ເປີດການແຂ່ງຂັນກິລາການທະຫານ-ກິລາມວນຊົນທົ່ວກອງທັບຄັ້ງທີ III

ເປີດການແຂ່ງຂັນກິລາການທະຫານ-ກິລາມວນຊົນທົ່ວກອງທັບຄັ້ງທີ III
ພີທີເປີດການແຂ່ງຂັນກິລາການທະຫານ-ກິລາມວນຊົນທົ່ວກອງທັບຄັ້ງທີIII ຄົບຮອບ 75 ປີ (20 ມັງກອນ 1949 ຫາ 20 ມັງກອນ 2024)ຊີງຂັນທ່ານລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຈັດຂຶ້ນໃນວັນທີ 8 ມັງກອນຜ່ານມາ ທີ່ກອງກິລາກອງທັບໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ແພງ ແສງບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບກະຊວງປ້ອງກັນປະເທດ, ມີທ່ານພັນເອກ ສີປະເສີດ ບຸນປະກອບ ຫົວໜ້າກົມອົບຮົມກົມໃຫຍ່ການເມືອງກອງທັບ, ມີບັນດາພະນັກງານຫຼັກແຫຼ່ງ, ຄູຝຶກ ແລະ ນັກກິລາທັງສູນກາງ-ທ້ອງຖິ່ນເຂົ້າຮ່ວມ.
    ທ່ານ ພັນເອກ ສີປະເສີດ ບຸນປະກອບໄດ້ກ່າວວ່າ:ການຈັດງານຄັ້ງນີ້, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ. ພ້ອມນີ້, ຍັງເປັນການພົບປະແລກປ່ຽນບົດຮຽນຊຶ່ງກັນແລະກັນລະຫວ່າງອົງການ, ກອງບັນຊາການຕ້ານອາຊະຍາກຳ ແລະ ທ້ອງຖິ່ນ, ຍົກສູງຄຸນນະພາບການຝຶກຊ້ອມຂອງກອງທັບໃຫ້ກ້າວຂຶ້ນສູ່ລະດັບຊາດ ແລະ ສາກົນເທື່ອລະກ້າວ, ການແຂ່ງຂັນຄັ້ງນີ້, ມີຕົວແທນນັກກິລາຈາກ 6 ກົມກອງ ແລະ 38 ກົມເຂົ້າຮ່ວມແຂ່ງຂັນຄື: ເຂດ I ປະກອບມີ 3 ກົມກອງຫົວໜ່ວຍກອງບັນຊາການທະຫານແຂວງອຸດົມໄຊ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ,ເຂດ IIປະກອບມີ 4ກົມກອງຫົວໜ່ວຍ, ກອງບັນຊາການທະຫານແຂວງໄຊຍະບູລີ, ຫຼວງພະບາງ, ໂຮງຮຽນນາຍສິບເລກIແລະ ກອງພົນທະຫານຮາບທີ 2,ເຂດIIIລວມມີ 6 ກົມກອງຫົວໜ່ວຍກອງພົນທະຫານຮາບທີ 1, ກອງພັນໃຫຍ່ 702, ກອງບັນຊາການທະຫານແຂວງຫົວພັນ, ກອງບັນຊາການທະຫານແຂວງວຽງຈັນ, ຊຽງຂວາງ, ໄຊສົມບູນ, ເຂດ IVປະກອບມີ 5ຫົວໜ່ວຍກົມກອງ,ກອງບັນຊາການທະຫານແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄຳໄຊ ກອງພົນທະຫານຮາບທີ4 ແລະ ໂຮງຮຽນບໍລິເວນ109,ເຂດ V ປະກອບມີ 6 ຫົວໜ່ວຍກົມກອງກອງບັນຊາການທະຫານແຂວງສາລະວັນ, ຈໍາປາສັກ, ເຊກອງ, ໂຮງຮຽນນາຍສິບເລກ2ວຽງໄຊ, ກອງພົນທະຫານຮາບທີ5 ແລະ ອັດຕະປື ແລະ ເຂດ VI ປະກອບມີ 14ຫົວໜ່ວຍກົມກອງເຂົ້າຮ່ວມກົມໃຫຍ່ເສນາທິການ, ຫ້ອງວ່າການກະຊວງ, ກົມໃຫຍ່ເຕັກນິກ, ກົມໃຫຍ່ພາລາທິການ, ວິທະຍາຄານນາຍທະຫານບົກກົມມະດຳ, ກົມ 213, ກົມວິທະຍາສາດ-ປະຫວັດສາດການທະຫານ, ເຫຼົ່າຮົບປືນໃຫຍ່, ເຫຼົ່າຮົບລົດຕັງ-ຍານເກາະ, ກົມໃຫຍ່ການເມືອງກອງທັບ, ກອງພັນໃຫຍ່11,941, ວິທະຍາຄານການແພດກອງທັບ ແລະ ກອງບັນຊາການທະຫານອາກາດ.
    ສໍາລັບປະເພດກິລາທີ່ນຳມາແຂ່ງຂັນຄັ້ງນີ້ມີ: ກິລາທະຫານ ແລະ ກິລາມວນຊົນ ຊຶ່ງຂັນລາງວັນລວມມີ13ລາຍການ, 9ລາຍການລວມໝູ່ ແລະ 4ລາຍການບຸກຄົນ, ຈໍານວນຄະນະເຂົ້າຮ່ວມແຂ່ງຂັນແຕ່ລະປະເພດມີຄື:ກິລາທະຫານ: ກິລານັກຮົບແຂງແຮງ 8 ຄະນະ, 3 ວິຊາທະຫານສົມທົບ 8 ກຸ່ມ, ກິລາແລ່ນມ້າງປະກອບອາວຸດມີ8ຄະນະ,ກິລາຜ່ານສິ່ງກີດຂວາງ4x50ແມັດມີ12ຄະນະ, ກິລາມວນຊົນ: ບານເຕະຊາຍມີ8 ຄະນະ, ບານສົ່ງຊາຍໃນຮົ່ມມີ 7 ຄະນະ, ບານສົ່ງຍິງໃນຮົ່ມມີ 6 ຄະນະ, ກິລາກະຕໍ້ມີ7 ຄະນະ, ກິລາເປຕັງມີ 8 ຄະນະ,ຈຳນວນນັກກິລາ ແລະ ເຈົ້າໜ້າທີ່ເຂົ້າຮ່ວມທັງໝົດ 864 ຄົນ, ການແຂ່ງຂັນຊິງຂັນລາງວັນຈະຈັດຂຶ້ນເປັນເວລາ 8 ວັນເລີ່ມແຕ່ວັນທີ 5-13 ມັງກອນຈຶ່ງສໍາເລັດ.
(ຂ່າວ: ບຸນອູ້ມ, ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ