ພິທີເປີດຫ້ອງມູນເຊື້ອສະພາແຫ່ງຊາດ

ເປີດຫ້ອງມູນເຊື້ອສະພາແຫ່ງຊາດຢ່າງເປັນທາງການ

ເປີດຫ້ອງມູນເຊື້ອສະພາແຫ່ງຊາດຢ່າງເປັນທາງການ
ພິທີເປີດຫ້ອງມູນເຊື້ອສະພາແຫ່ງຊາດ ຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 30 ກັນຍານີ້ ທີ່ ຫໍສະພາແຫ່ງຊາດ ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ

 ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ມີບັນດາອະດີດປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານສະພາປະຊາຊົນຂັ້ນແຂວງ, ປະທານ, ຮອງປະ ທານກໍາມາທິການ, ສະມາຊິກສະພາແຫ່ງຊາດ, ອະດີດຄະນະນໍາ ຂອງ ສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນພິທີ, ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດໄດ້ກ່າວເປີດຫ້ອງມູນເຊື້ອສະພາແຫ່ງຊາດຢ່າງເປັນທາງການວ່າ: ເລີ່ມແຕ່ຕົ້ນປີ 1975 ສະພາບການຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນມີການຫັນປ່ຽນ, ອັນໄດ້ສ້າງເງື່ອນໄຂສຸກງອມ ໃຫ້ແກ່ການປະຕິວັດລາວ; ພັກປະຊາຊົນປະຕິວັດລາວ ໄດ້ຕັດສິນໃຈນໍາພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ລຸກຮືຂຶ້ນຍາດເອົາອຳນາດການປົກຄອງໃນຂອບເຂດທົ່ວປະເທດ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາປະຊາຊົນ ຂັ້ນຕາແສງ, ຂັ້ນເມືອງ ແລະ ຂັ້ນແຂວງ-ນະຄອນຫຼວງ ໃນວັນທີ 20-22 ພະຈິກ 1975 ແລະ ໄດ້ກາຍເປັນຂະບວນການຟົດຟື້ນ ພາໄປສູ່ການປົດປ່ອຍປະເທດຊາດຢ່າງສົມບູນ, ສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າອົງອາດ, ເປີດສັງກາດໃໝ່ທີ່ປະເທດຊາດໄດ້ມີເອກະລາດ ແລະ ປະຊາຊົນໄດ້ມີອິດສະລະພາບ ຢ່າງແທ້ຈິງ. ບົນພື້ນຖານຜົນການເລືອກຕັ້ງສະມາຊິກສະພາປະຊາຊົນ ແລະ ເລືອກຕັ້ງຄະນະກໍາມະການປົກ ຄອງປະຕິວັດ ທັງ 3 ຂັ້ນດັ່ງກ່າວ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເປີດຂຶ້ນໃນລະຫວ່າງວັນທີ 1-2 ທັນວາ 1975 ໂດຍມີຕົວແທນຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນໃນສັງຄົມ ຈໍານວນ 264 ທ່ານເຂົ້າຮ່ວມ ຊຶ່ງໄດ້ຮັບຮອງເອົາຫຼາຍບັນຫາສໍາຄັນຂອງປະເທດຊາດ, ໃນນັ້ນ ໄດ້ມີມະຕິສ້າງຕັ້ງສະພາປະຊາຊົນສູງສຸດ ຊຸດທີ I ຢ່າງເປັນທາງການ ເພື່ອປະຕິບັດພາລະບົດບາດ ແລະ ໜ້າທີ່ ໃນການເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຟື້ນຟູເສດຖະກິດ, ຮໍາບາດແຜສົງຄາມ, ປົວແປງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ, ທັງເປັນອົງການນິຕິບັນຍັດ ຄົ້ນຄວ້າ ຮ່າງລັດຖະທໍາມະນູນ ແລະ ກົດໝາຍ.
ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ, ນັບແຕ່ປີ 1986 ເປັນຕົ້ນມາ, ສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບການເລືອກຕັ້ງຈາກປະຊາຊົນບັນດາເຜົ່າ ຕາມຫຼັກການທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ປິດລັບ ໃນວັນທີ 26 ມີນາ 1984 ຊຶ່ງເປັນສະພາທີ່ປະຕິບັດພາລະບົດບາດຕົ້ນຕໍ ເປັນສະພາສ້າງຮ່າງລັດຖະທໍາມະນູນ ສະບັບທໍາອິດ ແຫ່ງ ສປປ ລາວ ແລະ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງ ລັດຖະທໍາມະນູນ ແລະ ປະກາດໃຊ້ຕາມລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991. ລັດຖະທຳມະນູນ ຂອງ ສປປລາວ ປີ 1991 ເປັນລັດຖະທຳມະນູນ ສະບັບທຳອິດ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ກາຍເປັນກົດໝາຍພື້ນຖານຂອງປະເທດ, ເປັນບ່ອນອີງທີ່ສຳຄັນໃນການປົກຄອງດ້ວຍກົດໝາຍ ຊຶ່ງໄດ້ຫັນເປັນກົດໝາຍໃນແຕ່ລະຂົງເຂດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ນັບແຕ່ນັ້ນເປັນຕົ້ນມາ ສະພາປະຊາຊົນສູງສຸດ ໄດ້ປ່ຽນຊື່ມາເປັນ ສະພາແຫ່ງຊາດ ເພື່ອປະຕິບັດພາລະບົດບາດອັນຄົບຖ້ວນ ຕາມທີ່ກໍານົດໃນລັດຖະທໍາມະນູນ; ນັບແຕ່ສະພາປະຊາຊົນສູງສຸດ ຊຸດທີ I ມາເຖິງ ສະພາແຫ່ງຊາດ ຊຸດທີ IX ໂດຍອີງຕາມລັດຖະທໍາມະນູນ ແລະ ກົດໝາຍ, ສະພາແຫ່ງຊາດພວກເຮົາໄດ້ມີການຈັດຕັ້ງ ແລະ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນແຕ່ລະໄລຍະ ຄື: ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ.
ໃນຕະຫຼອດໄລຍະ 49 ປີທີ່ຜ່ານມາ, ສະພາແຫ່ງຊາດ ໄດ້ຕັ້ງໜ້າປັບປຸງຕົນເອງ ໃຫ້ມີຄວາມເຂັ້ມແຂງເປັນກ້າວໆ, ເປັນເຈົ້າການໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ມະຕິຕ່າງໆ ຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກໍຄືເປັນແຜນຍຸດທະສາດ ໃນການສ້າງສາພັດທະນາປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຍ້ອນເຫັນໄດ້ຄວາມສໍາຄັນ ໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງສະພາແຫ່ງຊາດ ດັ່ງກ່າວ ແລະ ເພື່ອເປັນມໍລະດົກສືບທອດໃຫ້ແກ່ຄົນຮຸ່ນຫຼັງ, ຄະນະປະຈໍາສະພາແຫ່ງຊາດ ຈຶ່ງໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ການຂຽນເນື້ອໃນ, ຄັດເລືອກວັດຖຸພັນ ແລະ ຈັດວາງສະແດງ ໃນຫ້ອງມູນ ເຊື້ອສະພາແຫ່ງຊາດ ແຫ່ງນີ້, ແຕ່ການຄັດເລືອກ ແລະ ທ້ອນໂຮມວັດຖຸພັນ ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ເນື່ີອງຈາກໄລຍະຜ່ານມາ ມີການເຄື່ອນຍ້າຍເຄື່ອງຂອງວັດຖຸພັນ ຈາກຫໍສະພາຜູ້ແທນລາຊະດອນ (ຕຶກເກົ່າ ຢູ່ສໍານັກງານນາຍົກລັດຖະມົນຕີ), ການເຄື່ອນຍ້າຍເຄື່ອງຂອງວັດຖຸພັນ ໃນໄລຍະການປຸກສ້າງຫໍສະພາແຫ່ງຊາດຫຼັງໃໝ່ ແລະ ຄວາມຈໍາກັດດ້ານສະຖານທີ່ເກັບມ້ຽນຮັກສາວັດຖຸພັນ ຊຶ່ງໄດ້ເຮັດໃຫ້ວັດຖຸພັນຈໍານວນໜຶ່ງ ມີການຕົກເຮ່ຍ, ເສຍຫາຍ ແລະ ຕົກຫຼົ່ນຈາກບັນຊີເກັບກໍາເດີມ. ເຖິງຢ່າງໃດກໍຕາມ, ຄະນະຮັບຜິດຊອບຊີ້ນໍາວຽກງານຫ້ອງມູນເຊື້ອສະພາແຫ່ງຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາໜ່ວຍງານ ແລະ ກອງເລຂາ ເພື່ອສຸມໃສ່ການຂຽນເນື້ອໃນ, ຄັດເລືອກວັດຖຸພັນ ແລະ ຈັດວາງສະແດງເຂົ້າໃນຫ້ອງມູນເຊື້ອສະພາແຫ່ງຊາດ ຄັ້ງນີ້; ທ່ານກ່າວຕື່ມວ່າ: ຈຸດປະສົງໃນການສ້າງຕັ້ງ "ຫ້ອງມູນເຊື້ອ ສະພາແຫ່ງຊາດ" ແມ່ນສ້າງໃຫ້ເປັນສະຖານທີ່ສະສົມ, ທ້ອນໂຮມ, ສຶກສາ, ຄົ້ນຄວ້າ, ວິໄຈ ແລະ ຈັດວາງສະແດງວັດຖຸພັນຕ່າງໆ ກ່ຽວກັບ ມູນເຊື້ອການປະຕິວັດ, ປະຫວັດການເຄື່ອນໄຫວ ແລະ ວັດຖຸສິ່ງຂອງຕ່າງໆ ຂອງ ທ່ານຜູ້ນຳປະຕິວັດ, ສະມາຊິກສະພາປະຊາຊົນສູງສຸດ, ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ສະພາແຫ່ງຊາດ ເພື່ອເປັນຂໍ້ມູນທີ່ສຳຄັນໃຫ້ແກ່ພວກນ້ອງນັກຮຽນ, ນັກສຶກສາ ແລະ ສັງຄົມ ໄດ້ເຂົ້າໃຈ, ສາມາດຮຽນຮູ້ ແລະ ເຫັນໄດ້ປະຫວັດຄວາມເປັນມາຂອງອົງການນິຕິບັນຍັດ ທີ່ຈະມີອາຍຸຄົບຮອບ 50 ປີ ໃນປີ 2025 ນີ້, ທັງເປັນການປູກຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າ ມີນໍ້າໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດລາວ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆ.
ການສ້າງຕັ້ງຫ້ອງມູນເຊື້ອຂອງສະພາແຫ່ງຊາດໃຫ້ເປັນລະບົບຄົບຊຸດຈະເປັນການອຳນວຍຄວາມສະດວກໃນການຄຸ້ມຄອງ, ບູລະນະ, ປົກປັກຮັກສາ ແລະ ຕິດຕາມກວດກາ ຕໍ່ວັດຖຸພັນເຄົ້າເດີມ ແລະ ວັດຖຸພັນທີ່ມີຄຸນຄ່າສູງ ເພື່ອເປັນມໍລະດົກໃຫ້ແກ່ລູກຫຼານໃນຕໍ່ໜ້າ; ເນື້ອໃນຂອງຫ້ອງມູນເຊື້ອ ສະພາແຫ່ງຊາດໄດ້ຈັດວາງສະແດງເປັນ 4 ພາກ ຄື: ພາກທີ 1: ໄລຍະຕໍ່ສູ້ກູ້ຊາດ, ພາກທີ 2: ການເຄື່ອນໄຫວວຽກງານລວມ ຂອງ ສະພາປະຊາຊົນສູງສຸດ ຊຸດທີ I ຫາ ສະພາແຫ່ງຊາດ ຊຸດທີ VIII, ພາກທີ 3: ການເຄື່ອນໄຫວວຽກງານລວມ ຂອງ ສະພາແຫ່ງຊາດ ຊຸດທີ IX, ພາກທີ 4: ການເຄື່ອນໄຫວວຽກງານ ການຕ່າງປະເທດ ຂອງສະພາແຫ່ງຊາດ.
ໃນໂອກາດດັ່ງກ່າວ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ ກ່ຽວກັບເນື້ອໃນການບັນລະຍາຍ, ການຈັດວາງສະແດງວັດຖຸພັນ ແລະ ຮູບພາບປະກອບການເຄື່ອນໄຫວວຽກງານລວມຂອງສະພາແຫ່ງຊາດ ໃນແຕ່ລະພາກ ເພື່ອເປັນການລະດົມຄວາມຮູ້, ຂໍ້ມູນ ແລະ ບົດຮຽນອັນດີ ໃນການແກ້ໄຂປັບປຸງບັນດາຂໍ້ມູນ, ຮູບພາບ ແລະ ວັດຖຸພັນ ຊຶ່ງຫ້ອງມູນເຊື້ອຍັງຂາດເຂີນຢູ່ ແລະ ຈະສະໜອງວັດຖຸພັນ ຫຼື ເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອມາປັບປຸງຫ້ອງມູນເຊື້ອນີ້ ໃຫ້ມີຄວາມສົມບູນຍິ່ງຂຶ້ນ. (ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ