ປະຊາຊົນທົ່ວເມືອງໂພນໄຊ ມີລາຍຮັບສະເລ່ຍ ຫຼາຍກວ່າ 12 ລ້ານກີບຕໍ່ປີ

ປະຊາຊົນທົ່ວເມືອງໂພນໄຊ ມີລາຍຮັບສະເລ່ຍ ຫຼາຍກວ່າ 12 ລ້ານກີບຕໍ່ປີ

ປະຊາຊົນທົ່ວເມືອງໂພນໄຊ ມີລາຍຮັບສະເລ່ຍ ຫຼາຍກວ່າ 12 ລ້ານກີບຕໍ່ປີ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX (2020-2024) ຂອງເມືອງໂພນໄຊ ແຂວງຫຼວງພະບາງ ແມ່ນຢູ່ໃນທ່າມກາງຄວາມຫຍຸ້ງຍາກຫຼາຍດ້ານ ສົ່ງຜົນກະທົບໃຫ້ອັດຕາການຂະຫຍາຍຕົວ

ຂອງເສດຖະກິດ ໃນປີ 2020 ບັນລຸໄດ້ພຽງ 3.5% ແລະ ຫຼຸດລົງມາເປັນ 2.8% ໃນປີ 2022; ການຊຸກຍູ້ສົ່ງເສີມການຜະລິດສິນຄ້າ ຢູ່ພາຍໃນເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຍັງເຮັດບໍ່ທັນໄດ້ຫຼາຍ, ມີບາງຄາດໝາຍສູ້ຊົນ ບໍ່ບັນລຸຕາມແຜນການທີ່ວາງໄວ້. ເພື່ອແກ້ໄຂສະພາບ ອົງການປົກຄອງທຸກຂັ້ນຂອງເມືອງ, ບວກກັບການຮ່ວມແຮງຮ່ວມໃຈ ຂອງປະຊາຊົນ ລວມທັງການຊ່ວຍເຫຼືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຈິ່ງສາມາດຈັດຕັ້ງປະຕິບັດບາງແຜນວຽກຈຸດສຸມ ບັນລຸຕາມຄາດໝາຍເປັນສ່ວນໃຫຍ່. ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໄດ້ຮັບການປັບປຸງ ແລະແກ້ໄຂດີຂຶ້ນ, ສະແດງອອກ ຄອບຄົວທຸກຍາກມີທ່າອ່ຽງຫຼຸດລົງ, ພື້ນຖານໂຄງລ່າງດ້ານສາທາລະນຸປະໂພກໄດ້ຮັບການພັດທະນາ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ໂອກາດຂຶ້ນລາຍງານຕໍ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX (2020-2024). ສະຫາຍ ແກ່ນຈັນ ພິລາວັນ ກໍາມະການປະຈຳພັກ ຮອງເຈົ້າເມືອງໂພນໄຊ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໂພນໄຊ ໄດ້ຖືເອົາ 6 ເປົ້າໝາຍສຳຄັນ. ໃນນັ້ນ, ເປົ້າໝາຍທີ 1 ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ ສາມາດສັງລວມຍອດຜົນຜະລິດພາຍໃນ (GO) ບັນລຸ 1,326 ຕື້ກີບ, ອັດຕາຂະຫຍາຍຕົວສະເລ່ຍ 4.2% ຕໍ່ປີ, ສະເພາະປີ 2024 ບັນລຸໄດ້ 444 ຕື້ກີບ, ເທົ່າກັບ 257% ຂອງແຜນການ, ທຽບໃສ່ປີ 2019 ເພີ່ມຂຶ້ນ 150 ຕື້ກີບ, ສະເລ່ຍລາຍຮັບໄດ້ 12 ລ້ານ 2 ແສນກວ່າກີບ ຫຼື ເທົ່າກັບ 570 ໂດລາ ຕໍ່ຄົນຕໍ່ປີ. ເປົ້າໝາຍທີ 2 ຊັບພະຍາກອນມະນຸດມີຄຸນນະພາບ ແລະ ນໍາໃຊ້ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ໄດ້ສຸມໃສ່ຂົງເຂດສຶກສາທິການ ແລະ ກິລາ, ວຽກງານສາທາລະນະສຸກ, ວຽກງານແຮງງານ ແລະ ສະຫວັດດີການສັງຄົມ. ເປົ້າໝາຍທີ 3 ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ສັງຄົມທີ່ໜ້າຢູ່ ແລະ ສີວິໄລ ໄດ້ສຸມໃສ່ເຮັດໃຫ້ເຂດຊົນນະບົດ ແລະ ເຂດຮ່າງໄກສອກຫຼີກ ໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ພື້ນຖານໂຄງລ່າງ, ການຄົມມະນາຄົມຂົນສົ່ງ, ພະລັງງານ ແລະ ບໍ່ແຮ່ ໄດ້ຮັບການປັບປຸງ ແລະ ສະໜອງໃຫ້ປະຊາຊົນຢ່າງທົ່ວເຖິງ, ສົ່ງເສີມ ແລະ ສ້າງໂອກາດບົດບາດຍິງ-ຊາຍ, ໄວໜຸ່ມ ແລະ ຜູ້ດ້ອຍໂອກາດໃຫ້ໄດ້ຮັບການປົກປ້ອງ ແລະ ພັດທະນາ. ເປົ້າໝາຍທີ 4 ການຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ສາມາດຮັບມືກັບການປ່ຽນແປງສະພາບອາກາດ ແລະ ໄພພິບັດຕ່າງໆ ໄດ້ສຸມໃສ່ ຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ, ການເຕີບໂຕສີຂຽວ ແລະການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ການກຽມຄວາມພ້ອມຮັບມື ແລະ ຟື້ນຟູຫຼັງໄພພິບັດທາງທໍາມະຊາດ. ເປົ້າໝາຍທີ 5 ການເຊື່ອມໂຍງ, ເຊື່ອມຈອດບັນດາເມືອງ, ແຂວງ, ພາກພື້ນ ແລະ ສາກົນຢ່າງກວ້າງຂວາງ, ມີປະສິດທິຜົນ ໄດ້ສຸມໃສ່ ການສ້າງໂຄງລ່າງພື້ນຖານທີ່ມີຄວາມເຂັ້ມແຂງ, ເຊື່ອມໂຍງ ແລະ ເຊື່ອມຈອດບັນດາເມືອງ, ແຂວງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຜະລິດ, ການບໍລິການ ແລະ ການຄ້າການລົງທຶນ, ການພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ. ເປົ້າໝາຍທີ 6 ການຄຸ້ມຄອງ ແລະ ບໍລິຫານລັດ ມີປະສິດທິພາບ ແລະ ສັງຄົມ ມີຄວາມສະເໝີພາບ, ຍຸຕິທຳ ໄດ້ສຸມໃສ່ຍົກສູງປະສິດທິພາບການຄຸ້ມຄອງບໍລຫານລັດໃຫ້ມີຄວາມກະທັດລັດ, ວ່ອງໄວ ແລະ ເຂັ້ມງວດຕາມກົດໝາຍ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ຢູ່ໃນສັງຄົມ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ