ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າພົບປະກັບ ປະທານປະເທດແຫ່ງ ສປ ຈີນ

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າພົບປະກັບ ປະທານປະເທດແຫ່ງ ສປ ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ໃນວັນທີ 8 ເມສາ ຜ່ານມາຢູ່ນະຄອນຫຼວງປັກກິ່ງ, ທ່ານ ເວືອງດິງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນປະທານປະເທດ ແຫ່ງ ສປ ຈີນ.
ຂ່າວລາຍງານວ່າ: ໃນການພົບປະ, ທ່ານ ເວືອງດິງເຫວ້ ເນັ້ນໜັກເຖິງການພັດທະນາການພົວພັນກັບຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນຕ່າງປະເທດຂອງ ຫວຽດນາມ ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ຢັ້ງຢືນ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍໃນການປະຕິບັດນະໂຍບາຍ “ປະເທດ ຈີນດຽວ”. ທ່ານ ເວືອງດິງເຫວ້ ສະເໜີໃຫ້ສອງຝ່າຍປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈການເມືອງ, ເພີ່ມທະວີການພົບປະຂັ້ນສູງ, ຜັນຂະຫຍາຍການພົວພັນ, ຮ່ວມມືໃນຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ແລະ ໃນບັນດາຂົງເຂດສຳຄັນຄື: ການທູດ, ຕຳຫຼວດ, ປ້ອງກັນປະເທດໃຫ້ເປັນຢ່າງດີ. ທ່ານ ເວືອງດິງເຫວ້ ສະເໜີໃຫ້ສອງຝ່າຍຍົກລະດັບການເຊື່ອມຕໍ່ຍຸດທະສາດ, ສ້າງກຳລັງໜູນເຕີບໂຕໃໝ່ໃຫ້ການຮ່ວມມືສອງປະເທດ, ຈຸດສຸມແມ່ນຊຸກຍູ້ການຮ່ວມມືການຄ້າ, ເປີດກວ້າງການນຳເຂົ້າສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດຂອງ ຫວຽດນາມ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບບັນດາຍຸດທະສາດພັດທະນາໃຫຍ່ຂອງຈີນ, ເຊື່ອມຕໍ່ທາງລົດໄຟ, ເສັ້ນທາງດ່ວນ, ທາງທະເລ, ທາງອາກາດ, ຊຸກຍູ້ການຮ່ວມມືການເງິນ, ເງິນຕາ ແລະ ຫັນເປັນດີຈີຕອນ.
ທ່ານ ສີຈິ້ນຜິງ ຢັ້ງຢືນ ຈີນສະໜັບສະໜູນ ຫວຽດນາມ ພັດທະນາ, ສະຖຽນລະພາບ, ສ້າງສັງຄົມນິຍົມເໝາະສົມກັບສະພາບການຂອງປະເທດຊາດ. ທ່ານ ສີຈິ້ນຜິງ ໄດ້ຕີລາຄາສູງກ່ຽວກັບການນຳສູງສຸດຂອງສອງພັກ-ສອງລັດ ເຫັນດີເປັນເອກະພາບສ້າງປະຊາຄົມແບ່ງປັນອະນາຄົດມີຄວາມໝາຍຍຸດທະສາດ ເປິດໄລຍະຮ່ວມມືໃໝ່, ເປີດກວ້າງການພົວພັນສອງຝ່າຍ. ທ່ານ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ກຽມພ້ອມຊຸກຍູ້ການພົວພັນຂອງສອງພັກ-ສອງລັດ ໃຫ້ນັບມື້ນັບພັດທະນາ, ກ້າວເຂົ້າສູ່ລວງເລິກ, ແທດຈິງ.

ຄໍາເຫັນ

ຂ່າວຕ່າງປະເທດ

ປີໃໝ່ຫາກໍເລີ່ມຕົ້ນ, ຈີນໄດ້ສົ່ງຄຳເຊື້ອເຊີນອີກຄັ້ງເພື່ອ “ຮ່ວມກັນຊົມໃຊ້ຕະຫຼາດ ຂະໜາດໃຫຍ່”

ປີໃໝ່ຫາກໍເລີ່ມຕົ້ນ, ຈີນໄດ້ສົ່ງຄຳເຊື້ອເຊີນອີກຄັ້ງເພື່ອ “ຮ່ວມກັນຊົມໃຊ້ຕະຫຼາດ ຂະໜາດໃຫຍ່”

ຂ່າວສານຊີອາໄອລາຍງານວ່າ: ອາຫານແຊບທີ່ຫຼາກຫຼາຍໄດ້ເລີ່ມຕົ້ນການເດີນທາງແຫ່ງລົດຊາດ, ເຂດສະເພາະ ເຄື່ອງສຳອາງໄດ້ເຕົ້າໂຮມຍີ່ຫໍ້ດັງຕ່າງໆ, ສິນຄ້າຍອດນິຍົມຈາກປະເທດຕ່າງໆ ໄດ້ເປີດຕົວພ້ອມກັນ ແລະ ອື່ນໆ. ໃນວັນທີ 4 ກຸມພາ ຜ່ານມານີ້, ໃນກິດຈະກຳຮອບທຳອິດປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ຕະຫຼາດຂະໜາດໃຫຍ່·ສົ່ງອອກປະເທດຈີນ”, ນັກວິຈານໄດ້ສຳຜັດກັບສະເໜ່ຂອງສິນຄ້ານຳເຂົ້າທີ່ມີຄຸນນະພາບດີຈາກ ປະເທດຕ່າງໆ.
ນັກຄົ້ນຄວ້າອົສຕຣາລີ ສຳເລັດການກວດພະຍາດຕັບອັກເສບບີຈາກປາຍນິ້ວມື

ນັກຄົ້ນຄວ້າອົສຕຣາລີ ສຳເລັດການກວດພະຍາດຕັບອັກເສບບີຈາກປາຍນິ້ວມື

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຖາບັນ Kirby ທີ່ມະຫາວິທະຍາໄລ New South Wales ໃນປະເທດອົສຕຣາລີໄດ້ລາຍງານການທົດລອງທີ່ສາມາດກວດວິນິດໄສ DNA ຂອງໄວຣັດຕັບອັກເສບບີດ້ວຍວິທີເຈາະເລືອດຈາກປາຍນິ້ວມືເປັນຄັ້ງທຳອິດຂອງໂລກ ຊຶ່ງການກວດທີ່ຈຸດດູແລຄົນເຈັບນີ້ສາມາດໃຫ້ຜົນພາຍໃນໜຶ່ງຊົ່ວໂມງ ແລະ ສາມາດປະຕິບັດໄດ້ໃນຄລີນິກທ້ອງຖິ່ນ ໂດຍມີຄວາມແມ່ນຍຳທຽບເທົ່າກັບການກວດຫ້ອງທົດລອງມາດຕະຖານ. ອີກທັງຊ່ວຍລຶບລ້າງບັນຫາຄວາມຊັກຊ້າທີ່ເກີດຈາກການສົ່ງກວດຫ້ອງທົດລອງແບບດັ້ງເດີມ ແລະ ເພີ່ມໂອກາດການເຂົ້າເຖິງການກວດຄັດກອງໃນເຂດຫ່າງໄກສອກຫຼີກ ແລະ ພື້ນທີ່ທີ່ມີຊັບພະຍາກອນຈຳກັດ.
ຮອດ​ປີ 2030 ພະ​ລັງ​ງານ​ໝູນ​ວຽນ​ ແລະ ພະ​ລັງ​ງານ​ນິວ​ເຄ​ລຍ​ ຈະ​ສະ​ໜອງ​ໄຟ​ຟ້າ​ເຄິ່ງ​ໜຶ່ງ​ຂອງ​ໂລກ

ຮອດ​ປີ 2030 ພະ​ລັງ​ງານ​ໝູນ​ວຽນ​ ແລະ ພະ​ລັງ​ງານ​ນິວ​ເຄ​ລຍ​ ຈະ​ສະ​ໜອງ​ໄຟ​ຟ້າ​ເຄິ່ງ​ໜຶ່ງ​ຂອງ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ມານີ້, ອົງ​ການ​ພະ​ລັງ​ງານ​ສາ​ກົນ​ ໄດ້​ເຜີຍແຜ່​ບົດ​ລາຍ​ງານ​ໂດຍ​ຄາດ​ຄະ​ເນ​ວ່າ: ນັບແຕ່ນີ້​ໄປ​ຮອດ​ປີ 2030, ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ໃນ​ທົ່ວ​ໂລກ​ຈະຫຼາຍກວ່າ 3.5%. ເມື່ອ​ຮອດ​ປີ 2030, ອັດ​ຕາສ່ວນຂອງ​ພະ​ລັງ​ງານ​ໝູນວ​ຽນ ແລະ ພະ​ລັງ​ງາ​ນ​ນິ​ວເຄ​ລ​ຍ​ຈະເພີ່ມຂຶ້ນເປັນ 50% ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທົ່ວ​ໂລກ.
ຟີລິບປິນລົງທຶນ 5 ລ້ານໂດລາ ເພື່ອຂະຫຍາຍຟາມຜັກທີ່ທົນຕໍ່ສະພາບອາກາດ

ຟີລິບປິນລົງທຶນ 5 ລ້ານໂດລາ ເພື່ອຂະຫຍາຍຟາມຜັກທີ່ທົນຕໍ່ສະພາບອາກາດ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກະຊວງກະສິກຳຟີລິບປິນໄດ້ລາຍງານການຈັດສັນງົບປະມານຫຼາຍກວ່າ 5 ລ້ານໂດລາພາຍໃນປີ 2026 ສຳລັບຂະຫຍາຍການປູກພືດທີ່ມີມູນຄ່າສູງ, ທົນທານຕໍ່ສະພາບອາກາດ ແລະ ເພື່ອຄວບຄຸມລາຄາສິນຄ້າກະສິກຳທີ່ຜັນຜວນ ເນື່ອງຈາກການສະ ໜອງໄດ້ຖືກຢຸດສະງັກຍ້ອນສະພາບອາກາດຜັນຜວນ.
ສິ່ງພິມຂອງຍີ່ປຸ່ນກຳລັງຕົກຢູ່ໃນວິດການທີ່ຮ້າຍແຮງ

ສິ່ງພິມຂອງຍີ່ປຸ່ນກຳລັງຕົກຢູ່ໃນວິດການທີ່ຮ້າຍແຮງ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຍອດຂາຍປຶ້ມ ແລະ ວາລະສານໃນຮູບແບບເປັນຫົວໃນຍີ່ປຸ່ນຫຼຸດລົງ 4.1% ເມື່ອທຽບກັບປີກ່ອນ ເປັນ 964.7 ຕື້ເຢນ ໃນປີ 2025, ຖືວ່າເປັນການຫຼຸດລົງຕໍ່າກວ່າ 1 ພັນຕື້ເຢນ ເປັນຄັ້ງທຳອິດໃນຮອບ 50 ປີ. ເຖິງແມ່ນວ່າຈະລວມກັບຍອດຂາຍດີຈີຕອນແລ້ວ, ຍອດຂາຍປຶ້ມ ແລະ ວາລະສານໂດຍລວມກໍຍັງຫຼຸດລົງເປັນປີທີ 4 ຕິດຕໍ່ກັນໃນປີ 2025, ໂດຍຫຼຸດລົງ 1.6% ເປັນປະມານ 1.55 ພັນຕື້ເຢນ.
ການ​ສົ່ງ​ອອກລົດຍົນໄຟ​ຟ້າ​ຂອງ​ຈີນ​ໄດ້​ເພີ່​ມ​ຂຶ້ນ​ຢ່າງວ່ອງ​ໄວ

ການ​ສົ່ງ​ອອກລົດຍົນໄຟ​ຟ້າ​ຂອງ​ຈີນ​ໄດ້​ເພີ່​ມ​ຂຶ້ນ​ຢ່າງວ່ອງ​ໄວ

ຂ່າວສານຊີອາໄອລາຍງານ ໃນວັນທີ 8 ກຸມພາ ຜ່ານມາວ່າ: ການ​ສົ່ງ​ອອກ​ລົດ​ຍົນໄຟ​ຟ້າ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ແລະ ຈະ​ຊ່ວຍ​ຍົກ​ຖາ​ນະ​ຜູ້ນຳ​ໜ້າ​ ດ້ານ​ເຕັກ​ໂນ​ໂລ​ຊີ​ສີຂຽວ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ.
ອັດຕາວ່າງງານຂອງນູແວນເຊລັງສູງທີ່ສຸດໃນຮອບ 10 ປີ

ອັດຕາວ່າງງານຂອງນູແວນເຊລັງສູງທີ່ສຸດໃນຮອບ 10 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ສຳນັກງານສະຖິຕິແຫ່ງຊາດນູແວນເຊລັງ (Stats NZ) ລາຍງານວ່າ: ອັດຕາການວ່າງງານຂອງນູແວນເຊລັງໄດ້ເພີ່ມຂຶ້ນເປັນ 5.4% ໃນໄຕມາດທີ່ສິ້ນສຸດໃນເດືອນທັນວາ 2025 ຊຶ່ງຖືວ່າສູງທີ່ສຸດໃນຮອບ 10 ປີ ຫຼື ນັບຕັ້ງແຕ່ໄຕມາດທີ່ສິ້ນສຸດໃນເດືອນກັນຍາ 2015 ຊຶ່ງອັດຕາການວ່າງງານແມ່ນ 5.7%.
ຍອດຂາຍລົດນຳເຂົ້າໃນ ສ ເກົາຫຼີ ເພີ່ມຂຶ້ນເກືອບ 38%

ຍອດຂາຍລົດນຳເຂົ້າໃນ ສ ເກົາຫຼີ ເພີ່ມຂຶ້ນເກືອບ 38%

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ສະມາຄົມຜູ້ນໍາເຂົ້າ ແລະ ຈຳໜ່າຍລົດ ສ ເກົາຫຼີ (KAIDA) ໄດ້ເປີດເຜີຍວ່າ, ຍອດຂາຍລົດນໍາເຂົ້າໃນ ສ ເກົາຫຼີ ເພີ່ມຂຶ້ນຢ່າງຫຼວງຫຼາຍໃນເດືອນມັງກອນຜ່ານມາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການລົດໄຟຟ້າ (EVs) ທີ່ເພີ່ມຂຶ້ນ, ໂດຍສະເພາະແມ່ນຍີ່ຫໍ້ Tesla ແລະ BYD.
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ວະລາດີເມຍ ປູຕິນ ທາງອອນລາຍ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ວະລາດີເມຍ ປູຕິນ ທາງອອນລາຍ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 4 ກຸມພາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະທາງອອນລາຍກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.
ຫວຽດນາມ ປະຕິຮູບລະບອບລະບຽບການ ແກ້ໄຂຈຸດອຸດຕັນ ໃຫ້ແກ່ວິສາຫະກິດ

ຫວຽດນາມ ປະຕິຮູບລະບອບລະບຽບການ ແກ້ໄຂຈຸດອຸດຕັນ ໃຫ້ແກ່ວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນມັງກອນ ຂອງລັດຖະບານ ຫວຽດນາມ ທີ່ຈັດຂຶ້ນຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນແທັງຕູ ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ໄດ້ແຈ້ງຂໍ້ມູນດ້ານເນື້ອໃນຂອງການປະຕິຮູບລະບອບລະບຽບການ ເພື່ອແກ້ໄຂບັນດາ “ຈຸດອຸດຕັນ” ໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນໃນການປະຕິບັດມະຕິເລກທີ 01 ຂອງລັດຖະບານ.
ເພີ່ມເຕີມ