ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ຢ່າງເປັນທາງການ
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 27 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ເປດກອງປະຊມໃຫຍ ຜແທນອງຄະນະພກ ກະຊວງກະສກຳ ແລະ ສງແວດລອມ ຄງທ VII ຢາງເປນທາງການ - image 1
 

 

ສະຫາຍ ລິນຄໍາ ດວງສະຫວັນ ກ່າວເປີດກອງປະຊຸມ ຊຶ່ງມີເນື້ອໃນທີ່ສໍາຄັນບາງຕອນວ່າ: ກອງປະຊຸມໃຫຍ່ພວກເຮົາໃນຄັ້ງນີ້ ຈະໄດ້ປະຕິບັດໜ້າທີ່ສໍາຄັນ ຄື: 1. ຄົ້ນຄວ້າ ແລະ ຮັບຮອງເອົາ ຮ່າງ ລາຍງານການເມືອງ ແລະ ຮ່າງ ບົດສະຫຼຸບການຈັດຕັ້ງປະຕິບັດແຜນທະນາຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຂອງ 2 ຂະແໜງການທີ່ມີການໂຮມເຂົ້າກັນ ຊຶ່ງ 2 ເອກະສານດັ່ງກ່າວ ແມ່ນມີຄວາມສໍາຄັນ ທີ່ສ່ອງແສງໃຫ້ເຫັນໝາກຜົນໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກ ກະຊວງກະສິກຳ ແລະ ປ່າໄມ້, ມະຕິກອງປະຊຸມໃຫຍ່ ຄັ້ງທີ 2 ຂອງອົງຄະນະພັກ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນເມື່ອກ່ອນ ແລະ ການກຳນົດທິດທາງຈຸດສຸມ 5 ປີ ໃນຕໍ່ໜ້າ ຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ ໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້, 2. ຄົ້ນຄວ້າ ແລະ ຮັບຮອງເອົາ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ກະຊວງ ໃນໄລຍະ 5 ປີຜ່ານມາ, ຈາກນັ້ນ ກອງປະຊຸມ ຈະໄດ້ດໍາເນີນການເລືອກຕັ້ງເອົາ ຄະນະບໍລິຫານງານພັກກະຊວງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກກະຊວງ ໃຫ້ມີຜົນສໍາເລັດ ແລະ ເລືອກຕັ້ງເອົາຜູ້ແທນສົມບູນ, ສໍາຮອງ ໄປເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ, 3. ກອງປະຊຸມໃຫຍ່ພວກເຮົາ ຈະໄດ້ຮັບຟັງ ຄໍາເຫັນໂອ້ລົມ-ຊີ້ນໍາ ຂອງສະຫາຍ ບຸນທອງ ຈິດມະນີ ເພື່ອເປັນທິດຊີ້ນໍາ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພວກເຮົາໃນຕໍ່ໜ້າ.

ເປດກອງປະຊມໃຫຍ ຜແທນອງຄະນະພກ ກະຊວງກະສກຳ ແລະ ສງແວດລອມ ຄງທ VII ຢາງເປນທາງການ - image 2
 

ກອງປະຊຸມໃຫຍ່ຂອງພວກເຮົາໃນຄັ້ງນີ້ແມ່ນເປັນເຫດການທາງດ້ານການເມືອງ ແລະ ເປັນບາດລ້ຽວທີ່ສໍາຄັນ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາຂອງພັກເອົາໃຈໃສ່ເພີ່ມທະວີ ການຄຸ້ມຄອງກະສິກຳ ແລະ ສິ່ງແວດລ້ອມ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊົນນະບົດໄດ້ຮັບການພັດທະນາ, ຄຸ້ມຄອງ, ນໍາໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ, ປ່າໄມ້, ສິ່ງແວດລ້ອມ ຕາມທິດຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ” ດ້ວຍໜ້າທີ່ອັນສໍາຄັນດັ່ງກ່າວ, ພວກເຮົາຕ້ອງໄດ້ເຊີດຊູສະຕິຕື່ນຕົວ ແລະ ຄວາມຮັບຜິດຊອບການເມືອງ ກໍຄືການເປັນເຈົ້າຂອງຜູ້ແທນໃຫ້ສູງ, ປະຕິບັດລະບຽບ ແລະ ວາລະກອງປະຊຸມ ຢ່າງເຂັ້ມງວດ, ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ເຂົ້າໃນຮ່າງລາຍງານການເມືອງ, ຮ່າງແຜນພັດທະນາຂະແໜງ ກະສິກຳ ແລະ ສິ່ງແວດລ້ອມ ໃນ 5 ປີ ຕໍ່ໜ້າ ຢ່າງເລິກເຊິ່ງ, ຮອບຄອບ, ຖີ່ຖ້ວນ ໂດຍສະເພາະການໃຊ້ສິດປະຊາທິປະໄຕ ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ ແລະ ເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ ໃຫ້ມີຄວາມຖືກຕ້ອງຕາມລະບຽບການ, ທັງນີ້ ກໍເພື່ອໃຫ້ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກກະຊວງ ບັນລຸຜົນສໍາເລັດຢ່າງຈົບງາມ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ