![]() |
ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
1. ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນທັນວາ2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນ ສາກົນ ແລະ ພາກພື້ນ, ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ລາຍງານການເກັບກຳຂໍ້ມູນ ແລະ ຜົນການສຶກສາຕັ້ງດ່ານເກັບເງິນຄ່າບໍລິການຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ໃນກິໂລແມັດທີ 71-346(ໄລຍະທາງ 275 ກິໂລແມັດ) ແລະ ທາງຫຼວງແຫ່ງຊາດເລກທີ 12 ແຕ່ທ່າແຂກ-ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ).
2. ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອືື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ.
3. ຮ່າງດຳລັດ ວ່າດ້ວຍເງິນເດືອນ, ຜົນປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ.
4. ຮ່າງດໍາລັດ ວ່າດ້ວຍການນສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ.
5. ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ.
6. ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງນໍ້າ ແຫ່ງຊາດ.
7. ຮ່າງດໍາລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ.
8. ຮ່າງດຳລັດ ວ່າດ້ວຍຝຸ່ນ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ຊຶ່ງບັນຫາເຫຼົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍແລະ ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ.
![]() |
ສໍາລັບຢູ່ປະເທດລາວເຮົາ ແນ່ນອນວ່າ ຈະບໍ່ສາມາດຫຼີກລ່ຽງຜົນກະທົບ ຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ບໍ່ຫຼາຍກໍໜ້ອຍ. ສະນັ້ນ ຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດແລະມີມາດຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃຫ້ເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຕໍ່ແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ,ກະທັດຮັດ ແລະມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
![]() |
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)



ຄໍາເຫັນ