ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ແມ່ນມີຄວາມພ້ອມໃຫ້ການບໍລິການແລ້ວ 100%

ເປີດນຳໃຊ້ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ

ເປີດນຳໃຊ້ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ
ພິທີເປີດນໍາໃຊ້ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ນີ້, ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເຊິນປິ່ນ ປະທານບໍລິສັດ ລາດຊະວົງ ພັດທະນາຈຳກັດ, ມີການນຳພັກ-ລັດ, ແຂກຖືກເຊີນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ໄດ້ເຊັນສັນຍາກັນໃນທ້າຍປີ 2013 ຊຶ່ງເປັນການຮ່ວມມືທຸລະກິດ ລະຫວ່າງ ກະຊວງປ້ອງກັນປະເທດ ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງ ຫາລິມະຊັບ ຈຳກັດ ພາຍຫຼັງເຊັນສັນຍາ ກໍໄດ້ດຳເນີນການກໍ່ສ້າງບັນດາໜ້າວຽກໂຄງສ້າງຫຼັກຂອງຕົວອາຄານສຳເລັດ ແຕ່ຍັງບໍ່ສົມບູນ ແລະ ໄດ້ຕົບແຕ່ງພາຍນອກສຳເລັດຈຳນວນໜຶ່ງ. ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19ແລະ ສະພາບການເງິນຂອງຜູ້ລົງທຶນບໍ່ຄ່ອງຕົວ, ສັນຍາ ແລະ ນິຕິກຳກ່ຽວພັນຈຳນວນໜຶ່ງ ຍັງບໍ່ທັນສອດຄ່ອງ ແລະ ບໍ່ຮັດກຸມເທົ່າທີ່ຄວນສະນັ້ນ, ມາຮອດປີ 2016 ການຈັດຕັ້ງປະຕິບັດຕົວຈິງພົບຂໍ້ຫຍຸ້ງຍາກແລະໄດ້ໂຈະການກໍ່ສ້າງເປັນການຊົ່ວຄາວ ແຕ່ລັດຖະບານກໍຄືການນຳຂອງກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ໄດ້ຊີ້ນຳ ແກ້ໄຂ ແລະ ຊຸກຍູ້ຈົນເຮັດໃຫ້ໂຄງການດັ່ງກ່າວສາມາດສືບຕໍ່ກໍ່ສ້າງຄືນໃໝ່ໃນປີ 2021 ແລະ ມາຮອດຕົ້ນປີ2024 ກໍໄດ້ເລີ່ມເປີດທົດລອງນໍາໃຊ້ບາງສ່ວນພ້ອມທັງປັບປຸງບາງຈຸດໃຫ້ສ່ອດຄອງເໝາະສົມແລະ ປັດຈຸບັນນີ້ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ແມ່ນມີຄວາມພ້ອມໃຫ້ການບໍລິການແລ້ວ 100%. ສໍາລັບໂຄງການ ລາດຊະວົງ ພລາຊາ ວັນດ້າ ວິສຕ້າ ປະກອບມີໂຮງແຮມລະດັບ 5 ດາວ, ຫ້ອງການ, ອາພາດເມັນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ, ສູນບັນເທີງ, ສູນກິລາ, ຮ້ານອາຫານນາໆຊາດ ແລະ ອື່ນໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ມີເນື້ອທີ່ກໍ່ສ້າງທັງໝົດ 188.000 ຕາແມັດ, ຄວາມສູງ 138 ແມັດ, ມີ 36 ຊັ້ນ, ເປັນອາຄານຕຶກທີ່ສູງທີ່ສຸດຢູ່ປະເທດລາວໃນປັດຈຸບັນ.

ຈາກນັ້ນ, ໃນພິທີກໍໄດ້ຕັດແຖບຜ້າ ແລະ ລັ່ນຄອງ 9 ບາດ ເພື່ອເປັນສີລິມົງຄຸນ ເປີດນໍາໃຊ້ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຢ່າງເປັນທາງການ.

(ຂ່າວ-ພາບ: ສຸກສາຄອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ສະຖານທີ່ເກີດ ນະຄອນຫຼວງບາງກອກ ປະເທດໄທ ການສຶກສາ: ປະລິນຍາຕີ ສາຂາ ວິສະວະກຳອຸດສາຫະກຳ, ມະຫາວິທະຍາໄລ Hofstra ນິວຢອກ ສະຫະລັດອາເມຣິກາ ສາສະໜາ: ພຸດ ປະຫວັດທາງອາຊີບ
ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ພິທີສະເຫຼີມສະຫຼອງ ວັນແຫ່ງຄວາມປອດໄພ (SAFETY DAY)ປະຈໍາປີ ຂອງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຈັດຂຶ້ນ ໃນວັນ 15 ຕຸລານີ້ ທີ່ເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ໂດຍ ທ່ານ ມາກ ອັງຕວນຣຸບ ຜູ້ອຳນວຍການບໍລິສັດ ໄຟຟ້ານໍ້າເທີນ 2, ມີບັນດາທ່ານໃນຄະນະບໍລິຫານງານຂອງບໍລິສັດ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການຂັ້ນແຂວງ, ເມືອງນາກາຍ, ຍົມມະລາດ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

5 ປີ​ຜ່ານ​ມາ ຂະ​ແໜງປູກຝັງ - ລ້ຽງສັດ​ ມີ​ຜົນ​ສຳ​ເລັດຫຼາຍ​ດ້ານ ໂດຍ:ວັນໄຊ ຕະວິນຍານ

ແຜນພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ 5 ປີ ​ຄັ້ງ​ທີ IX (2021-2025) ຂອງລັດຖະບານແມ່ນເລັງໃສ່ກະຕຸກຊຸກຍູ້ເຮັດໃຫ້ການຜະລິດກະສິກຳ ມີການຂະຫຍາຍຕົວຢ່າງຮອບດ້ານ, ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກຳຢ່າງປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍ; ປະຊາຊົນມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ຊີວິດການເປັນຢູ່ຂອງ​ປະ​ຊາ​ຊົນ​ຢູ່ຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາ, ສ້າງມູນຄ່າເພີ່ມ ແລະ ສ້າງລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂຶ້ນ.
ເພີ່ມເຕີມ