ປະຊາຊົນເປັນນໍ້າ ກອງທັບເປັນປາ ຮ່ວມສາຍສຳພັນສ້າງສາປະເທດຊາດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງສີວິໄລ

ປະຊາຊົນເປັນນໍ້າ ກອງທັບເປັນປາ ຮ່ວມສາຍສຳພັນສ້າງສາປະເທດຊາດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງສີວິໄລ

ປະຊາຊົນເປັນນໍ້າ ກອງທັບເປັນປາ ຮ່ວມສາຍສຳພັນສ້າງສາປະເທດຊາດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງສີວິໄລ
ກອງທັບ ກັບ ປະຊາຊົນ ແມ່ນສອງພາກສ່ວນທີ່ມີຄວາມຜູກພັນກັນຢ່າງແໜ້ນແຟ້ນ ບໍ່ອາດແຍກອອກຈາກກັນໄດ້ ຄຳກ່າວທີ່ວ່າ “ກອງທັບກັບປະຊາຊົນຄືປາກັບນໍ້າ” ແມ່ນຄໍາປຽບທຽບທີ່ມີຄວາມໝາຍເລິກເຊິ່ງ, ປາຈະມີຊີວິດຢູ່ໄດ້ກໍຕ້ອງອາໄສນໍ້າ, ຖ້າຂາດນໍ້າປາກໍຢູ່ບໍ່ໄດ້, ກອງທັບກໍເຊັ່ນດຽວກັນ ການເກີດຂຶ້ນ, ການເຕີບໃຫຍ່ ແລະ ຄວາມເຂັ້ມແຂງຂອງກອງທັບ ລ້ວນແຕ່ອາໄສການສະໜັບສະໜູນ, ຮັກແພງ ແລະ ການຮ່ວມແຮງຮ່ວມໃຈຈາກປະຊາຊົນ.
ປະຊາຊນເປນນາ ກອງທບເປນປາ ຮວມສາຍສຳພນສາງສາປະເທດຊາດ ມຄວາມເຂມແຂງ ແລະ ໝນຄງສວໄລ - image 1
 

ຕັ້ງແຕ່ອະດີດມາ ກອງທັບໄດ້ເກີດຂຶ້ນຈາກປະຊາຊົນ ແລະ ເພື່ອປະຊາຊົນ, ລູກຫຼານຂອງປະຊາຊົນໄດ້ສະໝັກໃຈເຂົ້າຮັບໃຊ້ຊາດ ເຂົ້າຮ່ວມໃນກອງທັບ ເພື່ອປົກປັກຮັກສາຜືນແຜ່ນດິນ, ປົກປ້ອງຄວາມສະຫງົບສຸກ ແລະ ຮັກສາຊີວິດຊັບສິນຂອງປະຊາຊົນ, ທະຫານບໍ່ແມ່ນຄົນທີ່ຢູ່ໄກຈາກປະຊາຊົນ ແຕ່ແມ່ນລູກຫຼານ ພີ່ນ້ອງ ແລະ ສະມາຊິກຄົນໜຶ່ງຂອງປະຊາຊົນ. ເພາະສະນັ້ນ ຄວາມທຸກສຸກຂອງປະຊາຊົນກໍຄືຄວາມທຸກສຸກຂອງກອງທັບ. ໃນຍາມປະເທດຊາດພົບຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ຈາກພາຍນອກ ກອງທັບແມ່ນກຳລັງສຳຄັນທີ່ຢືນຢູ່ແຖວໜ້າ ທີ່ ຍອມເສຍສະຫຼະຄວາມສຸກສ່ວນຕົວ ຍອມຫ່າງໄກຄອບຄົວ ຍອມຕໍ່ສູ້ກັບຄວາມລຳບາກ ເພື່ອຮັກສາຊາດ ແລະ ປະຊາຊົນ. ຢ່າງໃດກໍຕາມ ກອງທັບ ຈະສາມາດຢືນຢູ່ໄດ້ຢ່າງໝັ້ນຄົງ ກໍຕ້ອງອາໄສກຳລັງໃຈຈາກປະຊາຊົນ ແລະ ການສົ່ງເສີມ, ການສະໜັບສະໜູນຈາກທຸກຊັ້ນຄົນ ແມ່ນພະລັງອັນໃຫຍ່ຫຼວງທີ່ຊ່ວຍໃຫ້ກອງທັບ ມີຄວາມກ້າຫານ ແລະ ມີກຳລັງໃຈໃນການປະຕິບັດໜ້າທີ່.

ບໍ່ພຽງແຕ່ໃນຍາມສົງຄາມ ຫຼື ຍາມມີໄພອັນຕະລາຍເທົ່ານັ້ນ ກອງທັບຍັງມີບົດບາດສຳຄັນໃນຍາມສັນຕິພາບອີກດ້ວຍ. ກອງທັບໄດ້ຮ່ວມກັບປະຊາຊົນໃນການພັດທະນາບ້ານເມືອງ ຊ່ວຍກໍ່ສ້າງຖະໜົນ, ໂຮງຮຽນ, ສຸກສາລາ ຊ່ວຍແຮງງານໃນການຜະລິດ ຊ່ວຍປະຊາຊົນໃນຍາມເກີດໄພພິບັດ ເຊັ່ນ: ນໍ້າຖ້ວມ, ພາຍຸ, ໄຟໄໝ້ ຫຼື ເຫດການສຸກເສີນຕ່າງໆ. ເມື່ອປະຊາຊົນລຳບາກ ກອງທັບກໍລົງໄປຊ່ວຍ; ເມື່ອບ້ານເມືອງຕ້ອງການກຳລັງ ກອງທັບກໍຢືນຢູ່ຂ້າງປະຊາຊົນສະເໝີ.

ປະຊາຊົນເອງກໍມີບົດບາດສຳຄັນຕໍ່ກອງທັບ ເປັນຜູ້ສ້າງພື້ນຖານ, ສ້າງກໍາລັງຄົນ ສ້າງກຳລັງໃຈ ແລະ ສ້າງພະລັງຮ່ວມໃຫ້ກອງທັບ, ເປັນຫູເປັນຕາ ຊ່ວຍຮັກສາຄວາມສະຫງົບ ຊ່ວຍແຈ້ງຂ່າວ ຊ່ວຍປົກປ້ອງບ້ານເມືອງຮ່ວມກັນ ຖ້າກອງທັບມີປະຊາຊົນຮັກແພງ ເຊື່ອຖື ແລະ ສະໜັບສະໜູນ ກອງທັບກໍຈະມີຮາກຖານທີ່ໝັ້ນຄົງ. ຄວາມສຳພັນລະຫວ່າງກອງທັບກັບປະຊາຊົນຈຶ່ງບໍ່ແມ່ນຄວາມສຳພັນທຳມະດາ ແຕ່ແມ່ນຄວາມສຳພັນແບບພີ່ນ້ອງ ແບບລູກຫຼານກັບພໍ່ແມ່ ແລະ ແບບຜູ້ຮ່ວມຊາຕາກຳດຽວກັນ. ທະຫານທີ່ດີຕ້ອງຮັກປະຊາຊົນ ເຄົາລົບປະຊາຊົນ ຟັງສຽງປະຊາຊົນ ແລະ ຊ່ວຍເຫຼືອປະຊາຊົນດ້ວຍຄວາມຈິງໃຈ. ຂະນະດຽວກັນ ປະຊາຊົນ ກໍຮັກແພງກອງທັບ ເຂົ້າໃຈພາລະໜ້າທີ່ຂອງກອງທັບ ແລະ ຮ່ວມມືໃນການຮັກສາຄວາມສະຫງົບປອດໄພຂອງຊາດ.

ໃນສະພາບການປັດຈຸບັນ ບ້ານເມືອງກຳລັງພັດທະນາ ແລະ ໂລກມີການປ່ຽນແປງຢ່າງວ່ອງໄວ. ຄວາມທ້າທາຍມີຫຼາຍຮູບແບບ ທັງດ້ານຄວາມປອດໄພ ເສດຖະກິດ ສັງຄົມ ແລະ ໄພພິບັດທາງທຳມະຊາດ. ດັ່ງນັ້ນ ການສ້າງຄວາມສາມັກຄີລະຫວ່າງກອງທັບກັບປະຊາຊົນຈຶ່ງຍິ່ງມີຄວາມຈຳເປັນ. ກອງທັບຕ້ອງປັບປຸງຕົນເອງໃຫ້ທັນສະໄໝ ມີວິໄນ ມີຄວາມຮູ້ ມີຈິດໃຈຮັບໃຊ້ ແລະ ຢູ່ໃກ້ຊິດກັບປະຊາຊົນ. ສ່ວນປະຊາຊົນກໍຄວນຮ່ວມກັນຮັກສາຊາດ ຮັກສາຄວາມສະຫງົບ ແລະ ໃຫ້ກຳລັງໃຈແກ່ຜູ້ທີ່ກຳລັງປະຕິບັດໜ້າທີ່.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ