ປະທານປະເທດ ຢ້ຽມຢາມໂຄງການພັດທະນາຈຸດຄ່ຽນຖ່າຍສິນຄ້າສະຖານີໂພນໂຮງ

ປະທານປະເທດ ຢ້ຽມຢາມໂຄງການພັດທະນາຈຸດຄ່ຽນຖ່າຍສິນຄ້າສະຖານີໂພນໂຮງ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມໂຄງການພັດທະນາຈຸດຄ່ຽນຖ່າຍສິນຄ້າ ສະຖານີໂພນໂຮງ ໃນວັນທີ 14 ທັນວານີ້ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ຜູ້ພັດທະນາໂຄງການໃຫ້ການຕ້ອນຮັບ.
    ໃນໂອກາດດັ່ງກ່າວ ທ່ານ ພິມພອນ ສຸດທິວົງ ຮອງປະທານບໍລິສັດ ລາວວີພີໂລຈິສຕິກ ເຊັນເຕີ ຈຳກັດຜູ້ດຽວລາຍງານວ່າ: ໂຄງການພັດທະນາຈຸດຄ່ຽນຖ່າຍສິນຄ້າ ສະຖານີໂພນໂຮງ ຕັ້ງຢູ່ບ້ານນ້ຳລິນ, ເມືອງໂພນໂຮງ ແຂວງວຽງຈັນ, ຄາດວ່າມູນຄ່າການລົງທຶນທັງໝົດປະມານ 100 ລ້ານໂດລາ ຊຶ່ງເປັນການລົງທຶນຂອງນັກລົງທຶນພາຍໃນ, ມີເນື້ອທີ່ພັດທະນາທັງໝົດ 150 ເຮັກຕາ, ໃນນີ້ ເນື້ອທີ່ຈຳນວນໜຶ່ງເຊົ່າທີ່ດິນຂອງລັດ, ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງສະຖານີທາງດ່ວນໂພນໂຮງ, ເສັ້ນທາງເລກທີ 13 ເໜືອ ແລະ ສະຖານີຂົນສົ່ງໂດຍສານ ລົດໄຟລາວ-ຈີນ ສະຖານີໂພນໂຮງ ແຂວງວຽງຈັນ.
    ໂຄງການດັ່ງກ່າວ ແມ່ນເພື່ອສົ່ງເສີມການຜະລິດເປັນສິນຄ້າເພື່ອສົ່ງອອກ, ເຊື່ອມຕໍ່ການຄ້າລະຫວ່າງພາຍໃນ ກັບສາກົນໃຫ້ສະດວກຂຶ້ນ ດ້ວຍການປັບປຸງລະບົບການໃຫ້ບໍລິການທີ່ມີຄວາມສະດວກ, ກະທັດຮັດ, ຫຼຸດຜ່ອນເວລາຂົນສົ່ງ ແລະ ຄ່າໃຊ້ຈ່າຍຕ່າງໆ ຂອງຫົວໜ່ວຍທຸລະກິດພາຍໃນ; ສ້າງລະບົບສາງພາງ ແລະ ຈຸດຄ່ຽນຖ່າຍສິນຄ້າທີ່ມີຄວາມທັນສະໄໝ ອໍານວຍຄວາມສະດວກໃຫ້ການນໍາເຂົ້າ ແລະ ສົ່ງອອກເປັນລະບົບຄົບຊຸດ, ສະດວກໃນການຄຸ້ມຄອງ, ການເກັບລາຍຮັບເຂົ້າງົບປະມານ ປະກອບສ່ວນສ້າງພື້ນຖານເສດຖະກິດໃຫ້ເມືອງໂພນໂຮງເປັນເຂດພັດທະນາໃໝ່ ໂດຍການພັດທະນາກິດຈະການປິ່ນອ້ອມພາຍໃນໂຄງການ ເປັນຕົ້ນເຂດການຄ້າ-ການບໍລິການ, ເຂດທີ່ຢູ່ອາໄສ, ເຂດການສຶກສາ, ເຂດອຸດສາຫະກໍາ, ເຂດສາງສິນຄ້າ ແລະ ສໍານັກງານບໍລິສັດຂົນສົ່ງ, ເຂດສາງນໍ້າມັນ ແລະ ແກັສ, ເຂດສະຖາ ນີຄ່ຽນຖ່າຍສິນຄ້າ.
ທ່ານຮອງປະທານບໍລິສັດ ລາວວີພີໂລຈິສຕິກ ເຊັນເຕີ ຈຳກັດຜູ້ດຽວ ກ່າວອີກວ່າ: ໂຄງການພັດທະນາຈຸດຄ່ຽນຖ່າຍສິນຄ້າ ສະຖານີໂພນໂຮງ ພາຍຫຼັງໄດ້ຮັບອະນຸຍາດຈາພາກສ່ວນກ່ຽວຂ້ອງ ກໍໄດ້ລົງມືບຸກເບີກພື້ນທີ່ ແລະ ກໍ່ສ້າງນັບແຕ່ເດືຶອນພະຈິກ 2022 ເປັນຕົ້ນມາ, ໃນນີ້ໄດ້ສໍາເລັດການກໍ່ສ້າງອາຄານຫ້ອງການຂອງໂຄງການ ສ້າງເດີ່ນເກັບມ້ຽນສິນຄ້າ ກໍ່ສ້າງອາຄານໃຫ້ບໍລິການແຈ້ງພາສີ (ປັດຈຸບັນກໍາລັງຕົບແຕ່ງພາຍໃນ) ກະກຽມພື້ນທີ່ສ້າງອາຄານສົ່ງເສີມການລົງທຶນ ກໍ່ສ້າງເສັ້ນທາງພາຍໃນໂຄງການ ດໍາເນີນຂັ້ນຕອນການຫັນປະເພດທີ່ດິນຈາກດິນກະສິກໍາ ມາເປັນດິນປຸກສ້າງ ໃຫ້ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ.
    ໃນໄລຍະຜ່ານມາໂຄງການພັດທະນາຈຸດຄ່ຽນຖ່າຍສິນຄ້າ ສະຖານີໂພນໂຮງ ໄດ້ຮັບການສະໜັບສະໜູນ ແລະ ອໍານວຍຄວາມສະດວກຈາກອໍານາດການປົກຄອງແຂວງວຽງຈັນ ແລະ ພາກສ່ວນກ່ຽວ ຂ້ອງຂອງລັດ ຈຶ່ງເຮັດໃຫ້ການດໍາເນີນການກໍ່ສ້າງມີຄວາມຄືບໜ້າຕາມເປົ້າໝາຍທີ່ວາງໄວ້ ນອກນີ້ການດໍາເນີນທຸລະກິດຂອງບໍລິສັດ ກໍໄດ້ປະສານສົມທົບກັບຄະນະບໍລິຫານຂອງບໍລິສັດ ທາງລົດໄຟ ລາວ-ຈີນ ແລະ ໄດ້ເປັນເອກະພາບກັນກ່ຽວກັບແນວທາງການຮ່ວມມື ທິດທາງການພັດທະນາເສດຖະກິດ ແລະ ການໃຫ້ບໍລິການປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ກາຍເປັນເສັ້ນທາງຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
    ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຊຶ່ງມີຄວາມຄືບໜ້າເປັນໜ້າເພິ່ງພໍໃຈ ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ບໍລິສັດຜູ້ພັດທະນາ ເອົາໃຈໃສ່ປະຕິບັດເນື້ອໃນສັນຍາຢ່າງເຂັ້ມງວດ ເພື່ອຫຼີກຜົນກະທົບຕໍ່ປະຊາຊົນໃນທ້ອງຖິ່ນ ນອກນີ້ທ່ານຍັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີຜົນສໍາເລັດຕາມເປົ້າໝາຍ.
ຂ່າວ-ພາບ: ຄ. ຄຳປະສິດ

ຄໍາເຫັນ

ຂ່າວເດັ່ນ

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ເພີ່ມເຕີມ