ເປີດການຝຶກຊ້ອມກໍາລັງປະກອບອາວຸດ 

ເປີດການຝຶກຊ້ອມກໍາລັງປະກອບອາວຸດ 
ແຂວງໄຊສົມບູນ ໄດ້ເປີດການຝຶກຊ້ອມໃຫ້ກໍາລັງປະກອບອາວຸດ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ຂຶ້ນໃນວັນທີ 20 ພະຈິກ ນີ້,ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງຮອງນາຍົກລັດຖະມົນຕີລັດຖະມົນຕີຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງປະທານ ປກຊ-ປກສ ແຂວງ ເຈົ້າແຂວງໄຊສົມບູນ, ມີການນໍາແຂວງໄຊສົມບູນ, ຄະນະນໍາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ກໍາລັງປກສເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄໍາອີ້ງ ກິ່ງແກ້ວ ກໍາມະການຄະນະປະຈໍາພັກແຂວງຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຜ່ານຈຸດປະສົງ ແລະ ຄາດໝາຍ ວຽກງານອົບຮົມ-ຫັດແອບ ປກຊ-ປກສ ເພື່ອເປັນການຮັກສາສະຖຽນລະພາບທາງດ້ານການເມືອງຂອງແຂວງໄວ້ຢ່າງໝັ້ນຄົງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ ຍູ້ແຮງການພັດທະນາເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ທັງເປັນເປັນການກວດກາ, ຕີລາຄາໃນການຈັດຕັ້ງປະຕິບັດວຽກງານຊີ້ນໍາ, ນໍາພາ, ບັນຊາ ກຳລັງ ປກຊ- ປກສ ແລະ ອົງການປົກຄອງແຂວງ, ເມືອງໃນການກະກຽມ, ປະຕິບັດໃນການກຽມພ້ອມສູ້ຮົບ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈກ່ຽວກັບວຽກເສນາທິການ, ທັງເປັນການທົດສອບຄວາມມານະຈິດອົດທົນ ຜ່ານຜ່າຂອງພະນັກງານ-ນັກຮົບ ໃຫ້ຮູ້ຈັກໝູນໃຊ້ທິດສະດີຫຼັກການ, ສິນລະປະຍຸດ-ຍຸດທະວິທີ, ຍຸດທະບັ້ນຮົບສູ້ຮົບປ້ອງກັນບໍລິເວນ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃໝ່ ແລະ ແກ້ໄຂບັນດາກໍລະນີຕ່າງໆທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ໃນການປະສານສົມທົບລະຫວ່າງຄະນະກຳມະການ ປກຊ-ປກສ ແຂວງ, ບັນດາກຳລັງ ປະກອບອາວຸດ ແລະ ບັນດາພະແນກການຂອງແຂວງ, ເມືອງໃນການຮັບປະກັນສະພາບໃຫ້ມີຄວາມສະຫງົບສາມາດຕອບສະໜອງໃນການຈັດຕັ້ງດ້ານກໍາລັງພົນ, ພາຫະນະອາວຸດ-ຍຸດໂທປະກອນຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ເພື່ອເປັນການຕີລາຄາສະພາບການ, ການຫຼົບຫຼີກ ຕີຕອບຕ້ານ ບັນດາລ່ຽມລາຍ ກົນອຸບາຍ ຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ ຮັບປະກັນເຮັດໃຫ້ແຂວງໄຊ ສົມບູນມີຄວາມສະຫງົບ.
    ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເປັນເຈົ້າການຍົກສູງຍຸດທະສາດ-ຍຸດທະບັ້ນຮົບໃນການຝຶກຊ້ອມໃນຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ, ຕີຕ້ານປະກົດການຫຍໍ້ທໍ້ຕ່າງໆພາຍໃນແຂວງໃຫ້ຂາດຕົວ, ຖືເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກເປັນໜ້າທີ່ຂອງໝົດທຸກຄົນ, ຊຸກຍູ້ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງຕໍ່ແນວທາງ ປກຊ-ປກສ ໜູນໜິບການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການພັດທະນາ ຕິດພັນກັບວຽກງານ ປກຊ-ປກສ ບົນພື້ນຖານຕ້ອງຍຶດໝັ້ນ 6 ຫຼັກການ ແລະ 9 ປະຖົມປັດຖານໃໝ່ຂອງພັກ ຖືເອົາການເມືອງ, ການທະຫານເປັນທີ່ຕັ້ງ, ເອົາເສດຖະກິດ-ສັງຄົມ ເປັນໃຈກາງ ແລະ ເອົາການພັດທະນາເປັນສໍາຄັນ.
     ເພື່ອຮັບປະກັນເຮັດໃຫ້ການຝຶກຊ້ອມກໍາລັງປະກອບອາວຸດປ້ອງກັນແຂວງໄຊສົມບູນໃນຄັ້ງນີ້ດໍາເນີນໄປຖືກຕາມທິດຊີ້ນໍາຂອງຂັ້ນເທິງ ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງຖືກເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາໃຈໃສ່ໃນການຝຶກຊ້ອມໃຫ້ມີຜົນສໍາເລັດຕາມແຜນການ, ສາມາດໄດ້ທຸກກໍລະນີ ແລະ ຈຸດຄົງຄ້າງໃຫ້ຂາດຕົວ, ບັນດາແກ້ໄຂໜໍ່ແໜງກໍໃຫ້ເກີດຄວາມບໍ່ສະຫງົບພາຍໃນ ຖືເອົາບັ້ນຝຶກຊ້ອມໃນຄັ້ງນີ້ເປັນບັ້ນທົດສອບໜຶ່ງທີ່ໜັກໜວງ ແລະ ມີກຽດ; ປະສານສົມທົບລະຫວ່າງສອງກໍາລັງ ແລະ ອໍານາດການປົກຄອງທ້ອງຖິ່ນ ນັບແຕ່ຂັ້ນອົງການລົງຮອດຮາກຖານປະຊາຊົນໃນການເປັນເສນາທິການໃຫ້ຄະນະພັກ-ຄະນະບັນຊາຂັ້ນຕ່າງໆ; ເອົາໃຈໃສ່ໃນການປະຕິບັດລະບຽບວິໄນການອົບຮົມ-ຫັດແອບໃຫ້ເຂັ້ມງວດ, ຮັດແໜ້ນຄວາມສາມັກຄີລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອເຮັດໃຫ້ການຝຶກຊ້ອມໃນຄັ້ງນີ້ບັນລຸຕາມແຜນການ ແລະ ຄາດໝາຍ ໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ ຮັບປະກັນເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບໂດຍພື້ນຖານ.
ຂ່າວ-ພາບ:ໜັງສືພິມກອງທັບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ