ເປີດໂຮງງານພະນົມພອນ ຜະລິດເບຕົງເເຫຼວ ແລະ ບໍລິສັດ ພະນົມພອນ ແຮ່-ຊາຍ ຈໍາກັດຜູ້ດຽວ

ເປີດໂຮງງານ ພະນົມພອນ ຜະລິດເບຕົງເເຫຼວ ແລະ ບໍລິສັດ ພະນົມພອນ ແຮ່-ຊາຍ

ເປີດໂຮງງານ ພະນົມພອນ ຜະລິດເບຕົງເເຫຼວ ແລະ ບໍລິສັດ ພະນົມພອນ ແຮ່-ຊາຍ
ເມື່ອບໍ່ດົນມານີ້, ທີ່ບ້ານຫ້ວຍນາລີ້ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ເປີດໂຮງງານພະນົມພອນ ຜະລິດເບຕົງເເຫຼວ ແລະ ບໍລິສັດ ພະນົມພອນ ແຮ່-ຊາຍ ຈໍາກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ,

ມີບັນດາການນຳຂອງແຂວງ, ຄູ່ຮ່ວມພັດທະນາຂອງບໍລິສັດ ແລະ ແຂກຖຶກເຊີນເຂົ້າຮ່ວມ.

ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ປະທານກຸ່ມບໍລິສັດພະນົມພອນ ໄດ້ກ່າວວ່າ: ສະແດງຄວາມຂອບໃຈມາຍັງ ພັກ ແລະ ລັດຖະບານ ທີ່ໃຫ້ການຊ່ວຍເຫຼືອ ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ຈົນເຮັດໃຫ້ການດຳເນີນທຸລະກິດ ເດີນແມ່ນແລ່ນສະດວກເປັນກ້າວໆ ແລະ ຂອບໃຈມາຍັງ ຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນບໍລິສັດ SCG ບັນດາໂຄງການ, ຫົວໜ່ວຍທຸລະກິດນ້ອຍໃຫຍ່, ຫ້າງຮ້ານ ຕະຫຼອດຮອດປະຊາຊາຊົນໃນສັງຄົມທີ່ໃຫ້ຄວາມໄວ້ວາງໃຈ ແລະ ເປັນລູກຄ້າຂອງກຸ່ມບໍລິສັດພະນົມພອນເລື້ອຍມາ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຕະຫຼອດໄປ.

ໃນຕົ້ນປີ 2023 ບໍລິສັດໄດ້ຮັບອະນຸມັດໃຫ້ດໍາເນີນໂຄງການໂດຍໃສ່ຊື່ວ່າ: “ບໍລິສັດ ພະນົມພອນ ແຮ່-ຊາຍ ຈຳກັດຜູ້ດຽວ” ໄລຍະເວລາໃນການສຳປະທານເບື້ອງຕົ້ນຂອງໂຄງການແມ່ນ 5 ປີ, ນັບແຕ່ປີ 2024-2028, ມູນຄ່າຈົດທະບຽນ 5 ແສນໂດລາສະຫະລັດ. ຄຽງຄູ່ກັນນັ້ນ, ກໍໄດ້ສະເໜີຂໍສ້າງຕັ້ງໂຮງງານຜະລິດເບຕົງແຫຼວ ຢູ່ບ້ານຫ້ວຍນາລີ້ ເມືອງທ່າແຂກ ແຂວງຄຳມ່ວນ ແລະ ໄດ້ຮັບອະນຸມັດໃນຕົ້ນ ປີ 2023 ໂດຍມີຊື່ວ່າ: “ໂຮງງານ ພະນົມພອນ ຜະລິດເບຕົງເເຫຼວ ຈຳກັດຜູ້ດຽວ” ທຶນຈົດທະບຽນຂອງບໍລິສັດມີມູນຄ່າ 1,3 ລ້ານກວ່າໂດລາສະຫະລັດ, ໄດ້ດໍາເນີນການກໍ່ສ້າງໂຮງງານຈົນສໍາເລັດໃນກາງປີນີ້ ແລະ ໄດ້ທົດລອງດຳເນີນການຜະລິດທ້າຍປີ 2024 ນີ້.

ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວເວ່າ: ພາຍຫຼັງທີ່ໄດ້ເປີດນໍາໃຊ້ເປັນທາງການແລ້ວ ໃຫ້ທາງບໍລິສັດເອົາໃຈໃສ່ໃນການຜະລິດ, ການເປີດສອງກິດຈະການດັ່ງກ່າວ ແມ່ນເປັນຫົວໜ່ວຍໜຶ່ງທີ່ສໍາຄັນ ແລະ ເປັນການສ້າງລາຍຮັບເພີ່ມໃຫ້ແກ່ແຂວງຄໍາມ່ວນ. ດັ່ງນັ້ນ, ຈິ່ງຂໍຮຽກຮ້ອງໃຫ້ທາງບໍລິສັດ ແລະ ບັນດາພາກສ່ວນກຽ່ວຂ້ອງໃນການດໍາເນີນກິດຈະການດັ່ງກ່າວ ຂໍໃຫ້ໄດ້ດໍາເນີນໄປຢ່າງຖືກຕ້ອງ, ດໍາເນີນໄປຕາມລະບຽບກົດໝາຍ, ທັງຮັບປະກັນຄຸນນະພາບ ໃຫ້ເປັນສິ່ງທີ່ຍອມຮັບຂອງຕະຫຼາດ ກໍຄືສັງຄົມຜູ້ຊົມໃຊ້ຜະລິດຕະພັນຂອງໂຮງງານ, ຄຽງຄູ່ກັນນັ້ນໃຫ້ບໍລິສັດຈົ່ງໄດ້ປະຕິບັດພັນທະຕາມລະບຽບກົດໝາຍຂອງລັດຖະບານວາງອອກ ເພື່ອຮັບປະກັນໃນການດໍາເນີນກິດຈະການໃຫ້ມີຄວາມຍືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນ, ຈາກນັ້ນ, ທ່ານ ວັນໄຊ ພອງສະຫວັນ, ທ່ານ ນາງ ພະນົມພອນ ຢ້ຽມພະບູ່ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮ່ວມຕັດແຖບຜ້າ ແລະ ລັ່ນຄ້ອງເພື່ອເປັນສິລິມຸງຄຸນໃນການເປີດຢ່າງເປັນທາງການ, ພ້ອມທັງທ່ຽວຊົມສະຖານທີ່ດັ່ງກ່າວ.

(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ