ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII
ໃນຕອນເຊົ້າວັນທີ 28 ກັນຍານີ້, ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ.
ເປດກອງປະຊມຄບຄະນະວສາມນ ຂອງຄະນະບລຫານງານສນກາງພກ ສະໄໝທ XII - image 1
 

ກອງປະຊຸມວິສາມັນຄັ້ງນີ້ເປີດຂຶ້ນໃນຈຸດເວລາທີ່ສະພາບແວດລ້ອມສາກົນຍັງສືບຕໍ່ບໍ່ມີຄວາມແນ່ ນອນ, ບັນຫາໄພທໍາມະຊາດ ທີ່ນັບມື້ນັບຮຸນແຮງຂຶ້ນ, ສະພາບຄວາມເຄັ່ງຕຶງ, ຈຸດເຄັ່ງຮ້ອນ ຢູ່ຫຼາຍພາກພື້ນຂອງໂລກສືບຕໍ່ເປັນສິ່ງທ້າທາຍ ແລະ ກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ເສດຖະກິດຂອງໂລກ. ຢູ່ພາຍໃນປະເທດ, ພວກເຮົາກຳລັງປະເຊີນໜ້າກັບສິ່ງທ້າທາຍ ແລະ ທົດສອບຫຼາຍປະການ ໃຫ້ແກ່ການນໍາພາຊີ້ນໍາຂອງສູນກາງພັກ ກໍຄືການຄຸ້ມຄອງ-ບໍລິຫານຂອງລັດ ເພື່ອການແກ້ໄຂບັນຫາຕ່າງໆ ເປັນຕົ້ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພນໍ້າຖ້ວມ ຢູ່ຫຼາຍທ້ອງຖິ່ນ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານເສດຖະກິດ, ການແຜ່ລະບາດ ຂອງພະຍາດອະຫິວາໝູອາຟຣິກາ... ຊຶ່ງໄດ້ສົ່ງຜົນກະທົບ ຕໍ່ການພັດທະນາ, ການຜະລິດ-ທຸລະກິດ ໃນວົງກວ້າງ. ການບຸກລຸກ ແລະ ລັກລອບຂຸດຄົ້ນຊັບພະຍາ ກອນທໍາມະຊາດ, ກຸ່ມແກ້ງສໍ້ໂກງທາງໂທລະຄົມມະນາຄົມ (ສະແກັມເມີ, ຄໍເຊັນເຕີ)... ບັນຫາອາວຸດເຖື່ອນ, ລົດເຖື່ອນ, ຢາເສບຕິດ, ການກໍ່ອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຍັງແຜ່ລາມ ແລະ ຍັງບໍ່ສາມາດແກ້ໄຂໄດ້ໃຫ້ຂາດຕົວເທື່ອ. ທັງໝົດນັ້ນ ໄດ້ສົ່ງຜົນກະທົບ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ມີຄວາມຫຍຸ້ງຍາກ-ຝືດເຄືອງ ຫຼາຍສົມຄວນ.

ເປດກອງປະຊມຄບຄະນະວສາມນ ຂອງຄະນະບລຫານງານສນກາງພກ ສະໄໝທ XII - image 2
 

ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໃນລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026 ຊຶ່ງຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ເນື້ອໃນເອກະສານສຳຄັນຈຳນວນໜຶ່ງ ເພື່ອເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເປັນຕົ້ນແມ່ນການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ; ການຍົກສູງຄຸນະພາບ ຂອງຊັບພະຍາກອນມະນຸດຕອບສະໜອງໃຫ້ແກ່ການພັດທະ ນາໃນເງື່ອນໄຂໃໝ່ ແລະ ນະໂຍບາຍນໍາໃຊ້ປັນຍາຊົນໃນເງື່ອນໄຂໃໝ່. ນອກນັ້ນ, ຍັງຈະໄດ້ຮັບຟັງລັດຖະບານ ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາລົດເຖື່ອນ ແລະ ການລັກລອບຂຸດຄົ້ນຊັບພະ ຍາກອນທໍາມະຊາດ (ແຮ່ທາດ) ໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືວຽກງານສຳຄັນຈຳນວນໜຶ່ງ.

ເປດກອງປະຊມຄບຄະນະວສາມນ ຂອງຄະນະບລຫານງານສນກາງພກ ສະໄໝທ XII - image 3
 

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ແລະ ຮຽກຮ້ອງມາຍັງບັນດາສະຫາຍກໍາມະການສູນກາງພັກຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ວິເຄາະ, ວິໄຈ ແຕ່ລະບັນຫາໃຫ້ເລິກເຊິ່ງ, ເສີມຂະຫຍາຍປະຊາທິປະໄຕ ປະກອບຄໍາເຫັນ ຢ່າງພາວະວິໄສ ເພື່ອໃຫ້ທິດຊີ້ນໍາຖືກເປົ້າໝາຍ; ສະເໜີວິທີການ ແລະ ມາດຕະການແກ້ໄຂບັນຫາໃຫ້ຖືກຕ້ອງ-ຈະແຈ້ງ ແລະ ເຊື່ອໝັ້ນວ່າກອງປະຊຸມສູນກາງຄົບຄະນະວິສາມັນຄັ້ງນີ້ຈະເປັນກອງປະຊຸມແຫ່ງການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ການສະຫຼຸບທິດສະດີ-ພຶດຕິກໍາ, ການບຸກເບີກ-ປະດິດສ້າງໃໝ່ ໃນການນໍາພາ ຂອງພັກ, ການບຸກທະລຸ ສ້າງການຫັນປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າ ໃນການນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາ ໃຫ້ປະກົດຜົນເປັນຈິງ.

(ຂ່າວ: ສຳນານ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ