ປະຊາຊົນເມືອງຫ້ວຍຊາຍມີ 8 ບ້ານໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ປະຊາຊົນເມືອງຫ້ວຍຊາຍມີ 8 ບ້ານໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ປະຊາຊົນເມືອງຫ້ວຍຊາຍມີ 8 ບ້ານໄດ້ຮັບຜົນກະທົບຈາກນໍ້າຖ້ວມ
ຕາມການລາຍງານຈາກ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເນື່ອງຈາກມີຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນໃນລະຫວ່າງ ວັນທີ່ 27-28 ກໍລະກົດ ຜ່ານມານິ້, ເຮັດໃຫ້ນໍ້າຫຼາຍສາຍຍຶ່ງໄຫຼ່ຖ້ວມເຮືອນ, ເສັ້ນທາງ, ຂົວ, ສວນປູກພືດຜັກ ແລະ ເນື້ອທີ່ທຳການຜະລິດອື່ນໆ ຂອງປະຊາຊົນເສຍຫາຍເປັນວົງກວ້າງ, ມີຫຼາຍບ້ານ, ຊຶ່ງທາງຄະນະກໍາມະການຄຸ້ມຄ້ອງໄພພິບບັດຂັ້ນເມືອງ ໄດ້ຈັດແບ່ງກັນລົງຕິດຕາມເບິ່ງຜົນເສຍຫາຍ ພ້ອມທັງຊ່ວຍເຫຼືອສຸກເສີນໃນແຕ່ລະຈຸດ ສາມາດປະເມີນຂໍ້ມູນໃນເບື້ອງຕົ້ນມີເຮືອນທີ່ຖືກຜົນກະທົບນໍ້າຖ້ວມເສຍຫາຍໜັກ ຈໍານວນ 8 ບ້ານ, ມີ 147 ຫຼັງ, ມີ 779 ຄົນ ຍິງ 315 ຄົນ, ຮ້ານອາຫານກິນດື່ມ 1 ຫຼັງ, ວັດ 1 ແຫ່ງ, ຂົວ 2 ແຫ່ງ, ຝາຍຂາດ 1 ແຫ່ງ, ເຂົ້າເປືອກ 13,581 ກິໂລ, ເຂົ້າສານ 2,650 ກິໂລ, ລົດໃຫຍ່ ກະບະ 2 ຄັນ, ລົດຈັກ 19 ຄັນ, ລົດໄຖເດິນຕາມ 2 ຄັນ, ສັດປີກ 1,496 ໂຕ, ງົວ 3 ໂຕ, ໜອງປາ, ໜອງກົບ ແລະ ເສັ້ນທາງບ້ານດອນ - ບ້ານ ດ່ານ ເຈື່ອນ 1 ຈຸດ, ໂຮງໂມ້ຫີນ, ປໍ້ານໍ້າມັນ ແລະ ອື່ນໆ. ສາມາດປະເມີນຜົນເສຍຫາຍໃນເບື້ອງຕົ້ນທັງໝົດ: 1,459,064,000 ກີບ.
ປະຊາຊນເມອງຫວຍຊາຍມ 8 ບານໄດຮບຜນກະທບຈາກນາຖວມ - image 1
 

ສວນເສັ້ນທາງທີ່ຖືກຜົນກະທົບບໍ່ສາມາດເດີນທາງໄປ-ມາໄດ້ ທາງພາກສ່ວນກ່ຽວຂ້ອງກໍຄືຫ້ອງການໂຍທາເມືອງ ກໍໄດ້ສົມທົບກັບ ພະແນກໂຍທາແຂວງ ໄດ້ລົງຕິດຕາມກວດກາ ແລະ ປະສານກັບບໍລິສັດທີ່ເຊັນສັນຍາຮັບເໝົາເຂົ້າແກ້ໄຂເສັ້ນທາງທີ່ຖືກຜົນກະທົບສໍາເລັດແລ້ວບາງຈຸດ ແລະ ບ່ອນທີ່ຍັງຄ້າງແມ່ນໄດ້ສືບຕໍ່ແກ້ໄຂໃຫ້ສໍາເລັດເພື່ອໃຫ້ການສັນຈອນໄປ-ມາໄດ້ເປັນປົກກະຕິ.

ປະຊາຊນເມອງຫວຍຊາຍມ 8 ບານໄດຮບຜນກະທບຈາກນາຖວມ - image 2
 

ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງສືບຕໍ່ຕິດຕາມຊຸກຍູ້ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງເກັບກໍາຂໍ້ມູນຜົນເສຍຫາຍລະອຽດລາຍງານປະທານຄະນະກໍາມະການເພື່ອສະເໜີການຊ່ວຍເຫຼືອແກ້ໄຂສຸກເສີນໃນຂັ້ນຕໍ່ໄປ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ - ຂັ້ນເມືອງ ໄດ້ໃຫ້ການຊ່ວຍເຫຼືອແກ້ໄຂສຸກເສີນເບື້ອງຕົ້ນໃຫ້ ຄອບຄົວຖືກຜົນກະທົບ ພ້ອມທັງມອບເຂົ້າສານຈ້າວ 1,760 ກິໂລ ແລະ ເຄື່ອງອຸປະໂພກ - ບໍລິໂພກ ຈໍານວນໜື່ງ ລວມມູນຄ່າ 60.280.000 ກີບ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ຢູ່ບ້ານ ນໍ້າຕອຍ ຈໍານວນ 88 ຫຼັງ.

ປະຊາຊນເມອງຫວຍຊາຍມ 8 ບານໄດຮບຜນກະທບຈາກນາຖວມ - image 3
 

(ຂ່າວ: ເງິນຫຼົງ ຈິດພູວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ