ປະທັບໃຈ ໄດ້ເຫັນເຂດດິນແດນພາກໃຕ້ຂອງລາວ

ປະທັບໃຈ ໄດ້ເຫັນເຂດດິນແດນພາກໃຕ້ຂອງລາວ <img src="http://tinyurl.com/fl4gg" height="1" width="1">
ໂດຍ: ວັນເພັງ
ໃນໂອກາດນັກຂ່າວນັກໜັງສືພິມ ປະຊາຊົນສອງທ່ານ ທີ່ໄດ້ຮັບເຊີນຈາກບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ໃຫ້ລົງໄປເຄື່ອນໄຫວເກັບກໍ້າຂ່າວງານບຸນນະມັດສະການຕົ້ນໄມ້ມະນີໂຄດ ພ້ອມເປີດປີທ່ອງທ່ຽວລາວ 2024 ທີ່ເມືອງໂຂງ ແຂວງຈຳປາສັກ ດິນແດນພາກໃຕ້ສຸດຂອງ ສປປ ລາວ ເມື່ອບໍ່ດົນມານີ້ ຊຶ່ງເປັນໂອກາດສຳຄັນກາຍເປັນຄວາມຊົງຈຳທີ່ດີຄັ້ງໜຶ່ງ ທີ່ແສນປະທັບໃຈທີ່ລືມບໍ່ໄດ້.
ການເດີນທາງໄປຄັ້ງນີ້ກໍເປັນຄັ້ງທຳອິດສຳລັບຜູ້ຂຽນທີ່ໄດ້ເດີນທາງດ້ວຍເຮືອບິນສາຍການບິນລາວQ05 ຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ບິນມຸ່ງໜ້າໄປສູ່ສະໜາມບິນປາກເຊ ແຂວງຈຳປາສັກ ຊຶ່ງໃຊ້ເວລາພຽງ 50 ນາທີ. ຫຼັງຈາກຮອດສະໜາມບິນດັ່ງກ່າວກໍມີພະນັກງານບໍລິສັດ ມາຕ້ອນຮັບຢູ່ຕໍ່ໜ້າທາງອອກຂອງຜູ້ໂດຍສານ ດ້ວຍຮອຍຍິ້ມທີ່ແສນປະທັບໃຈ ແລະ ແທນຄວາມໝາຍວ່າຍິນດີຕ້ອນຮັບ. ຈາກນັ້ນ, ກໍໄດ້ຂຶ້ນລົດເດີນທາງໄປຕໍ່ຈາກປາກເຊ ເພື່ອມຸ່ງໜ້າໄປຫາເມືອງໂຂງຈາກເສັ້ນທາງ 150 ກິໂລແມັດ, ການເດີນທາງດ້ວຍລົດກໍໃຊ້ເວລາ 2 ຊົ່ວໂມງປາຍກໍຮອດ ເນື່ອງຈາກເສັ້ນທາງມີຄວາມສວຍງາມເປັນເສັ້ນທາງຊື່ ເຮັດໃຫ້ມີຄວາມສະດວກສະບາຍຫຼາຍ, ເມື່ອໄປຮອດເມືອງໂຂງກໍໄດ້ເຂົ້າພັກຢູ່ ຣີສອດຂອງບໍລິສັດຮ່ວມພັດທະນາ ສີທັນດອນ ຈຳກັດ ຊຶ່ງເປັນໜຶ່ງຣີສອດທີ່ຕັ້ງຢູ່ແຄມແມ່ນໍ້າຂອງມີວີວທີວທັດທີ່ສວຍງາມທີ່ສຸດ ໄດ້ເຫັນແລ້ວຈົນເຮັດໃຫ້ມີຄວາມຊື່ນໃຈ ຫາຍຈາກຄວາມອິດເມື່ອຍໃນການເດີນທາງ.
ດັ່ງທີ່ທ່ານຮູ້ແລ້ວວ່າ: ເມືອງໂຂງເປັນໜຶ່ງເມື່ອງທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ສວຍງາມ ແລະ ມີຊື່ສຽງບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ເປັນຕົ້ນນໍ້າຕົກຕາດຄອນພະເພັງ, ເກາະດອນຕ່າງໆ. ສຳລັບການມາທ່ຽວສວນອຸທິຍານນໍ້າຕົກຕາດຄອນພະເພັງ ທ່ານຈະໄດ້ເຫັນທີວທັດນໍ້າຕົກຕາດຄອນພະເພັງທີ່ກວ້າງໃຫຍ່ ແລະ ສວຍງາມທີ່ສຸດຂອງປະເທດລາວ, ພ້ອມມີຈຸດນັ່ງຊົມວີວທີວທັດທຳມະຊາດນໍ້າຕົກຕາດຫຼາຍຈຸດ, ຟັງສຽງນໍ້າຕົກຕາດສົ່ງສຽງດັງທາດໆ ເປັນລະອອງຟອງສີຂາວນວນ. ຫຼັງຈາກຊົມວີວທີວທັດແລ້ວຍັງສາມາດເຂົ້າກາບໄຫ້ວ-ບູຊາຕົ້ນໄມ້ມະນີໂຄດ ເນື່ອງຈາກຕົ້ນໄມ້ມະນີໂຄດເປັນຕົ້ນໄມ້ທີ່ສັກສິດ, ຊາວແຂວງຈໍາປາສັກກໍຄືຊາວເມືອງໂຂງໃຫ້ຄວາມເຄົາລົບນັບຖື ພ້ອມມີຄວາມເຊື່ອວ່າເປັນຕົ້ນໄມ້ຄູ່ບ້ານຄູ່ເມືອງມາຫຼາຍພັນປີ. ທຸກໆປີ ເມື່ອຮອດເດືອນຍີ່ ຫຼື ເດືອນມັງກອນ ຈະມີພິທີສະເຫຼີມສະຫຼອງງານບຸນດັ່ງກ່າວຂຶ້ນເພື່ອໃຫ້ມວນຊົນໄດ້ມາທ່ຽວຊົມ ກາບໄຫວ້, ຂໍພອນ ແລະ ທຳບຸນ. ສໍາລັບການຈັດງານບຸນຕົ້ນໄມ້ມະນີໂຄດຄັ້ງທີ 2 ປະຈຳປີ 2024 ແມ່ນຕິດພັນກັບປີທ່ອງທ່ຽວລາວ 2024 ເຫັນວ່າປີນີ້ຈັດໃຫຍ່ກວ່າປີຜ່າມມາ ພ້ອມມີຫຼາຍກິດຈະກຳ ທີ່ໜ້າສົນໃຈ ເຮັດໃຫ້ມີມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຢ່າງຫຼວງຫຼາຍ.ພ້ອມນັ້ນ, ການມາທ່ຽວເມືອງໂຂງບໍ່ພຽງແຕ່ໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ຍັງໄດ້ຮຽນຮູ້ວັດທະນະທຳ, ວິຖີການດຳລົງຊີວິດ, ຮີດຄອງປະເພນີ, ອາຫານທີ່ເປັນເອກະລັກຂອງທ້ອງຖິ່ນ ໂດຍສະເພາະອາຫານປະຈຳທ້ອງຖິ່ນ ສິ່ງທີ່ຂາດບໍ່ໄດ້ຖ້າໄດ້ມາຮອດແລ້ວຕ້ອງໄດ້ຊື້ຕິດໄມ້ຕິດມືກັບບ້ານນັ້ນຄື ປາທີ່ນຳມາປຸງແຕ່ງເປັນອາຫານໄດ້ຫຼາຍປະເພດເຊັ່ນ: ແຈ່ວປາກະເຕົາ, ສົ້ມປາ ແລະ ອື່ນໆທີ່ປຸງແຕ່ງດ້ວຍຣົດຊາດແຊບຊ້ອຍ, ມີກິ່ນຫອມ ແລະ ມີເອກະລັກບໍ່ຄືແຂວງອື່ນໆຂອງລາວເຮົາ.
ແນວໃດກໍຕາມໃນນາມຜູ້ຂຽນກໍຄືຜູ້ສື່ຂ່າວ ຂໍຂອບໃຈນໍາບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ທີ່ໄດ້ໃຫ້ການຕ້ອນຮັບເປັນຢ່າງດີ ທັງໄດ້ສຳຜັດຫຼາຍສິ່ງຢ່າງໃນເຂດແຂວງພາກໃຕ້ທີ່ມີຫຼາຍອັນແປກໃໝ່ ຊຶ່ງເປັນຄວາມຊົງຈຳຄັ້ງໜຶ່ງທີ່ແສນປະທັບໃຈ ເຊື່ອແນວ່າໂອກາດໜ້າຈະໄດ້ໄປເຄື່ອນໄຫວເກັບກໍ້າເອົາຂ່າວ ແລະ ທ່ອງທ່ຽວດິນແດນແຂວງພາກໃຕ້ຂອງລາວອີກຄັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ