ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ນາຍົກໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນວັນທີ 21 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຊຶ່ງທ່ານນາຍົກກ່າວວ່າ: ວຽກງານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກແມ່ນໜຶ່ງໃນວຽກງານຍຸດທະສາດທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານ ນັບຕັ້ງແຕ່ສະຖາປະນາ ສປປ ລາວ ເປັນຕົ້ນມາ.
ນາຍກໂອລມຕກອງປະຊມເຜຍແຜວາລະແຫງຊາດ ການພດທະນາຊນນະບດ ແລະ ແກໄຂຄວາມທກຍາກ - image 1
 

 

ຈຸດປະສົງຫຼັກແມ່ນເພື່ອຫຼຸດຜ່ອນຄວາມແຕກໂຕນ ລະຫວ່າງຕົວເມືອງ ແລະ ຊົນນະບົດ, ພ້ອມທັງນຳພາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ພັກ-ລັດ ໄດ້ຖືເອົາວຽກງານດັ່ງກ່າວເປັນວຽກບຸລິມະສິດແຖວໜ້າຕະຫຼອດມາ ໂດຍໄດ້ອອກຫຼາຍມະຕິ, ຄຳສັ່ງ ແລະ ນະໂຍບາຍ ທີ່ສໍາຄັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ໃນນັ້ນ, ນະໂຍບາຍທີ່ໂດດເດັ່ນທີ່ສຸດໃນໄລຍະຜ່ານມາແມ່ນວຽກງານກໍ່ສ້າງຮາກຖານການເມືອງ ທີ່ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ທິດນຳ "3 ສ້າງ" ກໍຄືການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຊຶ່ງເປັນກົນໄກຫຼັກໃນການລົງເລິກການພັດທະນາສູ່ຮາກຖານໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ; ວຽກງານດັ່ງກ່າວບໍ່ພຽງແຕ່ເປັນບຸລິມະສິດແຖວໜ້າ ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຕ່ຍັງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນແຮງກ້າ ແລະ ຄວາມຮັບຜິດຊອບທາງການເມືອງອັນສູງສົ່ງ. ພັກ ແລະ ລັດຖະບານ ໃນຖານະເປັນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມໂລກ ຕໍ່ກັບການຈັດຕັ້ງປະຕິບັດວາລະ 2030 ຂອງອົງການສະຫະປະຊາຊາດ (UN) ວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDGs). ພວກເຮົາໄດ້ຫັນເອົາບັນດາເປົ້າໝາຍຂອງ UN, ໂດຍສະເພາະແມ່ນ SDG ທີ 1: ການລຶບລ້າງຄວາມທຸກຍາກໃນທຸກຮູບແບບ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລວມເຖິງການກຳນົດເປົ້າໝາຍ SDG ອື່ນໆ; ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອປະຕິບັດບັນດາຕົວຊີ້ວັດໃຫ້ບັນລຸຕາມຄາດໝາຍ ແລະ ສໍາລັບຈຸດໝາຍປາຍທາງຂອງວາລະແຫ່ງຊາດໄດ້ກຳນົດເວລາປະຕິບັດຢ່າງຈະແຈ້ງ ແຕ່ປີ 2027-2030 ແລະ ໄດ້ກຳນົດຄາດໝາຍທີ່ທ້າທາຍສົມຄວນ. ໃນນັ້ນ, ຕ້ອງສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ ເພື່ອດຶງອັດຕາຄວາມທຸກຍາກໃຫ້ຫຼຸດລົງມາເຫຼືອພຽງໜຶ່ງໂຕເລກ, ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1,000 ບ້ານ ແລະ ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ ຕາມທີ່ໄດ້ກຳນົດໄວ້ໃນມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030).

ນາຍກໂອລມຕກອງປະຊມເຜຍແຜວາລະແຫງຊາດ ການພດທະນາຊນນະບດ ແລະ ແກໄຂຄວາມທກຍາກ - image 2
 

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕື່ມວ່າ: ເພື່ອບັນລຸຄາດໝາຍອັນຍິ່ງໃຫຍ່ນີ້, ຈະໄດ້ສຸມໃສ່ 5 ວຽກຈຸດສຸມ: ສຸມໃສ່ສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງຕິດພັນກັບການຈັດສັນພູມລຳເນົາ ໂດຍຊຸກຍູ້ການເຮັດກະເສດສຸມ, ກະເສດປະສົມປະສານ ແລະ ການຜະລິດເປັນສິນຄ້າ; ເລັ່ງພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ຊົນນະບົດ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ, ໄຟຟ້າ, ນໍ້າສະອາດ, ການສຶກສາ ແລະ ສາທາລະນະສຸກ; ເລັ່ງສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທ້ອງຖິ່ນ ຕິດພັນກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງນັກພັດທະນາກອນກັບທີ່ ໃຫ້ຮາກຖານມີຄວາມເຂັ້ມແຂງ; ສຸມໃສ່ຂົນຂວາຍ ແລະ ຍາດແຍ່ງແຫຼ່ງທຶນ ຈາກທັງງົບປະມານລັດ, ພາກທຸລະກິດ, ສັງຄົມ ແລະ ອົງການຈັດຕັ້ງສາກົນເພື່ອສຸມໃສ່ການພັດທະນາຢ່າງມີຈຸດສຸມ ແລະ ຫຼີກລ່ຽງການເອື່ອຍອີງແຕ່ງົບປະມານລັດ ພຽງດ້ານດຽວ; ສ້າງ ແລະ ປັບປຸງນິຕິກຳ, ກົນໄກການຄຸ້ມຄອງ ລວມເຖິງການພັດທະນາຖານຂໍ້ມູນຄວາມທຸກຍາກແຫ່ງຊາດໃຫ້ທັນສະໄໝ ເພື່ອຮັບປະກັນການຊ່ວຍເຫຼືອໃຫ້ຖືກເປົ້າໝາຍ ແລະ ມີຄວາມໂປ່ງໃສ ແລະ ເພື່ອເໜັ້ນໜັກ ແລະ ເປັນກຸນແຈ ທີ່ພວກເຮົາຕ້ອງໄດ້ພ້ອມກັນສຸມໃສ່ແກ້ໄຂຢ່າງເດັດຂາດ ແລະ ຈິງຈັງ ດັ່ງນີ້: 1. ການຫັນປ່ຽນວິຖີການດຳລົງຊີວິດ, ການຜະລິດ ແລະ ການສ້າງເສດຖະກິດຊົນນະບົດໃຫ້ເຂັ້ມແຂງ ເພື່ອສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ, 2. ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ເພື່ອເຊື່ອມໂຍງຊຸມຊົນຊົນນະບົດ ແລະ ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ, 3. ການຍົກລະດັບຄຸນນະພາບຊີວິດ ດ້ານການສຶກສາ, ສາທາລະນະສຸກ ແລະ ໂພຊະນາການ, 4. ການສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຢູ່ຮາກຖານ ຕິດພັນກັບວຽກງານ ສາມສ້າງ ແລະ 5. ການຄຸ້ມຄອງຊັບພະຍາກອນ, ທີ່ດິນທຳມາຫາກິນ ແລະ ການເກັບກູ້ລະເບີດຕົກຄ້າງ; ສະຫຼຸບລວມແລ້ວທັດສະນະຂອງການນຳພາ ຂອງພັກ-ລັດເຮົາ ຕໍ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ໄດ້ແຍກອອກຈາກວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແມ່ນການພັດທະນາແບບກວມລວມ ແລະ ຍືນຍົງ ທີ່ເອົາປະຊາຊົນເປັນໃຈກາງ, ການແກ້ໄຂຄວາມທຸກຍາກ ບໍ່ແມ່ນໜ້າທີ່ຂອງກະຊວງ ຫຼື ຂະແໜງການໃດໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບລວມ ຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈະຕ້ອງໄດ້ພ້ອມກັນຜ່ານຜ່າ ແລະ ທຸກພາກສ່ວນ ຕ້ອງຫັນປ່ຽນຈິນຕະນາການ, ເຮັດແທ້ທຳຈິງ, ມີການປະສານງານທີ່ກົມກຽວ ແລະ ນຳໃຊ້ຊັບພະຍາກອນທີ່ມີຈຳກັດ ໃຫ້ມີປະສິດທິຜົນສູງສຸດ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພວກເຮົາ ຈະສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ, ປະເທດຊາດຈະກ້າວອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວສູ່ຄວາມຈະເລີນຮຸ່ງເຮືອງສີວິໄລ ຕາມຈຸດໝາຍທີ່ພັກ-ລັດໄດ້ຕັ້ງເປົ້າໝາຍເອົາໄວ້.

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເດີນທາງເຖິງ ນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 8 ຕຸລານີ້, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ຜົນການກວດກາ 6 ເປົ້າໝາຍໃຫຍ່ ພົບຫຼາຍໂຄງການລະເມີດລະບຽບການ

ອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 6 ເປົ້າໝາຍໃຫຍ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພົບຫຼາຍໂຄງການ-ຂະແໜງການ ຍັງມີຂໍ້ຂາດຕົກບົກພ່ອງ ແລະ ລະ ເມີດລະບຽບການ ໃນວັນທີ 8 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.
ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

ສະພາແຫ່ງຊາດ ເນັ້ນໃຫ້ຮັດກຸມ ແລະ ເດັດຂາດ ໃນການເກັບກູ້ງົບປະມານ-ແກ້ໄຂຜົນການກວດສອບ-ກວດກາແຫ່ງລັດ

​ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ, ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ