ເປີດຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກກະຊວງແລະ ສະຫຼອງວັນສ້າງຕັ້ງຂະແໜງການເງິນ

ເປີດຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກກະຊວງແລະ ສະຫຼອງວັນສ້າງຕັ້ງຂະແໜງການເງິນ

ເປີດຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກກະຊວງແລະ  ສະຫຼອງວັນສ້າງຕັ້ງຂະແໜງການເງິນ
ພິທີເປີດບັ້ນຂະບວນແຂ່ງຂັນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ IV ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ເປດຂະບວນການຕອນຮບກອງປະຊມໃຫຍອງຄະນະພກກະຊວງແລະ ສະຫອງວນສາງຕງຂະແໜງການເງນ - image 1
 
 

ຈຸດປະສົງເພື່ອສ້າງຂະບວນການໃຫ້ມີບັນຍາກາດຟົດຟື້ນ, ສ້າງຄວາມສາມັກຄີ ແລະ ເປັນເອກະພາບພາຍໃນ, ຍູ້ແຮງວຽກງານສຶກສາອົບຮົມການເມືອງແນວຄິດເຂົ້າສູ່ຄຸນນະພາບໃໝ່, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນການພັດທະນາເສດຖະກິດ-ສັງຄົມ.ພ້ອມທັງເປັນການຊຸກຍູ້ການປະຕິບັດວຽກງານຮອບດ້ານຂອງຂະແໜງການເງິນ, ຍູ້ແຮງຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ” ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ-ແຫ່ງຊາດ, ແຜນງົບປະມານແຫ່ງລັດ, 2 ວາລະແຫ່ງຊາດ ແລະ ປະຕິບັດຄຳຂວັນ, ຂໍ້ແຂ່ງຂັນຂອງບັນດາໜ່ວຍພັກກະຊວງການເງິນ ແລະ ບັນດາ 3 ອົງການຈັດຕັ້ງມະຫາຊົນໃຫ້ປະກົດຜົນເປັນຈິງ; ທັງເປັນການຮັດແໜ້ນຄວາມສາມັກຄີພາຍໃນທົ່ວກະຊວງການເງິນໃຫ້ມີຄວາມແໜ້ນແຟ້ນ ແລະ ປະຕິບັດບັນດາຄໍາຂວັນຂອງຂະແໜງການເງິນຄື “ຍົກສູງບົດບາດການນໍາພາຂອງພັກ, ຕັ້ງໜ້າເປັນເຈົ້າຕົນເອງບຸກທະລຸຄຸ້ມຄອງການເງິນພາກລັດເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.

ເປດຂະບວນການຕອນຮບກອງປະຊມໃຫຍອງຄະນະພກກະຊວງແລະ ສະຫອງວນສາງຕງຂະແໜງການເງນ - image 2
 

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວເປີດບັ້ນຂະບວນການແຂ່ງຂັນຢ່າງເປັນທາງການ ແລະ ການຈັບມືແຂ່ງຂັນຂອງບັນດາກົມພາຍໃນກະຊວງການເງິນ. ພ້ອມກັນ, ກໍໄດ້ດຳເນີນຂະບວນການແຂ່ງຂັນກິລາເຕະບານຊາຍ, ເຕະບານຍິງ, ດຶງເຊືອກ,ຕີດອກປີກໄກ່, ແລ່ນໄຖ່, ກິລາເຕະບານຊາຍທີມກິດຕິມະສັກ ແລະ ຕອນທ້າຍຂອງຂະບວນການດັ່ງກ່າວໄດ້ມອບຂັນລາງວັນໃຫ້ນັກກິລາຕື່ມອີກ.

ຂ່າວ: ກະຊວງການເງິນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

ແຜນພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ 5 ປີ ​ຄັ້ງ​ທີ IX (2021-2025) ຂອງລັດຖະບານແມ່ນເລັງໃສ່ກະຕຸກຊຸກຍູ້ເຮັດໃຫ້ການຜະລິດກະສິກຳ ມີການຂະຫຍາຍຕົວຢ່າງຮອບດ້ານ, ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກຳຢ່າງປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍ; ປະຊາຊົນມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​ຢູ່ຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາ, ສ້າງມູນຄ່າເພີ່ມ ແລະ ສ້າງລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂຶ້ນ.
ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ພິທີສະແດງທົດລອງຄັ້ງທີ 2 ການເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ທີ່ວິທະຍາຄານນາຍທະຫານບົກກົມມະດຳໂດຍມີສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນໍາການເດີນສວນສະໜາມ, ມີບັນດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ

ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ (Lao AI) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລານີ້ ທີ່ໂຮງແຮມລາດຊະວົງວັນດາວິສຕາ ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານ ຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຜູ້ຕາງໜ້າຈາກບັນດາຮອງລັດຖະມົນຕີ, ບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມຈໍານວນ 100 ທ່ານ.
ເຈົ້າແຂວງຊຽງຂວາງພົບປະເລຂາພັກແຂວງເຊີນລາ

ເຈົ້າແຂວງຊຽງຂວາງພົບປະເລຂາພັກແຂວງເຊີນລາ

ໃນວັນທີ10ຕຸລາຜ່ານມານີ້,ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ແລະ 8ແຂວງພາກເໜືອຂອງ ສປປ ລາວ ໄດ້ເຂົ້າພົບປະທ່ານ ຮວ່າງ ກວັກ ວຽດ ເລຂາພັກແຂວງເຊີນລາ ສສ ຫວຽດນາມພ້ອມດ້ວຍຄະນະ.ຊຶ່ງທ່ານ ບຸນຈັນ ສີວົງພັນ ໄດ້ຕາງໜ້າແຂວງ ແລະ 8ແຂວງພາກເໜືອ ກ່າວເຖິງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ເພື່ອເຂົ້າຮ່ວມ ສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງເຊີນລາຄົຍຮອບ130ປີ (10ຕຸລາ1895-10ຕຸລາ2025)
ເຫຼົ່າຮົບເສນາຮັກສຸມໃສ່ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ເຫຼົ່າຮົບເສນາຮັກສຸມໃສ່ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ເພື່ອຮັບປະກັນໃນການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບກໍາປູເຈຍ-ລາວ-ຫວຽດນາມໃຫ້ສຳເລັດຕາມແຜນການຂອງຂັ້ນເທິງທີ່ວາງໄວ້, ກົມເສນາຮັກກົມໃຫຍ່ພະລາທິການກອງທັບໄດ້ສຸມໃສ່ກະກຽມເນື້ອໃນດ້ານຕ່າງໆດ້ວຍຄວາມຮັບຜິດຊອບສູງແລະເອົາໃຈໃສ່ຈັດຕັ້ງປະຕິບັດການຝຶກຊ້ອມຢ່າງຕັ້ງໜ້າທັງປະສານສົມທົບກັບກອງທັບເພື່ອຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ.
ໄຊຍະບູລີ ຖອດຖອນບົດຮຽນງານເທສະການບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2568

ໄຊຍະບູລີ ຖອດຖອນບົດຮຽນງານເທສະການບຸນອອກພັນສາປະວໍລະນາ ປະຈໍາປີ ພສ 2568

ວັນທີ 13 ຕຸລາຜ່ານມານີ້,ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດງານເທສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ ພສ 2568 ຄສ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ ເມືອງໄຊຍະບູລີ.
ເພີ່ມເຕີມ