ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27
ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ເປດກອງປະຊມຄະນະອະນກາມະການ ASEAN-COCI ດານຖະແຫງຂາວ ຄງທ 27 - image 1
 

 

ທ່ານ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງໄດ້ສະ ແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ບັນດາຄະນະຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ.

ກອງປະຊຸມຄັ້ງນີ້ ດໍາເນີນພາຍໃຕ້ການເປັນປະທານ ຂອງທ່ານນາງ ມາໄລວຽງ ວົງຈັນດີ ຫົວໜ້າອະນຸກໍາມະການວຽກງານຖະແຫຼງຂ່າວ ສປປ ລາວ ຮອງອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ.

ເປດກອງປະຊມຄະນະອະນກາມະການ ASEAN-COCI ດານຖະແຫງຂາວ ຄງທ 27 - image 2
 

ທ່ານ ວັນສີ ກົວມົວ ໄດ້ເນັ້ນຢ້ຳເຖິງຄວາມໝາຍຄວາມສໍາຄັນພິເສດຂອງການເປັນເຈົ້າພາບໃນຄັ້ງນີ້ວ່າ: ເປັນຄັ້ງທໍາອິດຂອງ ສປປ ລາວ ຫຼັງຈາກທີ່ມີການປັບປຸງໂຄງສ້າງອົງກອນສື່ມວນຊົນຂອງລັດຢ່າງເປັນລະບົບ ໂດຍໄດ້ຍ້າຍສື່ຫຼັກຂອງຊາດ ຊຶ່ງລວມມີ: ສຳນັກຂ່າວສານປະເທດລາວ (KPL), ໂທລະພາບແຫ່ງຊາດລາວ (LNTV), ວິທະຍຸແຫ່ງຊາດລາວ (LNR) ສື່ສິ່ງພິມຕ່າງໆ ແລະ ສື່ສິ່ງພິມພາສາຕ່າງປະເທດ ມາຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະໂຄສະນາອົບຮົມສູນກາງພັກ.

ການປະຕິຮູບອົງກອນຄັ້ງສໍາຄັນນີ້ ມີຈຸດປະສົງເພື່ອຍົກລະດັບປະສິດທິພາບການດໍາເນີນງານ, ປັບໂຕເຂົ້າສູ່ຍຸກດີຈີຕອນຢ່າງຍືນຍົງ ແລະ ສ້າງສັນເນື້ອຫາທີ່ມີຄຸນນະພາບສູງເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດໃຫ້ດີຍິ່ງຂຶ້ນ.

ເປດກອງປະຊມຄະນະອະນກາມະການ ASEAN-COCI ດານຖະແຫງຂາວ ຄງທ 27 - image 3
 

ນອກຈາກນີ້, ທ່ານຍັງໄດ້ເນັ້ນຢ້ຳເຖິງບົດບາດອັນສໍາຄັນຂອງອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສື່ສານໃນລະດັບພາກພື້ນ, ສົ່ງເສີມຄວາມເຂົ້າໃຈອັນດີລະຫວ່າງປະເທດສະມາຊິກ ແລະ ຮ່ວມກັນພັດທະນາອັດຕະລັກຂອງປະຊາຄົມອາຊຽນໃຫ້ແໜ້ນແຟ້ນ.

ທ່ານນາງ ມາໄລວຽງ ວົງຈັນດີ ປະທານກອງປະຊຸມ ໄດ້ກ່າວເຖິງທິດທາງ ແລະ ຄວາມຮ່ວມມືດ້ານສື່ມວນຊົນໃນຍຸກໃໝ່ວ່າ: "ໃນຍຸກແຫ່ງການຫັນເປັນດີຈີຕອນຢ່າງໄວວາ, ຄະນະອະນຸກໍາມະການດ້ານຖະແຫຼງຂ່າວໄດ້ກາຍເປັນເວທີຍຸດທະສາດສໍາຄັນ ສໍາລັບປະເທດສະມາຊິກອາຊຽນ ໃນການສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນໃຫ້ເລິກເຊິ່ງ, ເສີມສ້າງພະລັງສຽງຂອງພາກພື້ນໃຫ້ເຂັ້ມແຂງ ແລະ ຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໆ ໂດຍສະເພາະການແກ້ໄຂບັນຫາຂໍ້ມູນຂ່າວປອມ (Fake News) ແລະ ສື່ສັງເຄາະ (Synthetic Media).

ເປດກອງປະຊມຄະນະອະນກາມະການ ASEAN-COCI ດານຖະແຫງຂາວ ຄງທ 27 - image 4
 

ການຫາແບບສ້າງສັນ ແລະ ຄວາມຮ່ວມມືທີ່ເປັນຮູບປະທໍາ, ພວກເຮົາຈະສາມາດຮ່ວມກັນສ້າງປະຊາຄົມອາຊຽນທີ່ມີຂໍ້ມູນຂ່າວສານຄົບຖ້ວນ, ເຊື່ອມໂຍງຊຶ່ງກັນ ແລະ ກັນ ແລະ ມີຄວາມຍືດຍຸ່ນ (ຜ່ອນຜັນ) ພ້ອມຮັບມືກັບທຸກຄວາມປ່ຽນແປງຢ່າງຍືນຍົງ."

ການປະຊຸມຄັ້ງນີ້ ຖືເປັນກົນໄກສໍາຄັນໃນການຂັບເຄື່ອນແຜນງານອາຊຽນ ວ່າດ້ວຍຂໍ້ມູນຂ່າວສານ ແລະ ສື່ມວນຊົນ ປີ 2026–2035 (ASEAN Work Plan for Information and Media 2026–2035) ໂດຍມຸ່ງເນັ້ນການເຊື່ອມໂຍງລະບົບສື່ມວນຊົນໃນພາກພື້ນ, ເພີ່ມພູນທັກສະຄວາມຮູ້ເທົ່າທັນດີຈີຕອນ (Digital Literacy) ແລະ ວາງຮາກຖານພູມມິທັດສື່ອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ມີວິໄສທັດຍາວໄກ.

ຕາມວາລະການປະຊຸມ, ຄະນະຜູ້ແທນຈະໄດ້ຮ່ວມກັນທົບທວນຄວາມຄືບໜ້າຂອງໂຄງການຕ່າງໆ, ພິຈາລະນາຂໍ້ສະເໜີໂຄງການໃໝ່ທີ່ຈະຂໍຮັບການສະໜັບສະໜູນຈາກ ກອງທຶນວັດທະນະທໍາອາຊຽນ (ACF) ສໍາລັບປີງົບປະມານ 2027 ລວມເຖິງ ການຫາລືຄວາມຮ່ວມມືກັບປະເທດຄູ່ເຈລະຈາ (ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ຣັດເຊຍ ແລະ ນອກແວ).

ນອກຈາກນີ້, ທີ່ປະຊຸມ ຈະຮ່ວມກັນກຽມຄວາມພ້ອມສໍາລັບການ ຈັດກອງປະຊຸມສໍາມະນາຫຼາຍພາກສ່ວນຂອງອາຊຽນ ວ່າດ້ວຍການແກ້ໄຂບັນຫາຂໍ້ມູນຂ່າວປອມ ແລະ ການຄຸ້ມຄອງສື່ສັງຄົມ ໃນວັນທີ 4-5 ພະຈິກ 2026 ທີ່ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ພ້ອມທັງຫາລືການກຽມງານປະຊຸມ SCI ຄັ້ງທີ 28 ຊຶ່ງປະເທດມາເລເຊຍຈະຮັບໄມ້ຕໍ່ເປັນເຈົ້າພາບໃນລໍາດັບຕໍ່ໄປ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນສື່ມວນຊົນລາວ ຢ້ຽມຢາມໜັງສືພິມກອງທັບປະຊາຊົນຫວຽດນາມ

ສໍາມະນາກອນຊຸດຝຶກອົບຮົມວຽກງານພະນັກງານນໍາພາ-ຄຸ້ມຄອງວຽກງານສື່ມວນຊົນ ສປປ ລາວ ຢູ່ ສສ ຫວຽດນາມ ໄລຍະ 2 ເດືອນ ນຳໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳພາຄະນະຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນດ້ານການຜະລິດເນື້ອຫາຂ່າວ ແລະ ການພັດທະນາສື່ມວນຊົນໃນຍຸກດິຈິຕອນກັບໜັງສືພິມກອງທັບປະຊາຊົນຫວຽດນາມ,ເມື່ອບໍ່ດົນມານີ້,ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ຫງວຽນ ດຶກຕວ່ານ ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ

ກອງປະຊຸມວິທະຍາສາດ ວຽກງານໄອຍະການ ລາວ-ຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ພາຍໃຕ້ຫົວຂໍ້ “ການປົກປ້ອງສິດທິເດັກ ແລະ ມາດຕະການຕ້ານການກໍ່ອາຊະຍາກຳຕໍ່ເດັກ ຂອງອົງການໄອຍະການ ລາວ-ຣັດເຊຍ” ໂດຍການເຂົ້າຮ່ວມຂອງ ທ່ານ​ ພຸດທະວົງ​ ບົວລະພາ​ ຫົວໜ້າ​ກົມຮ່ວມມືກັບຕ່າງປະເທດ ອອປສ, ທ່ານ ອາເລັກເຊວລາດີມີໂຣວິຊ ຄອສຕຣີຢາຄອຟຮອງຫົວໜ້າກົມກວດກາການປະຕິບັດການຄຸ້ມຄອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທຳຂອງເຍົາວະຊົນ ກົມໃຫຍ່ຄຸ້ມຄອງການປະຕິບັດກົດໝາຍລັດຖະບານກາງ. ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຕາງໜ້າອົງການໄອຍະການທະຫານ ອ້ອມຂ້າງ ອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມ.
ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນຕອນແລງວັນທີ 19 ພະຈິກຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026ຊຶ່ງນໍາພາໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານວັນວັດທະນະທຳອາຫານຫວຽດນາມຢູ່ລາວ ປະຈຳປີ 2026 ຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສຳນັກງານສະຖານຫວຽດນາມ ປະຈຳ ສປປ ລາວນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີການນຳພັກ-ລັດ, ອະດີດການນຳພັກ-ລັດ, ບັນດາທູຕານຸອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ໃນລະຫວ່າງວັນທີ 17-21 ພະຈິກນີ້, ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະຜູ້ແທນຂອງພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ໄລຍະປີ 2022-2027 ກໍຄືການຜັນຂະຫຍາຍຜົນການພົບປະສຸດຍອດ ລະຫວ່າງ ການນໍາສູງສຸດຂອງສອງປະເທດ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຢ່າງເປັນທາງການ ໃນເດືອນຕຸລາ 2025 ໃຫ້ເປັນຮູບປະທຳ; ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ໃນວັນທີ 19ພະຈິກຜ່ານມາທີ່ນະຄອນດາໜັງ ສສຫວຽດນາມ, ທ່ານສີວັນຫອມໄຊຍະເດດກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນຢູ່ສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງ (DDS)ໃຫ້ກຽດຕ້ອນຮັບຂອງທ່ານຟ້າມເທ້ເຍີນຮອງຜູ້ອໍານວຍການສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ເພີ່ມເຕີມ