ເປີດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຢ່າງເປັນທາງການ

ເປີດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຢ່າງເປັນທາງການ

ເປີດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຢ່າງເປັນທາງການ
ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ເປີດຂຶ້ນຢ່າງເປັນທາງການໃນວັນທີ 19 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ເປີດຂຶ້ນຢ່າງເປັນທາງການໃນວັນທີ 19 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານເລຂາທິການໃຫຍ່ໄອປາ, ເລຂາທິການໃຫຍ່ອາຊຽນ, ສົມເດັດ, ທ່ານປະທານສະພາ, ປະທານລັດຖະສະພາຈາກບັນດາປະເທດສະມາຊິກໄອປາ ແລະ ປະເທດສັງເກດການເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ກໍານົດ ຄຳຂວັນ: “ ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ແມ່ນສອດຄ່ອງກັບຄໍາຂວັນປະທານອາຊຽນ ຂອງ ສປປ ລາວ ຄື: “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍສຸມໃສ່ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນໃນປີ 2025 ເພື່ອເຮັດໃຫ້ພາກພື້ນມີິການເຊື່ອມຈອດ ແລະ ເຂັ້ມແຂງ ທັງເປັນການຊຸກຍູ້ສົ່ງເສີມຄວາມພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ ໃນການບັນລຸເປົ້າໝາຍດ້ານການພັດທະນາພື້ນຖານໂຄງລ່າງ ແລະ ລະບຽບການຕ່າງໆທີ່ມີການເຊື່ອມຈອດທາງດ້ານການຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຜະລິດ, ການບໍລິການ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນອາຊຽນໃຫ້ຫຼາຍຂຶ້ນ, ການເຊື່ອມໂຍງທາງດ້ານເສດຖະກິດ ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ສ້າງເສດຖະກິດອາຊຽນໃຫ້ມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.

ຂ້າພະເຈົ້າຕີລາຄາສູງຕໍ່ການປະສານສົມທົບລະຫວ່າງໄອປາ ກັບອາຊຽນ ຊຶ່ງໄດ້ມີກົນໄກພົບປະເຮັດວຽກຮ່ວມກັນເປັນລະບົບ ແລະ ມີການປັບປຸງດີຂຶ້ນ ເປັນຕົ້ນການພົບປະລະຫວ່າງຜູ້ນຳອາຊຽນກັບຜູ້ນຳໄອປາ, ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຂອງເລຂາທິການໃຫຍ່ອາຊຽນ, ການເຂົ້າຮ່ວມກອງປະຊຸມ ແລະ ກິດຈະກຳຕ່າງໆຂອງກັນ ແລະ ກັນ ກໍຄືການແລກປ່ຽນຂໍ້ມູນຂ່າວສານນຳກັນ. ໃນຂະບວນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ກໍຄືຶການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຕໍ່ໜ້າ, ໄອປາ ແລະ ອາຊຽນຍິ່ງຈະຕ້ອງເພີ່ມທະວີການຮ່ວມມືຮັດແໜ້ນການເປັນຄູ່ຮ່ວມທີ່ສະໜັບສະໜູນການປະຕິບັດໜ້າທີ່ເຊິ່ງກັນ ແລະ ກັນ ຕາມພາລະບົດບາດຂອງຕົນ ເພື່ອເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຢືນຍົງ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນໃນບັນດາປະເທດສະມາຊິກອາຊຽນຢ່າງແທ້ຈິງ.

ໃນໄລຍະດໍາເນີນກອງປະຊຸມ ຈະມີກອງປະຊຸມບັນດາກຳມາທິການປະຈຳຕ່າງໆ ຊຶ່ງຈະໄດ້ລົງເລິກຄົ້ນຄວ້າ ປຶກສາຫາລືບັນດາເນື້ອໃນ ແລະ ຮ່າງມະຕິໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ ແລະ ວຽກງານພາຍໃນຂອງໄອປາ. ນອກຈາກນີ້, ຍັງຈະມີກອງປະຊຸມລະຫວ່າງໄອປາ ກັບລັດຖະສະພາປະເທດສັງເກດການ ເພື່ອຊອກຫາຊ່ອງທາງໃນການຮ່ວມມືກັນ ແລະ ວິທີແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆຮ່ວມກັນ, ສະໜັບສະໜູນບັນດາເປົ້າໝາຍອາຊຽນ ແນໃສ່ຮັບປະກັນການເຊື່ອມໂຍງ ແລະ ການເຕີບໂຕແບບກວມລວມ ພ້ອມກັນນີ້, ກອງປະຊຸມພວກເຮົາມີຄວາມຍິນດີທີ່ໄດ້ຕ້ອນຮັບຄູ່ຮ່ວມພັດທະນາໄອປາຈາກຫຼາຍອົງການຈັດຕັ້ງສາກົນ ຊຶ່ງເປັນໂອກາດອັນດີທີ່ຈະໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ປະສົບການກ່ຽວກັບການຍົກສູງຂີດຄວາມສາມາດໃນການປະຕິບັດໜ້າທີ່ຂອງໄອປາ ກໍຄືລັດຖະສະພາສະມາຊິກໄອປາໃຫ້ເຂັ້ມແຂງຂຶ້ນ ເພື່ອເຮັດໃຫ້ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ໄດ້ກ່າວປາໄສຕໍ່ກອງປະຊຸມວ່າ: ກອງປະຊຸມໄອປາຄັ້ງທີ 45 ໃນຄັ້ງນີ້ດຳເນີນພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ເຊິ່ງເຫັນວ່າມີຄວາມສຳຄັນ ແລະ ສອດຄ່ອງກັບຄວາມພະຍາຍາມລວມຂອງອາຊຽນໃນການ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຄວາມພະຍາຍາມຂອງ ສປປ ລາວ ທີ່ຈະຫັນຈາກປະເທດທີ່ບໍ່ມີຊາຍເເດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ໃນພາກພື້ນ ພ້ອມທັງສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ 2030 ຂອງບັນດາປະຊາຊາດ ແນໃສ່ໃຫ້ພວກເຮົາທຸກຄົນກ້າວໄປພ້ອມກັນ, ກອງປະຊຸມຄັ້ງນີ້ຈະເປັນໂອກາດດີໃຫ້ພວກເຮົາສະແດງຄວາມຄິດເຫັນ, ວິໄສທັດ ແລະ ແລກປ່ຽນທັດສະນະຂອງຕົນຢ່າງກົງໄປກົງມາ ແລະ ສ້າງສັນເພື່ອແນໃສ່ຮັດແໜ້ນການຮ່ວມມື ແລະ ກຳນົດທິດທາງໃນຕໍ່ໜ້າສຳລັບວຽກງານ AIPA ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງບັນດາປະເທດສະມາຊິກອາຊຽນຢ່າງທົ່ວເຖິງ.

ຂ່າວ: ພູວັນ, ພາບ: ຕຸໄລເພັດ+ສຸກສະຫວັນ

ดูข้อมูลเชิงลึก

โปรโมทโพสต์

ถูกใจ

แสดงความคิดเห็น

แชร์

ຄໍາເຫັນ

ຂ່າວເດັ່ນ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກວດສອບ ເຫັນໜີ້ຄ້າງໃນຂົງເຂດທະນາຄານ 10 ພັນກວ່າຕື້ກີບ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ. ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນປີ 2026 ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບຂົງເຂດທະນາຄານ ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີການເກັບກູ້ເງິນທີ່ປ່ອຍເກີນທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາ ກອນກຳໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປ ລາວ ແລະ ບັນຫາອື່ນໆ ລວມເປັນເງິນ 14,345.52 ຕື້ກີບ. ໃນນັ້ນ, ແກ້ໄຂໄດ້ ຈໍານວນ 3,781.07 ຕື້ກີບ ເທົ່າກັບ 26.36% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງຈໍານວນ 10,564.45 ຕື້ກີບ.
ຮສສ ເອົາໃຈໃສ່ຄຸ້ມຄອງການນຳເຂົ້າ-ສົ່ງອອກແຮງງານໄປຕ່າງປະເທດ

ຮສສ ເອົາໃຈໃສ່ຄຸ້ມຄອງການນຳເຂົ້າ-ສົ່ງອອກແຮງງານໄປຕ່າງປະເທດ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ຕິດພັນກັບຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ປີ 2026 ແກ້ໄຂຜົນການກວດສອບຂົງເຂດງົບປະມານລັດໄດ້ 5 ພັນກວ່າຕື້ກີບ ແລະ 3 ລ້ານກວ່າໂດລາ

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນວຽກງານປະຈໍາປີ 2026, ບົດລາຍງານຜົນການກວດສອບປະຈໍາປີ 2026 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ສາທາ ວາງມາດຕະການແກ້ໄຂອັດຕາການເກີດລູກມີແພດຊ່ວຍ ແລະ ການໃຫ້ວັກຊິນກັນພະຍາດ

ກະຊວງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ເຫັນວ່າອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດມີຄວາມຄືບໜ້າຊ້າ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ ຍ້ອນມາຈາກຫຼາຍສາເຫດ. ສະນັ້ນ, ກະຊວງສາທາລະນະສຸກ ກໍຄືຂະແໜງສາທາລະນະສຸກ ຈຶ່ງກຳນົດມາດຕະການ ເພື່ອແກ້ໄຂບັນຫາດັ່ງກ່າວ.
ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ