ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.
ຄະນະຜແທນຂນສງ ພກກອມມນດເບລາຣດຊ ຢຽມຢາມ ສປປ ລາວ - image 1
 

 

ໃນວັນທີ 22 ກັນຍານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ການຢ້ຽມຢາມລາວ ຄັ້ງທໍາອິດຂອງຄະນະຜູ້ແທນ, ຕີລາຄາສູງຕໍ່ການຢ້ຽມຢາມ ຊຶ່ງຖືເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນສາຍພົວພັນ ລະຫວ່າງ ສອງພັກ, ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມື ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດເບລາຣຸດຊີ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ທີ່ ພັກກອມມູນິດເບລາຣຸດຊີ ຍາດມາໄດ້ໃນໄລຍະຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການນໍາພາປະເທດ ຂອງ ພັກປະຊາຊົນ ປະຕິວັດລາວ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ເປັນຜູ້ນໍາໜ້າທີ່ສໍາຄັນໃນການສ້າງສາພັດທະນາປະເທດຊາດ, ສະຫາຍຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວອັນພົ້ນເດັ່ນ ຂອງ ພັກກອມມູນິດເບລາຣຸດຊີ.

ຄະນະຜແທນຂນສງ ພກກອມມນດເບລາຣດຊ ຢຽມຢາມ ສປປ ລາວ - image 2
 

ໃນວັນດຽວກັນ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ງສູງ ພັກກອມມູນິດເບລາຣຸດຊີ ນໍາໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຼວິຈ໌ ຊືຣັນກົບ ແລະ ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ໃນໄລຍະຜ່ານມາ, ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດ, ການເຄື່ອນໄຫວອັນພົ້ນເດັ່ນຂອງແຕ່ລະພັກໃຫ້ກັນຊາບ, ປຶກສາຫາລືສະພາບການສາກົນທີ່ສອງຝ່າຍໃຫ້ຄວາມສົນໃຈ ແລະ ຢືນຢັນ ຈະສືບຕໍ່ການພົວພັນຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການເຄື່ອນໄຫວໃນພາກພື້ນ ແລະ ສາກົນ ໃນຕໍ່ໜ້າ.

ຄະນະຜແທນຂນສງ ພກກອມມນດເບລາຣດຊ ຢຽມຢາມ ສປປ ລາວ - image 3
 

ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອຊອກຫາຊ່ອງທາງຮ່ວມກັນຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງສອງພັກ ໃຫ້ກ້າວຂຶ້ນສູ່ລວງເລິກ ແລະ ມີໝາກຜົນ ກໍຄືບັນລຸການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ ໃນກາງປີ 2026.

ຄະນະຜແທນຂນສງ ພກກອມມນດເບລາຣດຊ ຢຽມຢາມ ສປປ ລາວ - image 4
 

ໃນໂອກາດການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນເທື່ອນີ້, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຍັງໄດ້ຢ້ຽມຊົມສະຖານທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ ຈໍານວນໜຶ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.

(ຂ່າວ: ຄຕພ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

9 ເດືອນ ພົບຫຼາຍໂຄງການ-ຂະແໜງການ ຍັງລະເມີດລະບຽບ

ອົງການກວດກາແຫ່ງລັດ ລາຍງານຜົນການກວດກາ 9 ເດືອນ ປີ 2026 ພົບຫຼາຍໂຄງການ-ຂະແໜງ ການ ຍັງລະເມີດລະບຽບການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ