ເປີດໂຄງ​ການຜະລິດຈຸລັງໄຟຟ້າແສງອາທິດ ປະສິດທິພາບສູງ 5GW ຢູ່ ສ​ປ​ປ ລາວ

ເປີດໂຄງ​ການຜະລິດຈຸລັງໄຟຟ້າແສງອາທິດ ປະສິດທິພາບສູງ 5GW ຢູ່ ສ​ປ​ປ ລາວ
ພິທີເປີດໂຮງງານຜະລິດຈຸລັງໄຟຟ້າແສງອາທິດປະສິດທິພາບສູງ 5GW ຂອງບໍລິສັດ ຈົ່ງຫຼຸ້ນໂຊລາ ເຕັກ​ໂນ​ໂລ​ຊີ (ລາວ) ລາວ ​ຈຳ​ກັດ​ຜູ້ດ​ຽວ ໄດ້ມີຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ ນີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ
ພິທີເປີດໂຮງງານຜະລິດຈຸລັງໄຟຟ້າແສງອາທິດປະສິດທິພາບສູງ 5GW ຂອງບໍລິສັດ ຈົ່ງຫຼຸ້ນໂຊລາ ເຕັກ​ໂນ​ໂລ​ຊີ (ລາວ) ລາວ ​ຈຳ​ກັດ​ຜູ້ດ​ຽວ ໄດ້ມີຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ ນີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການໃຫ້​ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫຼົງ ຕ້າສຽງ ປະທານບໍລິສັດ ຈົ່ງຫຼຸ້ນ ໂຊລາ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ໄດ້ກ່າວວ່າ: ບໍລິສັດ ຈົ່ງຫຼຸ້ນໂຊລາ ເປັນວິສາຫະກິດການຜະລິດພະລັງງານສີຂຽວທີ່ທັນສະໄໝ, ມີຄວາມຊ່ຽວຊານໃນການຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ການຂາຍແຜງໂຊລາເຊວທີ່ມີປະສິດທິພາບສູງ ແລະ ຍັງມີຄວາມຊ່ຽວຊານໃນຜະລິດອຸປະກອນປະກອບແຜງໂຊລາເຊວ ແລະ ການດໍາເນີນກິດຈະການດ້ານສະຖານີໄຟຟ້າ. ໃນ 6 ເດືອນ ຕົ້ນປີ 2023, ບໍລິສັດ ໄດ້ຜະລິດ-ສົ່ງອອກແຜງໂຊລາເຊວ ຈັດຢູ່ອັນ​ດັບ​ສາມ​ຂອງໂລກ, ອີງຕາມແຜນການຂະຫຍາຍການຜະລິດຂອງບໍລິສັດ ໃນປັດຈຸບັນ ແລະ ຄວາມຄືບໜ້າຂອງການກໍ່ສ້າງ, ໃນທ້າຍປີນີ້ ບໍລິດສັດຈະບັນລຸຂະໜາດການຜະລິດແຜ່ນແບັດເຕີຣີໂຊລາເຊວຫຼາຍກວ່າ 50 GW ແລະ ອຸປະກອນປະກອບແຜງໂຊລາເຊວ 5.7GW, ຊຶ່ງອະນາຄົດຈະກາຍເປັນບໍລິສັດຊັ້ນນຳຂອງໂລກໃນຂະແໜງການອຸດສາຫະກຳປະເພດນີ້.
ຖານການຜະລິດຂອງບໍລິສັດ ຈົ່ງຫຼຸ້ນໂຊລາ ໃນ ສປປ ລາວ ມີແຜນຈະສ້າງແຜ່ນແບັດເຕີຣີ 9GW ແລະ ອຸປະກອນປະກອບແຜງໂຊລາເຊວ 3GW ທີ່ມີປະສິດທິພາບສູງ, ດ້ວຍເນື້ອທີ່ກໍ່ສ້າງທັງໝົດປະມານ 32 ເຮັກຕາ ຊຶ່ງເປັນສູນກາງການຜະລິດອຸປະກອນໂຊລາເຊວ ທີ່ໃຫຍ່ທີ່ສຸດໃນໂລກ ຮອງຈາກປະເທດຈີນ, ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການໂຊລາເຊວ 5GW ໄລຍະທຳອິດ ໃນ ສ​ປ​ປ ລາວ ໃນເປັນຂີດໝາຍສຳຄັນ ທີ່ບໍລິສັດຈົ່ງຫຼຸ້ນໂຊລາ ເລັ່ງການຂະຫຍາຍຕະຫຼາດອອກໄປຕ່າງປະເທດ; ທັງ​ເປັນ​ໝາກ​ຜົນ​ຂອງ "ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ-ວິ​ສາ​ຫະ​ກິດ ແລະ​ ການ​ຮ່ວມ​ມື​ວິ​ສາ​ຫະ​ກິດ-ວິ​ສາ​ຫະ​ກິດ" ລະ​ຫວ່າງ​ຈີນ-ລາວ.
ໃນ​ການ​ວາງ​ແຜນ ​ແລະ ​ການ​ກໍ່​ສ້າງ​ໂຄງ​ການ​, ບໍລິສັດ​ໄດ້​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ "ການ​ຜະ​ລິດທີ່ມີຄວາມລະອຽດ ​ແລະ​ ມີຄວາມທັນສະໄໝ​", ດ້ວຍການນຳໃຊ້ອຸປະກອນ-ເຄື່ອງມື 11 ລາງ​ຄູ່ ທີ່ທັນສະໄໝທີ່ສຸດໃນຂະແໜງການອຸດສາຫະກຳນີ້, ພາຍໃນໂຮງງານໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ-ເຄື່ອງມືອັດ​ຕະ​ໂນ​ມັດຫຼາຍກວ່າ​ 90%. ດ້ວຍການຂະຫຍາຍກຳລັງການຜະລິດເທື່ອລະກ້າວ, ພວກເຮົາຈະສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນລາວເຖິງ 1.200 ຕຳແໜ່ງງານ ແລະ ປະກອບສ່ວນເຂົ້າໃນການຜະລິດອຸດສາຫະກຳຫຼາຍກວ່າ 2,4 ຕື້ໂດລາ, ກາຍເປັນເສົາຄ້ຳທີ່ສຳຄັນໃນການຊຸກຍູ້ການເຕີບໂຕການນຳເຂົ້າ ແລະ ສົ່ງອອກ ຂອງ ສ​ປ​ປ ລາວ ຢ່າງມີປະສິດທິຜົນ. ຈົ່ງຫຼຸ້ນໂຊລາ ລາວ ຈະສືບຕໍ່ເຈາະເລິກຄວາມຕ້ອງການຂອງຕະຫຼາດ, ນຳເອົານະວັດຕະກໍາເຕັກໂນໂລຊີ ເປັນເຄື່ອງຈັກທີ່ທັນສະໄໝ ແລະ ຄຸນນະພາບຂອງຜະລິດຕະພັນເປັນພື້ນຖານໃນການຜະລິດແຜງໂຊລາເຊວ ແລະ ອຸປະກອນປະກອບແຜງໂຊລາເຊວ ໃຫ້ກາຍເປັນໜຶ່ງໃນສິນຄ້າສົ່ງອອກຂອງ ສປປ ລາວ ທີ່ມີເຕັກໂນໂລຊີຂັ້ນສູງ, ສ້າງມູນຄ່າເພີ່ມ ແລະ ມີຄວາມສາມາດໃນການແຂ່ງຂັນໃນຕະຫຼາດ​ຕ່າງ​ປະ​ເທດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ.
ຂ່າວ: ຈົ່ງຫຼຸ້ນ

ຄໍາເຫັນ

ຂ່າວເດັ່ນ

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ການນໍາພັກ-ລັດ ແລະ ມວນຊົນ ຮ່ວມໃສ່ບາດບຸນພະທາດຫຼວງ ປະຈໍາປີ 2025

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ ໄຫວ້ພະຮັບສິນ, ຟັງທໍາມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ເຄີນປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025 (ໃນມື້ຂຶ້ນ 15 ຄໍ່າເດືອນ 12 ພສ 2568) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກນີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ມີຮອງປະທານປະເທດ, ເຈົ້າຄອງ ນວ, ການນໍາພັກ-ລັດ, ພ້ອດ້ວຍມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ2025ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ3ແລະ ອັດລົງໃນຕອນເຊົ້າ ວັນທີ 4ພະຈິກ 2025ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງແລະປະກອບຄຳເຫັນຕໍ່ການສະຫຼຸບວຽກງານປະຈຳເດືອນຕຸລາແລະທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ2025.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ເພີ່ມເຕີມ