ພິທີເປີດນໍາໃຊ້ ອາຄານ ບີ ໂຮມ ອາພາດເມັ້ນ (Be Home Apartment) ໄດ້ຈັດຂຶ້ນໃນວັນທີ 28 ກັນຍາຜ່ານມາ ທີ່ບ້ານໂພນສະຫວັນເໜືອເມືອງສີສັດຕະນາກນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມແລະຕັດແຖບຜ້າຂອງທ່ານ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ທ່ານ ວົງນໍາ ວົງວິໄລ ປະທານບໍລິສັດຂຸນຕາປ້າຍ ປະທານສະມາຄົມປ້າຍລາວ, ຕາງໜ້າຄະນະບໍລິຫານງານບໍລິສັດເອເຊຍອະສັງຫາລິມະຊັບ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງນໍາ ວົງວິໄລ ໄດ້ກ່າວວ່າ: ຄຽງຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ, ໂດຍລັດຖະບານໄດ້ເປີດໂອກາດໃຫ້ນັກລົງທຶນເຂົ້າມາລົງທຶນຢ່າງກ້ວາງຂວາງ, ບໍລິສັດເອເຊຍອະສັງຫາລິມະຊັບ ຈໍາກັດ ຮ່ວມກັບກຸ່ມນັກທຸລະກິດຫຼາຍທ່ານ ຊຶ່ງໃນນັ້ນກໍມີ ບໍລິສັດເອເຊຍອະສັງຫາລິມະຊັບ ຈໍາກັດ ໄດ້ຈົດທະບຽນລົງທຶນທີ່ຖືກຕ້ອງຕາມກົດໝາຍ ຜ່ານການເຮັດທຸລະກິດເອື້ອປະໂຫຍດດ້ວຍກັນມາເປັນເວລາດົນ. ດັ່ງນັ້ນ, ຈຶ່ງໄດ້ຕົກລົງຮ່ວມມືກັນເພື່ອພັດທະນາອະສັງຫາລິມະຊັບ ໄດ້ເລີ່ມຕົ້ນສ້າງອາພາດເມັ້ນແຫ່ງນີ້ຂຶ້ນໃຫ້ເປັນທີ່ຢູ່ທີ່ດີ, ທັນສະໄໝ ແລະ ໜ້າຢູ່. ການກໍ່ສ້າງອາຄານແຫ່ງນີ້ ແມ່ນຖືກຕ້ອງຕາມມາດຕະຖານຂອງການອອກແບບ, ເປັນອາຄານ 9 ຊັ້ນ, ມີ 56 ຫ້ອງ ພ້ອມດ້ວຍສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນ ໜ່ວຍຮັກສາຄວາມປອດໄພ, ສະຖານທີ່ຈອດລົດກວ້າງຂວາງ, ມີລະບົບຄວາມປອດໄພສູງ, ມີສະລອຍນໍ້າຢູ່ຊັ້ນ 9, ຫ້ອງອອກກໍາລັງກາຍ; ຫ້ອງອົບຊາວນ້າ, ຫ້ອງປະຊຸມ ແລະ ອື່ນໆໃນສະພາບແວດລ້ອມທີ່ດີໃນນະຄອນຫຼວງວຽງຈັນ.
ຂ່າວ:ຍຸພິນທອງ

ຄໍາເຫັນ