ປະທານປະເທດພົບປະນັກວິທະຍາສາດ ໃນ​ໂອກາດວັນວິທະຍາສາດແຫ່ງຊາດ ຄົບຮອບ 36​ ປີ

ປະທານປະເທດພົບປະນັກວິທະຍາສາດ ໃນ​ໂອກາດວັນວິທະຍາສາດແຫ່ງຊາດ ຄົບຮອບ 36​ ປີ
ທ່ານ​ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ​ ​ປະທານປະເທດ​ແຫ່ງ ​ສປປ​ລາວ​ ​ໄດ້ໃຫ້ກຽດພົບປະໂອ້ລົມນັກວິທະຍາສາດ ໃນໂອກາດສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ​ ​36​ ປີ​ (12 ຕຸລາ 1987-12 ຕຸລາ 2023) ພາຍໃຕ້ຫົວຂໍ້: ນຳໃຊ້ວິທະຍາສາດ,​ ເຕັກໂນໂລຊີ​ ​ແລະ​ ນະວັດຕະກຳ ເພື່ອແກ້ໄຂສິ່ງທ້າທາຍ ແລະ ​ການພັດທະນາປະເທດຊາດຂຶ້ນໃນວັນທີ​ 12​ ​ຕຸລາ ​ນີ້​ ທີ່​ມະຫາວິທະຍາໄລແຫ່ງຊາດ (ມຊ)​ ໂດຍມີ​ການນຳພັກ-ລັດ,​ ນັກຄົ້ນຄວ້າ,​ ຄູ-ອາຈານ, ນັກຮຽນ​ຮູ້ປັນຍາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​
ພາຍຫຼັງ ທ່ານ ​ພຸດ ສິມມາລາວົງ ລັດຖະມົນຕີ​ກະຊວງສຶກສາທິການ​ ​ແລະ ກິລາ ​ໄດ້ລາຍງານກ່ຽວກັບການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ປະຈຳປີ 2023. ໂອກາດນີ້,​ ທ່ານ ​ທອງລຸນ ​ສີສຸລິດ ​ໄດ້ມີຄຳເຫັນໂອ້ລົມໂດຍເນັ້ນໜັກໃຫ້ນັກວິທະຍາສາດເອົາໃຈໃສ່ຫຼາຍບັນຫາສຳຄັນດັ່ງນີ້: ໜຶ່ງ: ເອົາໃຈໃສ່ສ້າງເວທີເພື່ອແລກປ່ຽນຄຳຄິດຄຳເຫັນ, ແລກປ່ຽນຜົນງານການຄົ້ນຄວ້າ, ສ້າງເຄືອຂ່າຍນັກຄົ້ນຄວ້າ ແລະ ສ້າງຄວາມສຳພັນກັນລະຫວ່າງພາກອຸດສາຫະກຳ ແລະ ສະຖາບັນການສຶກສາ, ຄົ້ນຄວ້າ, ວິໄຈ ເພື່ອສ້າງໃຫ້ໄດ້ກຳລັງແຮງສັງ ລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດໃຫ້ກາຍເປັນຜະລິດຕະພັນອອກຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ. ພ້ອມນັ້ນ, ພັນທະພົນລະເມືອງລາວ ຕ້ອງມີສ່ວນຮ່ວມໃນການແກ້ໄຂບັນຫາ ແລະ ການພັດທະນາຂອງປະເທດຊາດ;ເປັນການເສີມຂະຫຍາຍປະຊາທິປະໄຕ, ເສີມຂະຫຍາຍວັງສະໝອງ, ສະຕິປັນຍາອັນຫຼາກຫຼາຍຂອງຖັນແຖວນັກຄົ້ນຄວ້າ, ນັກວິທະຍາສາດເຂົ້າສູ່ຂະບວນການຕົວຈິງ; ສອງ: ໃຫ້ນັກຄົ້ນຄວ້າ ແລະ ບຸກຄະລາກອນທາງວິທະ ຍາສາດ ແລະ ເຕັກໂນໂລຊີ ຈົ່ງໄດ້ຍົກສູງສະຕິຊາດ, ເປັນເຈົ້າຕົນເອງ, ມີຄວາມອົດທົນ ແລະ ເສຍສະຫຼະ, ມີຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ; ສາມ: ສືບຕໍ່ພັດທະນາ, ສ້າງເງື່ອນໄຂໃຫ້ຊັບພະຍາກອນມະນຸດໄດ້ຮັບການກໍ່ສ້າງ ແລະ ພັດທະນາ, ຖັນແຖວນັກຄົ້ນຄວ້າວິທະຍາສາດ, ປັນຍາຊົນໄດ້ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ການປະດິດສ້າງໃໝ່ໃຫ້ແກ່ປະເທດຊາດນັບມື້ນັບຫຼາຍຂຶ້ນ ແລະໂດດເດັ່ນ; ສີ່: ຕັ້ງໜ້າຜັນຂະຫຍາຍຜົນສຳເລັດຂອງການປະຕິຮູບການສຶກສາແຫ່ງຊາດສູ່ລວງເລີກ, ຢຶດໝັ້ນຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ ເປັນບຸລິມະສິດໄປຄຽງຄູ່ກັບການປັບປຸງ ແລະ ຍົກລະດັບວຽກງານກິລາກາຍະກໍາໃຫ້ມີການຫັນປ່ຽນທີ່ແຂງແຮງ; ຫ້າ: ຜູ້ບໍລິຫານການສຶກສາ, ສະຖາບັນຄົ້ນຄວ້າ ແລະ ນັກຄົ້ນຄວ້າຕ້ອງສຶກສາ, ເຊື່ອມຊຶມ ແລະ ກຳແໜ້ນແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແລະ ຫັນເປັນຍຸດທະສາດ, ເປັນໂຄງການ, ເປັນແຜນດໍາເນີນງານ ແລະ ຫົວຂໍ້ຄົ້ນຄວ້າຂອງຕົນ; ຫົກ: ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຢູ່ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າຕ່າງໆດ້ວຍການປະກອບບຸກຄະລາກອນ, ພື້ນຖານໂຄງລ່າງ, ເຄື່ອງມືຮັບໃຊ້ ແລະ ທຶນ ຮອນທີ່ສົມເຫດສົມຜົນ ເພື່ອເຮັດໃຫ້ການຄົ້ນຄວ້າສາມາດດຳເນີນໄດ້ຕາມເງື່ອນໄຂຕົວຈິງ; ເຈັດ: ສືບຕໍ່ດຳເນີນການສ້າງໃໝ່ ແລະ ປັບປຸງນິຕິກຳເພື່ອຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ; ແປດ: ບຳລຸງ ແລະກໍ່ສ້າງນັກວິທະຍາສາດໃນຂົງເຂດ ແລະ ຂະແໜງການຕ່າງໆໃນອັດຕາສ່ວນທີ່ເໝາະສົມ, ສ້າງນັກວິທະຍາສາດ (scientists) ແລະ ບຸກຄະລາກອນທາງວິທະຍາສາດ (scientific and technological workers) ໄປຄຽງຄູ່ກັນ ໃຫ້ເນັ້ນສ້າງບຸກຄະລາກອນທາງວິທະຍາສາດ ໃນຂະແໜງການທີ່ສາມາດນຳໄປສູ່ການຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ; ເກົ້າ: ຄວາມເຂັ້ມແຂງ ແລະ ຄຸນນະພາບຂອງວຽກງານໂດຍສະເພາະດ້ານບຸກຄະລາກອນວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕິດພັນໂດຍກົງກັບຄຸນນະພາບການສຶກສາ; ສິບ: ໃນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີນັ້ນຄວນດຳເນີນໃນ 3 ຮູບແບບໄປພ້ອມກັນເຊັ່ນ: ການຄົ້ນຄວ້າວິທະຍາສາດພື້ນຖານ (Basic research); ການຄົ້ນຄວ້າຄວບຄູ່ກັນທັງເປັນວິທະຍາສາດພື້ນຖານ, ນຳໃຊ້ (Applied basic research) ແລະ ການຄົ້ນຄວ້ານຳໃຊ້ (Applied research); ສິບເອັດ: ມີກອງທຶນພັດທະນາວິທະຍາສາດແລະ ເຕັກໂນໂລຊີ ຂໍໃຫ້ມີການຄຸ້ມຄອງ ແລະ ນຳໃຊ້ກອງທຶນດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນໃຫ້ມີຄວາມໂປ່ງໃສ, ນຳໃຊ້ໃຫ້ສອດຄ່ອງກັບໂຄງການຄົ້ນຄວ້າທີ່ເປັນບຸລິມະສິດແທ້ໆ; ສິບສອງ: ໃຫ້ສືບຕໍ່ເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ມິດປະເທດ, ອົງການຈັດຕັ້ງສາກົນ ແລະ ອື່ນໆ ເພື່ອຍາດແຍ່ງທຶນຮອນມາສະໜອງໃຫ້ແກ່ການຄົ້ນຄວ້າ ແລະ ສ້າງເປັນນະວັດຕະກຳໃໝ່ພາຍໃນປະເທດ. ຫຼັງຈາກນັ້ນ, ທ່ານປະທານປະເທດ, ການນຳພັກ-ລັດ, ຜູ້ເຂົ້າຮ່ວມໄດ້ທ່ຽວຊົມຫ້ອງວາງສະແດງປຶ້ມ, ອຸປະກອນຕ່າງໆທີ່ນໍາໃຊ້ເຂົ້າໃນວຽກງານການຄົ້ນຄ້ວາຕ່າງໆ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ