ປະຊາກອນຕ່າງປະເທດຂອງຍີ່ປຸ່ນບັນລຸ 3.95 ລ້ານຄົນ

ປະຊາກອນຕ່າງປະເທດຂອງຍີ່ປຸ່ນບັນລຸ 3.95 ລ້ານຄົນ

ປະຊາກອນຕ່າງປະເທດຂອງຍີ່ປຸ່ນບັນລຸ 3.95 ລ້ານຄົນ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການບໍລິການກວດຄົນເຂົ້າເມືອງຂອງຍີ່ປຸ່ນ ເປີດເຜີຍວ່າ: ຈຳນວນຄົນຕ່າງປະເທດທີ່ອາໄສຢູ່ໃນຍີ່ປຸ່ນ ບັນລຸເຖິງ 3.95 ລ້ານຄົນ, ຂະນະທີ່ຍີ່ປຸ່ນເປີດຮັບແຮງງານຕ່າງປະເທດຫຼາຍຂຶ້ນ ເພື່ອແກ້ໄຂບັນຫາການຂາດແຄນແຮງງານຢ່າງໜັກໜ່ວງ.

 

ອົງການດັ່ງກ່າວລະບຸວ່າ: ມາຮອດທ້າຍເດືອນມິຖຸນາຜ່ານມາ ມີຊາວຕ່າງປະເທດ 3,956,619 ຄົນໃນຍີ່ປຸ່ນ, ເພີ່ມຂຶ້ນ 5% ຫຼື ປະມານ 187,000 ຄົນຈາກທ້າຍປີ 2024. ກວມເອົາ 3.21% ຂອງປະຊາກອນທັງໝົດຂອງປະເທດ.

ເມື່ອຈັດແບ່ງຕາມສະຖານະພາບທີ່ຢູ່ອາໄສ, ກຸ່ມທີ່ມີຈຳນວນຫຼາຍທີ່ສຸດແມ່ນຜູ້ທີ່ຢູ່ອາໄສຖາວອນ, ມີ 932,090 ຄົນ, ເພີ່ມຂຶ້ນ 1.5%, ຮອງລົງມາແມ່ນຜູ້ຖືວີຊາສໍາລັບວິສະວະກອນ, ຜູ້ຊ່ຽວຊານດ້ານມະນຸດສະທໍາ ແລະ ການບໍລິການສາກົນເຊັ່ນ: ນາຍພາສາ ຊຶ່ງເພີ່ມຂຶ້ນ 9.4% ເປັນ 458,109 ຄົນ.

ອົງການດັ່ງກ່າວລະບຸວ່າ: ຖ້າຫາກທ່າອ່ຽງໃນປັດຈຸບັນຍັງສືບຕໍ່, ຈຳນວນຊາວຕ່າງປະເທດທີ່ອາໄສຢູ່ຍີ່ປຸ່ນຄາດວ່າຈະບັນລຸ 4.15 ລ້ານຄົນໃນທ້າຍປີ 2025.

ລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ ປີ 2025, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງໄປທ່ຽວຍີ່ປຸ່ນໄດ້ບັນລຸເຖິງ 21.3 ລ້ານເທື່ອຄົນ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີກາຍ ແລະ ມີທ່າອ່ຽງຈະເພີ່ມຂຶ້ນບັນລຸປະມານ 45 ລ້ານຄົນຕະຫຼອດປີ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ມີແຜນຈະຢຸດການນຳເຂົ້ານໍ້າມັນກາຊວນ

ອິນໂດເນເຊຍ ມີແຜນຈະຢຸດການນຳເຂົ້ານໍ້າມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ບາລິວ ລາຮາດາເລຍ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ຊັບພະຍາກອນ​ບໍ່​ແຮ່ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
31 ລັດ ໃນເມັກຊິກເກີດໄພນໍ້າຖ້ວມ ແລະ ດິນເຈື່ອນ

31 ລັດ ໃນເມັກຊິກເກີດໄພນໍ້າຖ້ວມ ແລະ ດິນເຈື່ອນ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ຕຸລາ ຜ່ານມາວ່າ: ອົງການປ້ອງກັນ ແລະ ແກ້ໄຂໄພພິບັດແຫ່ງຊາດເມັກຊິກ ລາຍງານວ່າ, 31 ລັດ ໃນ 32 ລັດຂອງປະເທດ ປະສົບກັບຝົນຕົກໜັກກວ່າປົກກະຕິ ເຮັດໃຫ້ແມ່ນ້ຳໃຫຍ່ຫຼາຍສາຍລົ້ນຝັ່ງ ໄຫຼເຂົ້າຖ້ວມບ້ານເຮືອນປະຊາຊົນ, ເນື້ອທີ່ນາ ແລະ ເສັ້ນທາງຄົມມະນາຄົມຂົນສົ່ງ. ອີກທັງຍັງເກີດດິນ​ເຈື່ອນ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ກວ້າງ​ຂວາງ.
31 ແຂວງ ກຳແພງນະຄອນ ແລະ ເຂດປົກຄອງຕົນເອງຂອງຈີນ ຮ່ວມກັນຮັບມືສະພາວະສຸກເສີນ

31 ແຂວງ ກຳແພງນະຄອນ ແລະ ເຂດປົກຄອງຕົນເອງຂອງຈີນ ຮ່ວມກັນຮັບມືສະພາວະສຸກເສີນ

ຂ່າວສານຊີອາໄອລາຍງານວ່າ: ໃນທ້າຍອາທິດຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບຫົວຂໍ້ຕ່າງໆວ່າດ້ວຍການສຳເລັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ດ້ວຍຄຸນນະພາບສູງ,
ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ຫວຽດ​ນາມ ​ຄັ້ງ​ທີ 1

ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ລັດ​ຖະ​ບານ ຫວຽດ​ນາມ ​ຄັ້ງ​ທີ 1

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 12-13 ຕຸລາ ນີ້, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1 ອາຍຸການ 2025-2030 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນກອງປະຊຸມໃຫຍ່ຄັ້ງປະຖົມມະລືກຂອງອົງຄະນະພັກລັດຖະບານ ຕາມຮູບແບບການຈັດຕັ້ງໃໝ່. ໃນການເຮັດວຽກເປັນເວລາ 2 ວັນ, ກອງປະຊຸມໄດ້ສະຫຼຸບ, ຕີລາຄາໝາກຜົນການປະຕິບັດວຽກງານອາຍຸການ 2020-2025, ສະຫຼຸບຕີລາຄາວຽກງານຊີ້ນຳ-ນຳພາ ຂອງຄະນະບໍລິຫານງານອົງຄະນະພັກລັດຖະບານອາຍຸການ 2020-2025. ກຳນົດທິດທາງ, ເປົ້າໝາຍ, ໜ້າທີ່, ມາດຕະການຂອງອາຍຸການ 2025-2030; ປຶກສາຫາລື, ປະກອບຄຳເຫັນເຂົ້າໃນຮ່າງເອກະສານຂອງສູນກາງ ຍື່ນສະ ເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.
ຜູ້​ນຳ IMF ເຕືອນ​ຄວາມ​ບໍ່​ແນ່ນອນ​ດ້ານ​ເສດ​ຖະ​ກິດ​ໂລກ​ຍັງ​ຄົງ​ຢູ່

ຜູ້​ນຳ IMF ເຕືອນ​ຄວາມ​ບໍ່​ແນ່ນອນ​ດ້ານ​ເສດ​ຖະ​ກິດ​ໂລກ​ຍັງ​ຄົງ​ຢູ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ຕຸລາ ຜ່ານມາວ່າ: ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອໍານວຍການກອງທຶນການເງິນສາກົນ (IMF) ກ່າວເຕືອນວ່າ, ຄວາມບໍ່ແນ່ນອນຂອງເສດຖະກິດໂລກຈະກາຍເປັນ "ປົກກະຕິໃໝ່", ໂດຍທ່ານກ່າວຕື່ມວ່າ: ເສດຖະກິດໂລກ "ດີກວ່າທີ່ຢ້ານກົວ, ແຕ່ຮ້າຍແຮງກວ່າທີ່ຄາດໄວ້." ຄວາມຍືດຍຸ່ນຂອງໂລກຍັງບໍ່ທັນໄດ້ຮັບການທົດສອບຢ່າງເຕັມທີ່, ແຕ່ມີສັນຍານວ່າການທົດສອບນີ້ອາດຈະມາຮອດໃນໄວໆນີ້.
WTO ຄາດຄະເນການເຕີບໂຕດ້ານການຄ້າໂລກປີ 2025 ຂຶ້ນເປັນ 2.4%

WTO ຄາດຄະເນການເຕີບໂຕດ້ານການຄ້າໂລກປີ 2025 ຂຶ້ນເປັນ 2.4%

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການ​ການ​ຄ້າ​ໂລກ (WTO) ​ໄດ້​ເພີ່ມ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ການ​ຄ້າ​ໂລກ​ໃນ​ປີ 2025 ຂຶ້ນ​ເປັນ 2.4% ຈາກ 0.9% ​ໃນ​ເດືອນ​ສິງຫາ ຜ່ານມາ ​ແລະ​ ໄດ້​ຫຼຸດ​ການ​ຄາດ​ຄະ​ເນ​ຂອງປີ 2026 ລົງ​ເປັນ 0.5% ຈາກ 1.8%.
ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ຂອງ​ຈີນ ກາຍ 1,000 ຕື້​ກິ​ໂລ​ວັດ​ໂມງ​​ສອງ​ເດືອນ​ຕິດ​ຕໍ່​ກັນ

ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ຂອງ​ຈີນ ກາຍ 1,000 ຕື້​ກິ​ໂລ​ວັດ​ໂມງ​​ສອງ​ເດືອນ​ຕິດ​ຕໍ່​ກັນ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆ​ມາ​ນີ້, ອົງ​ການ​ພະ​ລັງງານ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດໂຕ​ເລກ​ຂໍ້​ມູນ​ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ໃນ​ເດືອນ​ກໍ​ລະ​ກົດ ແລະ ເດືອນ​ສິງ​ຫາຂອງ​ຈີນ​ໃນ​ປີ​ນີ້ ຄື: ເດືອນ​ກໍ​ລະ​ກົດ, ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ໃນ​ທົ່ວ​ສັງ​ຄົມ​ຈີນ​ມີ​ເຖິງ 1,022 ຕື້ 600 ລ້ານ​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 8.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2024. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ປະ​ລິ​ມານ​ການ​ນຳ​ໃຊ້​ໄຟ​ຟ້າ​ປະ​ຈຳ​ເດືອນ​ກາຍ 1,000 ​ຕື້ກິ​ໂລ​ວັດ​ໂມງ ແລະ ກໍ​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ທົ່ວ​ໂລກ. ​ສ່ວນເດືອນ​ສິງ​ຫາ, ມີ​ເຖິງ 1,015 ຕື້ 400 ລ້ານ​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024, ເປັນໂຕ​ເລກ​ທີ່​ກາຍ 1,000 ​ຕື້ກິ​ໂລ​ວັດ​ໂມງ​ອີກ​ຄັ້ງ​ໜຶ່ງ.
ເສດຖະກິດນະຄອນຫຼວງຮ່າໂນ້ຍ ສືບຕໍ່ບັນລຸການເຕີບໂຕຢ່າງຕັ້ງໜ້າ

ເສດຖະກິດນະຄອນຫຼວງຮ່າໂນ້ຍ ສືບຕໍ່ບັນລຸການເຕີບໂຕຢ່າງຕັ້ງໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 9 ຕຸລາ ຜ່ານມາວ່າ: ຕາມໂຕເລກສະຖິຕິຂອງນະຄອນຫຼວງຮ່າໂນ້ຍ, ໃນ 9 ເດືອນຜ່ານມາ, ເສດຖະກິດຂອງນະຄອນຫຼວງຮ່າໂນ້ຍສືບຕໍ່ມີທ່າເຕີບໂຕຢ່າງແຮງ ມີຫຼາຍດັດຊະນີບຸກທະລຸ. ໄລ່ລວມໃນ 9 ເດືອນ, ຍອດຜະລິດຕະພັນໃນບໍລິເວນ (GRDP) ຂອງນະຄອນຫຼວງຮ່າໂນ້ຍ ຄາດວ່າເພີ່ມຂຶ້ນ 7.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຂົງເຂດການບໍລິຫານ; ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ຂົງເຂດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ລ້ວນແຕ່ມີລະດັບເພີ່ມຂຶ້ນຢ່າງຕັ້ງໜ້າ.
ອົສຕຣາລີ ພົບຜູ້ລອດຊີວິດຈາກພະຍາດເຮັງ ເພີ່ມຂຶ້ນ

ອົສຕຣາລີ ພົບຜູ້ລອດຊີວິດຈາກພະຍາດເຮັງ ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ຕຸລາ ຜ່ານມາວ່າ: ສະຖາບັນສຸຂະພາບ ແລະ ສະຫວັດດີການຂອງອົສຕຣາລີ ລາຍງານວ່າ, ອັດຕາການລອດຊີວິດ (ໄລຍະ 5 ປີ) ຂອງຄົນເຈັບພະຍາດມະເຮັງໃນອົສຕຣາລີ ໄດ້ເພີ່ມຂຶ້ນ 22 ຈຸດ ໃນໄລຍະ 30 ປີຜ່ານມາ. ໂດຍອັດຕາການລອດຊີວິດ (ໄລຍະ 5 ປີ) ຂອງຄົນເຈັບພະຍາດມະເຮັງທັງໝົດແມ່ນ 72% ລະຫວ່າງປີ 2017 ຫາ 2021, ເພີ່ມຂຶ້ນຈາກ 50% ລະຫວ່າງປີ 1987 ຫາ 1991.
ທະນາຄານໂລກ ຄາດຄະເນເສດຖະກິດມາເລເຊຍ ຈະເຕີບໂຕ 4.1%

ທະນາຄານໂລກ ຄາດຄະເນເສດຖະກິດມາເລເຊຍ ຈະເຕີບໂຕ 4.1%

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ຕຸລາ ຜ່ານມາວ່າ: ທະນາຄານ​ໂລກ​ (World Bank)ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຂອງ​ມາ​ເລ​ເຊຍ​ຈະ​ເຕີບ​ໂຕ 4.1% ​ໃນ​ປີ 2025 ຊຶ່ງຊ້າ​ລົງ​ຈາກ 5.1% ​ໃນ​ປີ 2024 ​ແຕ່​ຍັງ​ສູງ​ກວ່າ​ທີ່​ຄາດ​ຄະ​ເນ​ໄວ້ກ່ອນ​ໜ້າ​ນີ້​ເລັກໜ້ອຍ ແລະ ​ຄາດ​ຄະ​ເນ​ວ່າ​ຈະ​ເຕີບໂຕ 4.1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນປີ 2026.
ເພີ່ມເຕີມ