້ໄປພົບປະຢ້ຽມຢາມພໍ່ແມ່ປະຊາຊົນ ເຂດຈຸດສຸມ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍໄດ້ຮັບຟັງການລາຍງານຈາກ ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ກ່ຽວກັບສະພາບການພັດທະນາພາຍໃນບ້ານ. ບ້ານຊຽງຫຼວງ ເປັນບ້ານໜຶ່ງ ທີ່ຕັ້ງຢູ່ລະຫວ່າງກາງ ເທສະບານ ແຂວງເຊກອງ ຫາ ເທສະບານເມືອງດາກຈຶງ, ເນື້ອທີ່ສ່ວນໃຫຍ່ເປັນພູດອຍ ກວມ 95% ຂອງເນື້ອທີ່ທັງໝົດ, ປະຊາຊົນເຂດບ້ານຊຽງຫຼວງ ສວນໃຫຍ່ປະກອບອາຊີບການເຮັດນາປູກເຂົ້າ ແລະ ປູກຝັງ-ລ້ຽງສັດ. ອັດຕາສ່ວນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າຍັງກວມເອົາອັດຕາສ່ວນສູງ, ການດໍາລົງຊີວິດ ຂອງປະຊາຊົນເຂດຊົນນະບົດຫ່າງໄກສອກຫຼີກ ຍັງຕິດພັນກັບ ທຳມະຊາດເປັນສ່ວນໃຫຍ່.

ໃນໂອກາດດຽວກັນ, ທ່ານປະທານປະເທດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງອົງຄະນະພັກທຸກຂັ້ນທີ່ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ກໍຄື ເມືອງ ອັນໄດ້ເຮັດໃຫ້ບັນດາພື້ນຖານໂຄງລ່າງຂອງເມືອງ ກໍຄື ກຸ່ມບ້ານໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະນໍາທຸກຂັ້ນພາຍໃນເມືອງ ແລະ ກຸ່ມບ້ານ ເອົາໃຈໃສ່ຊຸກຍູ້, ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ໃນປັດຈຸບັນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ປະຊາຊົນບັນດາເຜົ່າ, ໃຫ້ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນ ທໍາການຜະລິດໃຫ້ຫຼາຍຂຶ້ນ ຊຶ່ງກ່ອນອື່ນໝົດພວກເຮົາ ຕ້ອງເປັນເຈົ້າການໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຊຶ່ງພະນັກງານກ່ຽວຂ້ອງຕ້ອງລົງໃຫ້ຄວາມຮູ້ວິຊາການ ດ້ານເຕັກນິກການປູກ-ການລ້ຽງໃຫ້ແກ່ປະຊາຊົນໃຫ້ມີຄວາມຮູ້, ພ້ອມທັງເອົາໃຈໃສ່ຊຸກຍູ້ສົ່ງເສີມລູກຫຼານໄດ້ເຂົ້າໂຮຽຮຽນຢ່າງທົ່ວເຖິງ ໃນເກນອາຍຸເຂົ້າຮຽນ, ເອົາໃຈໃສ່ໃນການປ້ອງກັນສິ່ງເສບຕິດພາຍໃນກຸ່ມຢ່າງແຂງແຮງ ເພື່ອບໍ່ໃຫ້ລູກຫຼານຕົກເປັນເຫຍື່ອຂອງສິ່ງເສບຕິດ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ໃນການໄຈ້ແຍກສື່ສັງຄົມອອນລາຍ ວ່າອັນໃດຖືກ ຫຼື ຜິດ, ອັນໃດທີ່ເປັນສິ່ງຕໍ່ຕ້ານ, ບິດເບືອນຕໍ່ແນວທາງຂອງພັກ-ລັດເຮົາ ແລະ ດ້ານອື່ນໆ.

ໃນໂອກາດລົງພົບປະ ຢ້ຽມຢາມໃນຄັ້ງນີ້, ທ່ານປະທານປະເທດ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນ ວຽກງານການພັດທະນາເມືອງ ກໍຄື ກຸ່ມບ້ານຊຽງຫຼວງ.

(ຂ່າວ-ພາບ: ສຸກສະຫວັນ ພຸນສຸກ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ