ຫວ່າງບໍ່ດົນມານີ້ທີ່ວັດບຸບຜາຣາມວັດໂນນຫີນແຮ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການນຳໃຊ້ທາງເບຕົງຊອຍ60ທາງຂຶ້ນວັດໂນນຫີນແຮ່່ ໂດຍການນໍາພາປຸກລະດົມທຶນຮອນເຂົ້າໃນການກໍ່ສ້າງຂອງພະອາຈານ ຈັນດາ ເຄນສັກດາ ຮອງປະທານ ອົງການສຳພັນພຸດທະສາສະໜາສຳພັດລາວ ແຂວງສະຫວັນນະເຂດ(ອພສ ແຂວງ) ເຈົ້າອະທິການວັດໂນນຫີນແຮ່. ໂດຍມີພະອາຈານໃຫຍ່ ປານ ສຸພັນໂທ ປະທານ ອພສ ແຂວງ ພ້ອມພະເຖລານຸເຖລະ, ພາຍນອກມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ການຈັດຕັ້ງພາກລັດຂັ້ນສູນກາງ-ແຂວງ-ນະຄອນ, ປະຊາຊົນ ເຂົ້າຮ່ວມ.
ໃນພິທີ, ພະອາຈານ ຈັນດາ ເຄນສັກດາ ໄດ້ຜ່ານບົດສະຫຼຸບການກໍ່ສ້າງທາງໂດຍສັງເຂບ: ເສັ້ນທາງຊອຍ 60 ແຕ່ແຍກທາງເລກ 9B ຫາທາງຂຶ້ນວັດໂນນຫີນແຮ່(ໄລຍະທີ 1), ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 23 ມິຖຸນາ 2023 ເປັນຕົ້ນມາ, ມີລວງຍາວ 280 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ, ປັດຈຸບັນການກໍ່ສ້າງແມ່ນໄດ້ສຳເລັດແລ້ວ 100%, ໂດຍແມ່ນບໍລິສັດມຸກມະນີກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາຊ່ວຍປະຕິບັດວຽກກໍ່ສ້າງຕົວຈິງ, ສໍາລັບໜ້າວຽກຫຼັກທີ່ໄດ້ປະຕິບັດ ປະກອບມີອະນາໄມປັບເກດລະດັບໜ້າທາງ, ຫົດນໍ້າ, ຢຽບໂລອັດແໜ້ນໜ້າທາງຄືນໃໝ່, ວຽກຖົມຊາຍຮອງພື້ນ ແລະເທເບຕົງເສີມເຫຼັກໜາ 15 ຊັງຕີແມັດ, ຖົມດິນບ່າທາງສະເລ່ຍຂ້າງລະ 1,5 ແມັດ, ສຳລັບທຶນທີ່ນໍາມາກໍ່ສ້າງໃນຄັ້ງນີ້ ແມ່ນໄດ້ມາຈາກການລະດົມຈາກປະຊາຊົນ, ຜູ້ປະກອບການທຸລະກິດ, ບໍລິສັດ, ບັນດາຫ້າງຮ້ານຕ່າງໆ ລວມທັງພາຍໃນ ແລະຕ່າງປະເທດ ຮ່ວມກັນເຮັດບຸນໃຫຍ່ໃນການກໍ່ສ້າງທາງເບຕົງ(ໄລຍະທີ1), ໂດຍການນໍາພາລະດົມທຶນຮອນຈາກເບື້ອງອົງການພະພຸດທະສາສະໜາເປັນຫຼັກ, ມາຮອດປັດຈຸບັນ ສາມາດລະດົມທຶນລວມເປັນເງິນໄດ້ 127.420.000 ກີບ ແລະກໍໄດ້ຊໍາລະຈ່າຍຄ່າແຮງງານ ແລະຄ່າເບຕົງ, ວັດຖຸຕ່າງໆໃຫ້ບໍລິສັດຜູ້ຮັບເໝົາໄປນໍາແລ້ວຈໍານວນ 380.000.000 ກີບ.
ພະອາຈານ ຈັນດາ ເຄນສັກດາ ກ່າວຕື່ມວ່າ: ເພື່ອໃຫ້ໂຄງການກໍ່ສ້າງທາງເບຕົງ ໄລຍະທີ2 ໄດ້ສືບຕໍ່ຈັດຕັ້ງປະຕິບັດ, ເນື່ອງຈາກວ່າເສັ້ນທາງດັ່ງກ່າວເປັນເສັ້ນທາງຫຼັກຂອງນະຄອນ, ມີປະຊາຊົນອາໄສຢູ່ໜາແໜ້ນ, ເປັນເສັ້ນທາງຮອງຮັບລະບາຍການສັນຈອນ ແຕ່ສາມແຍກທາງເລກ 9B ຫາທາງເຂົ້າສະໜາມບິນ. ສະນັ້ນ, ຈຶ່ງສະເໜີມາຍັງທາງພາກລັດ ກໍຄືການນໍາແຂວງ ຊ່ວຍພິຈາລະນາຄົ້ນຄວ້າຫາແຫຼ່ງທຶນໃດໜຶ່ງຂອງແຂວງ ເພື່ອສົມທົບທຶນເຂົ້າການກໍ່ສ້າງເສັ້ນທາງທີ່ຍັງເຫຼືອຊຶ່ງມີລວງຍາວທັງໝົດ 640 ແມັດ, ກວ້າງ 6 ແມັດ(ຈາກໄລຍະ ກມ0+280-ກມ0+730), ຕາມການຄິດໄລ່ຂອງຫ້ອງການ ຍທຂ ນະຄອນໄກສອນພົມວິຫານ ຕົກເປັນມູນຄ່າ1,5 ຕື້ກວ່າກີບ.
ໂອກາດນີ້, ໃນພິທີ ກໍໄດ້ມີການຕັດແຖບລິບບິ້ນ ແລະລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສິລິມຸງຄຸນໃນພິທີເປີດການນຳໃຊ້ເສັ້ນທາງເບຕົງຊອຍ60 ທາງຂຶ້ນວັດໂນນຫີນແຮ່ຢ່າງເປັນທາງການ.
ຂ່າວ:ແຂວງສະຫວັນນະເຂດ

ຄໍາເຫັນ