ໂຮງງານປຸງແຕ່ງຜະລິດຕະພັນສັດນໍ້າ

ເປີດໂຮງງານປຸງແຕ່ງຜະລິດຕະພັນສັດນໍ້າ ບໍລິສັດແມ່ຂອງອາຫານສົດ ຈໍາກັດ

ເປີດໂຮງງານປຸງແຕ່ງຜະລິດຕະພັນສັດນໍ້າ ບໍລິສັດແມ່ຂອງອາຫານສົດ ຈໍາກັດ
ເມື່ອບໍ່ດົນມານີ້, ທີ່ເມືອງໂຂງ ແຂວງຈໍາປາສັກ ໄດ້ມີພິທີເປີດໂຮງງານປຸງແຕ່ງຜະລິດຕະພັນສັດນໍ້າ (ເປີດດໍາເນີນການຜະລິດໂຮງງານປຸງແຕ່ງປາສະຫວາຍ) ຂອງບໍລິສັດແມ່ຂອງອຸດສາຫະກໍາການປະມົງ ຈຳກັດ, ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ,

ທ່ານ ຊູ ຢຸນ ປະທານ ບໍລິສັດວິທະຍາສາດ ແລະ ເຕັກໂນໂລຊີການປະມົງ ເຊີນເຈິ້ນ ຈຳກັດ ແລະ ແຂກຖືກເຊີນເຂົ້າຮ່ວມ

ໂຮງງານດັ່ງກ່າວ ເປັນການຮ່ວມມືລົງທຶນ ຂອງບໍລິສັດວິທະຍາສາດ ແລະ ເຕັກໂນໂລຊີການປະມົງ ເຊີນເຈີ້ນ ຈໍາກັດ ແລະ ເປັນໜຶ່ງຜົນສໍາເລັດອັນສໍາຄັນ ໃນການພັດທະນາວຽກງານການປະມົງຂອງ ສປປ ລາວ. ບໍລິສັດດັ່ງກ່າວ ຕັ້ງຢູ່ໃນເຂດອ່າງແມ່ນໍ້າຂອງຕອນລຸ່ມ ທີ່ເປັນແຫຼ່ງນ້ຳທີ່ອຸດົມສົມບູນ ແລະ ຍັງເປັນແຫຼ່ງຊັບພະຍາກອນຫຼັກ ຕໍ່ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ ພ້ອມທັງ ຍັງເປັນທ່າແຮງອັນສໍາຄັນ ໃນການພັດທະນາອຸດສາຫະກໍາການປະມົງ.

ການເປີດດໍາເນີນການຜະລິດຂອງໂຮງງານປຸງແຕ່ງນີ້ ແມ່ນເປັນຂີດໝາຍສໍາຄັນ ຕໍ່ກັນການຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານຂະແໜງການປະມົງ ຂອງ ສປປ ລາວ ເຊິ່ງການດໍາເນີນງານຂອງໂຮງງານດັ່ງກ່າວ ບໍ່ພຽງແຕ່ຈະປັບປຸງລະບົບຕ່ອງໂສ້ອຸດສາຫະກໍາການປະມົງຂອງ ສປປ ລາວ, ແຕ່ຍັງເປັນການສ້າງໂອກາດການຈ້າງງານໃນທ້ອງຖິ່ນຈໍານວນຫຼາຍ ແລະ ຊຸກຍູ້ທຸລະກິດປິ່ນອ້ອມທີ່ກ່ຽວຂ້ອງ. ສິ່ງສໍາຄັນກວ່ານັ້ນ, ບໍລິສັດ ແມ່ຂອງອຸດສາຫະກຳການປະມົງ ຈຳກັດ ແລະ ຄູ່ຮ່ວມລົງທຶນຕ່າງໆ ຈະຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ແຮງງານ ແລະ ປະຊາຊົນໃນທ້ອງຖິ່ນໂດຍຜ່ານການຝຶກອົບຮົມເຕັກນິກ-ວິຊາການ ເພື່ອວາງພື້ນຖານທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາອຸດສາຫະກຳການປະມົງຂອງ ສປປ ລາວ ໃນອານາຄົດ ໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງ.

ແຫຼ່ງຂ່າວທີ່ປຶກສາບໍລິສັດໃຫ້ຮູ້ວ່າ: ແຜນໄລຍະທີ 2 ຈະສ້າງສວນສາທິດມາດຕະຖານປາສະຫວາຍລາວໃນເນື້ອທີ່ 2,861.79 ເຮັກຕາ, ໃນມູນຄ່າລົງທຶນກໍ່ສ້າງພື້ນຖານໂຄງລ່າງຄາດວ່າ 400 ລ້ານໂດລາສະຫະລັດ, ພາຍຫຼັງສ້າງສຳເລັດເນື້ອທີ່ໜອງລ້ຽງປາ 1,975 ເຮັກຕາ. ຄາດວ່າການຜະລິດປາສະຫວາຍຈະບັນລຸ 300 ໂຕນ/ເຮັກຕາ, 500,000 ໂຕນ/ປີ. ນອກນີ້ ຈະມີການຜະລິດຫົວອາຫານປາເພື່ອສະໜອງໃຫ້ແກ່ການລ້ຽງປາປະມານ 700,000ໂຕນ/ປີ. ຂໍ້ມູນຊີ້ແຈງອີກວ່າ:ການປຸງແຕ່ງຜະລິດຕະພັນສັດນ້ຳປາສະຫວາຍແຊ່ແຂງຈະສົ່ງອອກໄປ ສປ ຈີນ, ເອີຣົບ ແລະ ປະເທດພາກພື້ນອຶ່ນໆ ກາຍເປັນລະບົບຕ່ອງໂສ້ອຸດສະຫະກຳຄົບວົງຈອນຍູ້ແຮງສົ່ງເສີມເຂົ້າໃນການປັບປຸງຄຸນນະພາບ ແລະ ປະສິດທິຜົນອຸດສະຫະກຳການປະມົງຂອງ ສປປ ລາວ

(ຂ່າວ: ເຂັມມະໄລ ສົນດາວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ