ປະຖົມນິເທດໂຄງການລາງວັນຮອນດ້າສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2025

ປະຖົມນິເທດໂຄງການລາງວັນຮອນດ້າສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2025

ປະຖົມນິເທດໂຄງການລາງວັນຮອນດ້າສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2025
ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນຮ່ວມກັບຄະນະວິສະວະກໍາສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມປະຖົມນິເທດກ່ຽວກັບໂຄງການລາງ ວັນຮອນດ້າສຳລັບນັກວິ ທະຍາສາດ ແລະ ວິສະວະ ກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025 ສຳລັບ ຄວສ ຂຶ້ນໃນວັນທີ 6 ພຶດສະພານີ້

 

 

 ທີ່ສະໂມສອນຄະນະດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຈັນຄະຈອນ ສອນມະນີວົງ ຮອງຄະນະບໍດີ ຄວສ ຄະນະກຳມະການໂຄງການມູນນິທິຮອນດ້າ ປະຈຳປີ 2025, ມີຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ຈັນຄະຈອນ ສອນມະນີວົງ ກ່າວວ່າ: ລາງວັນຮອນດ້າສຳລັບນັກວິທະ ຍາສາດ ແລະ ວິສະວະ ກອນໜຸ່ມໄດ້ເລີ່ມມີໃນປີ 2006 ຈຸດປະສົງເພື່ອເຮັດໃຫ້ຄົນຮຸ່ນໜຸ່ມຫັນມາເອົາ ໃຈໃສ່ເລື່ອງເຕັກໂນໂລຊີກັບສິ່ງແວດລ້ອມໃຫ້ຫຼາຍຂຶ້ນເພື່ອເຊື່ອມໂຍງລະ ຫວ່າງຜູ້ນຳໃນອະນາຄົດຂອງປະເທດຍີ່ປຸ່ນ ແລະ ປະເທດອາຊຽນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ອຸດສາຫະກໍາ, ປີ 2006 ໂຄງການໄດ້ເລີ່ມຕົ້ນ ແລະ ໄດ້ຮັບຜົນສໍາເລັດຢູ່ທີ່ປະເທດຫວຽດນາມ, ປີ 2007 ຢູ່ປະເທດອິນເດຍ, ປີ 2008 ຢູ່ ສປປ ລາວ ແລະ ປະເທດກໍາປູເຈຍ, ປີ 2014 ຢູ່ປະເທດມຽນມາ, ສປປ ລາວ ໄດ້ກ້າວໜ້າຂຶ້ນໄປພາຍຫຼັງທີ່ໄດ້ເຂົ້າເປັນປະເທດສະມາຊິກອາຊຽນໃນປີ 1997. ໂຄງການນີ້ໄດ້ຕົກລົງໃຫ້ນັກສຶກສາ ມຊ ຂະແໜງວິທະຍາສາດ ແລະ ວິສະວະກໍາສາດຜູ້ທີ່ມີພອນສະຫວັນ, ມີແນວຄິດຢາກປະດິດສິ່ງໃໝ່ໆ, ມີທັກສະການສື່ສານທີ່ດີ, ມີຄຸນສົມບັດດີ, ມີຄວາມສາມັກຄີກັບໝູ່ຄູ່, ມັກເຂົ້າຮ່ວມກິດຈະກໍາ, ມີຄວາມເສຍສະຫຼະ ແລະ ມີຜົນການຮຽນດີເລີດ, ມີຄວາມເຂົ້າໃຈ ແລະ ມີຄວາມຕັ້ງ ໃຈໃນການນຳໃຊ້ເຕັກໂນໂລຊີ ແລະ ມີຜົນການຮຽນເກັ່ງຕະຫຼອດໄລຍະການຮຽນຜ່ານມາ ເພື່ອຈະເປັນຜູ້ນໍາທາງດ້ານວິທະຍາ ສາດຂອງສປປ ລາວໃນອະນາຄົດ.

ການຈັດກອງປະຊຸມຄັ້ງນີ້, ເພື່ອເປັນການແນະນໍາວິທີການສະໝັກ, ການອະ ທິບາຍຂະບວນການສອບ ເສັງເພື່ອເຂົ້າຮ່ວມແຂ່ງຂັນເອົາລາງວັນຈາກມູນນິທິຮອນດ້າປີ 2025 ຊຶ່ງແຕ່ລະປີມີນັກສຶກສາ 2 ຄົນໄດ້ຮັບລາງວັນຊະນະເລີດ, ຜູ້ໄດ້ຮັບລາງວັນຈະໄດ້ຫຼຽນຮອນດ້າ, ໃບຢັ້ງຢືນພ້ອມດ້ວຍເງິນ 3,000 ໂດລາ. ສຳລັບຜູ້ສະໝັກຕ້ອງເປັນນັກສຶກສາຂອງ ມຊ ທີ່ກໍານົດໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ລວມມີ 4 ຄະນະວິຊາຄື: ຄວສ, ຄະນະຊັບພະຍາ ກອນນໍ້າ, ຄະນະວິທະຍາ ສາດທຳມະຊາດ ແລະ ຄະ ນະສະຖາປັດຕະຍະກໍາສາດ, ຜູ້ສະໝັກຕ້ອງເປັນ ນັກສຶກສາຂອງຄະນະທີ່ກໍານົດໃຫ້ ແລະ ກໍາລັງຮຽນຢູ່ປີ 2, ປີ 3, ປີ 4 ແລະ ປີ 5 (ສໍາລັບຄະນະສະຖາປັດ ຕະຍະກໍາສາດ) ອາຍຸບໍ່ເກີນ 25 ປີ ສັນຊາດລາວ, ເປີດຮັບຟອມສະໝັກເລີ່ມແຕ່ວັນທີ 9 ເມສາ - 30 ພຶດສະພາ 2025 ນີ້. ສະນັ້ນ, ຜູ້ທີ່ມີຄວາມສົນ ໃຈສາມາດສອບຖາມລາຍລະອຽດໄດ້ທີ່: ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມຊ ເບີໂທ: 030 547617, 020 55703872.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ