ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ
ໃນຕອນແລງວັນທີ 23 ກັນຍາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 22 ແລະ ອັດລົງໃນຕອນແລງວັນທີ 23 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ນອກນັ້ນ ຍັງມີບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026.

 

ຜນກອງປະຊມລດຖະບານສະໄໝສາມນ ປະຈຳເດອນກນຍາ - image 1
 

ກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

ວາລະທີ 1: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2026 ຂອງລັດຖະບານ; (2); ການຈັດຕັ້ງປະຕິບັດມະຕິ 02/ລບ, ລົງວັນທີ 25 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່; (3) ການປະຕິບັດຂໍ້ຕົກລົງ 08/ນຍ, ລົງວັນທີ 9 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີ ຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງນະຄອນຫຼວງ ແລະ ບັນດາແຂວງ ຕໍ່ການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ; (4) ລາຍງານຄວາມຄືບໜ້າໃນການປະຕິບັດ ຂໍ້ຕົກລົງສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການທຽບເທົ່າລົງຊ່ວຍ ນະຄອນ ຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; (5) ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິ 62/ຄບສພ ແລະ ມະຕິ 34/ສພຊ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະໃໝ່ ແລະ ຄວາມຄືບໜ້າໃນການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; (6) ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕິດພັນກັບການແບ່ງຄວາມຮັບຜິດຊອບ ໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026. ໃນນັ້ນ:

ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນກັນຍາ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ບາງທ້ອງຖິ່ນພາໃຫ້ມີຜົນເສຍຫາຍ ທັງຊີວິດ ແລະ ຊັບສິນ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ; ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 78% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 56% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.7%; ໄດ້ຮີບຮ້ອນປະສານສົມທົບ ສະກັດກັ້ນ, ຕອບໂຕ້ ແລະ ແກ້ໄຂ ການລະບາດຂອງພະຍາດອະຫິວາໝູ ຢູ່ 6 ແຂວງ ຕາມຫຼັກວິຊາການ ເພື່ອບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ສຸມໃສ່ປັບປຸງກົນໄກຄຸ້ມຄອງ ການຂົນສົ່ງລົດໄຟໃຫ້ມີຄວາມສະຫງົບ ແລະ ປອດໄພຮອບດ້ານ; ໄດ້ພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ແລະ ສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທໍາ ເຂົ້າສູ່ຕະຫຼາດແຮງງານ ພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍ ໄດ້ 11 ພັນກວ່າຄົນ, ເທົ່າກັບ 174% ຂອງແຜນການເດືອນ; ໄດ້ສົ່ງເສີມມາດຕະຖານແຮງງານ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕາມກົດໝາຍ ແລະ ລະບຽບການ; ສໍາເລັດການສ້າງຂະບວນການເປີດສົກຮຽນໃໝ່ 2026-2027 ແລະ ສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນປາຍ ສົກຮຽນ 2025-2026 ທົ່ວປະເທດ; ໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການ ຢ່າງໃກ້ຊິດ; ການນຳ ແລະ ສະມາຊິກລັດຖະບານຈຳນວນໜຶ່ງ ໄດ້ລົງຮາກຖານຢູ່ບາງບ້ານ, ຕາແສງ, ເມືອງ ແລະ ບາງແຂວງ, ພ້ອມທັງ ນໍາເອົາວັດຖຸ ແລະ ທຶນຮອນຈໍານວນໜຶ່ງ ໄປຊ່ວຍແກ້ໄຂຜົນກະທົບຈາກໄພນໍ້າຖ້ວມ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃຫ້ສາມາດທຽວໄປມາໄດ້; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມ ສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນ, ທັງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ ການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງລັດຖະບານ; ການນຳພາທາງດ້ານການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ປະຊາຊົນ; ບັນຫາສະແກມເມີ, ອຸປະຕິເຫດຕາມທ້ອງຖະໜົນ, ການຄ້າຂາຍຢາເສບຕິດ, ການຄ້າຂາຍ ແລະ ນຳເຂົ້າສິນຄ້ານອກລະບົບ, ການແອບອ້າງທາງດ້ານພຸດທະສາສະໜາ; ການຄຸ້ມຄອງບັນດາໂຮງໝໍ, ຫ້ອງກວດພະຍາດ ຂອງເອກະຊົນ ແລະ ສະຖານທີ່ເສີມຄວາມງາມ; ການແກ້ໄຂ ແລະ ຄຸ້ມຄອງແຮງງານຕ່າງປະເທດ; ສະພາບການສ້າງຂ່າວປອມ, ຂ່າວບິດເບືອນ, ການຍຸແຍ່ແບ່ງແຍກຄວາມສາມັກຄີພາຍໃນ ແລະ ບັນຫາອື່ນໆ.

ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງ: (1) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ V (2026-2030); (2) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030); (3) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030), ໂດຍໄດ້ຊີ້ນໍາຄະນະຮັບຜິດຊອບ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບັນດາຮ່າງແຜນດຳເນີນງານດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ບົດບາດຄວາມສຳຄັນຂອງວຽກງານ, ຂໍ້ມູນສະຖິຕິດ້ານຕ່າງໆທີ່ກ່ຽວຂ້ອງ, ການກຳນົດບັນດາເປົ້າໝາຍຈຸດສຸມ ກໍຄືໜ້າວຽກ ທີ່ຈະຕ້ອງໄດ້ແກ້ໄຂ ແລະ ຜັນຂະຫຍາຍ-ສົ່ງເສີມ, ການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານ, ການກຳນົດແຜນໂຄສະນາເຜີຍແຜ່-ແນະນຳ ແລະ ອື່ນໆ ໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນສົມບູນກວ່າເກົ່າ.

ວາລະທີ 3. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງ: (1) ຮ່າງຍຸດທະສາດ ປັນຍາປະດິດ ແຫ່ງຊາດ (2026-2035); (2) ຮ່າງຍຸດທະສາດ ພັດທະນາ ແລະ ນໍາໃຊ້ດາວທຽມຢູ່ ສປປ ລາວ ໄລຍະແຕ່ປີ (2026-2035), ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດສຸມພັດທະນາລະບົບໂຄ່ງລ່າງພື້ນຖານ, ຖານຂໍ້ມູນ, ຊັບພະຍາກອນມະນຸດ ແລະ ການນຳໃຊ້; ການກຳນົດຂອບເຂດການນຳໃຊ້; ການກຳນົດເງື່ອນໄຂການລົງທຶນ ແລະ ການຮ່ວມມື ໃນວຽກງານດັ່ງກ່າວ; ການກຳນົດຍຸດທະສາດ ຄວາມເປັນກາງ ໃນການຮ່ວມມືທາງດ້ານເຕັກໂນໂລຊີ; ການຈັດລຽງບຸລິມະສິດ ແລະ ນະໂຍບາຍ ຕໍ່ຂົງເຂດວຽກງານຕ່າງໆ ທີ່ຈະຕ້ອງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ວາລະທີ 4. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງ: (1) ຮ່າງກົດໝາຍ ວ່າດ້ວຍໄຟຟ້າ (ສະບັບປັບປຸງ); (2) ຮ່າງກົດໝາຍ ວ່າດ້ວຍແຮ່ທາດ (ສະບັບປັບປຸງ); (3) ການໂຮມ ຮ່າງກົດໝາຍ ວ່າດ້ວຍການປະກັນສຸຂະພາບ ແລະ ຮ່າງກົດໝາຍ ວ່າດ້ວຍການປະກັນສັງຄົມ ເຂົ້າເປັນກົດໝາຍດຽວກັນ; (4) ຜົນການຄົ້ນຄວ້າ ຮ່າງນິຕິກໍາ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງຂະແໜງການຕ່າງໆ ຂັ້ນຕາແສງ, ໂດຍໄດ້ຊີ້ນຳກະຊວງ-ອົງການ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາຮ່າງນິຕິກຳ ທີ່ຕິດພັນກັບຂະແໜງການຂອງຕົນ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນສອດຄ່ອງກັບສະພາບຕົວຈິງ, ລະອຽດຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງໂລ່ງລ່ຽນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ວາລະທີ 5. ກອງປະຊຸມ ໄດ້ຊີ້ນຳການປັບປຸງການອອກແບບກາໝາຍໃໝ່ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ແລ້ວມາຜ່ານທ່ານ ນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ເພື່ອມີຄຳເຫັນ ຕື່ມອີກ.

ສຳລັບທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:

ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະ ບັນຫາສະແກມເມີ, ບັນຫາຢາເສບຕິດ, ບັນຫາການປຸ້ນຈີ້ຊີງຊັບ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ ໃຫ້ຫຼຸດຜ່ອນລົງ ແລະ ຮັບປະກັນຄວາມປອດໄພຮອບດ້ານ.

ສືບຕໍ່ສຸມໃສ່ການເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຊອກແຫຼ່ງລາຍຮັບອື່ນ ຕາມທ່າແຮງຂອງຕົນ, ທັງຫັນເປັນທັນສະໄໝ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິພາບສູງກວ່າເກົ່າ.

ສືບຕໍ່ລົງຊ່ວຍແຂວງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕາແສງ ໂດຍສະເພາະ ໃຫ້ເລັ່ງປັບປຸງນິຕິກໍາ ກ່ຽວກັບການແບ່ງຄວາມຮັບຜິດຊອບຂອງຂະແໜງການຕ່າງໆ ຕໍ່ວຽກງານດັ່ງກ່າວ;

ສຸມໃສ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມລາຍງານຕໍ່ກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ຈະຈັດຂຶ້ນ ໃນໄລຍະມໍ່ໆນີ້ ໂດຍສະເພາະ ຮ່າງນິຕິກຳ ທີ່ຕິດພັນກັບ ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ.

ຜນກອງປະຊມລດຖະບານສະໄໝສາມນ ປະຈຳເດອນກນຍາ - image 2
 

ສຸມໃສ່ກະກຽມເນື້ອໃນ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນ ໃນເດືອນຕຸລານີ້ ໃຫ້ສໍາເລັດທັນເວລາ. ໃນນັ້ນ, ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງການເງິນ ກະກຽມບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027. ນອກນັ້ນ, ໃຫ້ກະຊວງ-ອົງການທີ່ກ່ຽວຂ້ອງ ກະກຽມລາຍງານຮ່າງກົດໝາຍ 8 ສະບັບ ທີ່ໄດ້ກໍານົດໄວ້.

ສຸມໃສ່ເລັ່ງທວງ ແລະ ປັບປຸງບັນດານິຕິກໍາ ກໍຄືນະໂຍບາຍສໍາຄັນຂອງລັດຖະບານ ທີ່ໄດ້ຜ່ານກອງປະຊຸມລັດຖະບານ ແລະ ກອງປະຊຸມນາຍົກ-ຮອງນາຍົກ ຜ່ານມາ ເປັນຕົ້ນ ຄໍາສັ່ງ ກ່ຽວກັບການກໍານົດເງື່ອນໄຂພັດທະນາແຮ່ທາດ ແລະ ດໍາລັດ ກໍານົດນະໂຍບາຍ ສໍາລັບແຂວງຜົ້ງສາລີ ແລະ ແຂວງຫົວພັນ.

ໃຫ້ຮີບຮ້ອນແກ້ໄຂບັນຫາສູນປະຕິບັດທຳຫຼັກ 38 ເມືອງປາກງື່ມ ທີ່ມີການເຄື່ອນໄຫວບໍ່ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ, ທັງບິດເບືອນຫຼັກທຳຄຳສອນ ທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເພື່ອບໍ່ໃຫ້ສັງຄົມຫຼົງເຊື່ອ ແລະ ເຂົ້າໃຈຜິດ. ພ້ອມກັນນັ້ນ, ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນກ່ຽວຂ້ອງ ເລັ່ງປັບປຸງດຳລັດ 315/ລບ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ.

ສືບຕໍ່ສຸມໃສ່ກໍ່ສ້າງ, ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງຕ່າງໆ ໃຫ້ສຳເລັດຕາມແຜນກຳນົດ ໂດຍສະເພາະ ໂຄງການທີ່ມີທຶນແລ້ວ ທັງທຶນ ODA, ທຶນລັດ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ ຕາມມະຕິ 05/ລບ.

ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດລະດູຝົນ, ການຜະລິດສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ປຸງແຕ່ງ ເພື່ອສົ່ງອອກໃຫ້ບັນລຸຕາມແຜນ, ພ້ອມທັງ ເພີ່ມທະວີການຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດອະຫິວາໝູ ທີ່ກຳລັງລະບາດຢູ່ຫຼາຍທ້ອງຖິ່ນ ໂດຍໃຫ້ລົງເລິກຊອກຫາສາເຫດຕົວຈິງ ເພື່ອມີມາດຕະການປ້ອງກັນ ບໍ່ໃຫ້ເກີດຂຶ້ນອີກຕໍ່ໜ້າ. ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍຊ່ວຍເຫຼືອຜູ້ປະກອບການ ແລະ ຄອບຄົວທີ່ລ້ຽງໝູ.

ສືບຕໍ່ປະຕິບັດມາດຕະການຕ່າງໆ ຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ໃຫ້ແຂງແຮງກວ່າເກົ່າ. ພ້ອມກັນນັ້ນ ກໍສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກ.

ກະກຽມຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2026 ຄົບຮອບ 32 ປີ ໃຫ້ດີ, ມີເນື້ອໃນ ແລະ ຄວາມໝາຍ, ເນັ້ນຄວາມສຳຄັນຂອງການສຶກສາ, ຄູ, ນັກຮຽນ ໂດຍຖືເປັນຂະບວນການປຸກລະດົມການຮັກອາຊີບຄູ, ການເຂົ້າຮຽນ ແລະ ອື່ນໆ.

ສືບຕໍ່ສຸມໃສ່ ການຜັນຂະຫຍາຍແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X (2026-2030), ເພີ່ມທະວີການໂຄສະນາສຸຂະສຶກສາ, ການສັກຢາກັນພະຍາດ ແລະ ສົ່ງເສີມສຸຂະພາບ ໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ; ພ້ອມທັງ ຍົກລະດັບຄຸນນະພາບ ໃນການບໍລິການຂອງບັນດາໂຮງໝໍລັດ ໃຫ້ດີຂຶ້ນກວ່າເກົ່າ.

ບັນດາກະຊວງ-ອົງການ ສືບຕໍ່ລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຕາມຂໍ້ຕົກລົງ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ໃຫ້ໄດ້ຮັບຜົນດີ.

ສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດ ຂອງການນຳຂັ້ນສູງ ແລະ ກະກຽມຕ້ອນຮັບຄະນະຜູ້ແທນປະເທດຕ່າງໆ ໃຫ້ດີ ແລະ ສົມກຽດ.

ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ