ເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ແຫ່ງໃໝ່

ເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ແຫ່ງໃໝ່ ໃນນະຄອນຫຼວງວຽງຈັນ

ເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ແຫ່ງໃໝ່ ໃນນະຄອນຫຼວງວຽງຈັນ
ນັກທຸລະກິດລາວ ລົງທຶນກວ່າ 50 ລ້ານໂດລາ ສ້າງຫໍພິພິທະພັນ ສິລະປະລາວ ແຫ່ງໃໝ່ ທີ່ໃຫຍ່ທີ່ສຸດໃນໂລກຫວັງໃຫ້ກາຍເປັນແລນມາກ ທາງວັດທະນະທຳ ແຫ່ງໃໝ່ຂອງປະເທດດຶງດູດນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະກິດໃນພື້ນທີ່ ແລະ ສ້າງວຽກເຮັດງານທໍາ.

ພິທີເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ມີຂຶ້ນໃນວັນທີ 5ມັງກອນ ນີ້ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພິຊິດ ໄຊຍະທິດຜູ້ກໍ່ຕັ້ງ ແລະ ປະທານ ຫໍພິພິທະພັນ ສິລະປະລາວ, ບັນດາການນຳພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພິພິທະພັນ ສິລະປະລາວ ດັ່ງກ່າວ ຕັ້ງຢູ່ບ້ານໂນນສະອາດເມືອງໄຊທານີ ນະຄອນຫຼວງວຽງຈັນໃນເນື້ອທີ່ 80 ກວ່າເຮັກຕາຊຶ່ງປະກອບມີອາຄານນໍາສະເໜີຂໍ້ມູນກ່ຽວກັບຫໍພິພິທະພັນ, ອາຄານຕ້ອນຮັບ, ອາຄານວາງສະແດງງານສິລະປະ-ວັດທະນະທໍາຕາມເທດສະການຕ່າງໆ, ຫ້ອງໂຖງພັກຜ່ອນຊົມທິວທັດ, ອາຄານອະເນກປະສົງ, ອາຄານສະແດງງານສິລະປະໄມ້ແກະສະຫຼັກ ແລະ ຮູບແຕ້ມ, ຮ້ານຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ຣີສອດ, ອາຄານວາງສະແດງສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າຕົກຈໍາລອງ ແລະອື່ນໆ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ການເປີດ ພິພິທະພັນ ສິລະປະລາວ ຄັ້ງນີ້ ບໍ່ເປັນພຽງການເປີດສະຖານທີ່ທ່ອງທ່ຽວແຫ່ງໃໝ່ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມບົດບາດຄວາມສຳຄັນຂອງປະເທດ ທາງດ້ານເສດຖະກິດ-ສັງຄົມ ແລະ ເປີດປະຕູສູ່ອະນາຄົດທີ່ສົດໃສຂອງ ສິລະປະວັດທະນະທຳລາວ.
ພິພິທະພັນແຫ່ງນີ້ ຈະເປັນສູນກາງເສດຖະກິດໃນຮູບແບບການທ່ອງທ່ຽວ ທາງວັດທະນະທຳ ຊຶ່ງຈະຊ່ວຍສ້າງວຽກເຮັດງານທຳ ສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ກະຕຸ້ນໃຫ້ມີການລົງທຶນໃໝ່ ໃນພາກບໍລິການ ແລະ ການທ່ອງທ່ຽວ.
ທ່ານນາຍົກ ກ່າວຕື່ມວ່າ: “ພິພິທະພັນແຫ່ງນີ້ ເປັນສັນຍາລັກ ແຫ່ງຄວາມຫວັງ ຄວາມມີສີໄມ້ລາຍມື ແລະ ຄວາມຮູ້ຄວາມສາມາດຂອງຄົນລາວ ຊຶ່ງເປັນສິ່ງຢັ້ງຢືນວ່າ ສິລະປະລາວ ສາມາດປະກົດຕົວ ແລະ ຄົງຕົວໃນເວທີໂລກໄດ້ຢ່າງພາກພູມໃຈ”.
ທ່ານ ພິຊິດ ໄຊຍະທິດ ກ່າວວ່າ: ໄມ້ທ່ອນ ຫຼື ເຫງົ້າໄມ້ ທີ່ນໍາມາໃຊ້ ໃນການແກະສະຫຼັກ ທີ່ນຳມາສະແດງນັ້ນ ແມ່ນເຮັດຂຶ້ນພາຍໃຕ້ແຜນຍຸດທະສາດການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວ ຂອງພັກ ແລະ ລັດຖະບານ.
ປະທານ ຫໍພິພິທະພັນ ສິລະປະລາວ ກ່າວວ່າ: “ຂ້າພະເຈົ້າ ຂໍຢັ້ງຢືນວ່າ ໄມ້ທ່ອນ ຫຼື ເຫງົ້າໄມ້ ທີ່ນໍາມາໃຊ້ ໃນການແກະສະຫຼັກຂອງພວກເຮົານັ້ນ ລ້ວນແລ້ວແຕ່ແມ່ນ ໄມ້ນອນຂອນຕາຍ, ເປັນເສດໄມ້ຈາກພື້ນທີ່ນໍ້າຖ້ວມ ທີ່ຕົກຄ້າງໃນໂຄງການສ້າງເຂື່ອນໄຟຟ້າຕ່າງໆ ຫຼື ເຫງົ້າໄມ້ ທີ່ເກັບມາຈາກ ທົ່ງໄຮ່ ທົ່ງນາ ຂອງປະຊາຊົນ ໂດຍໄມ້ເຫຼົ່ານີ້ ຄັ້ງໜຶ່ງຖືວ່າ ເປັນໄມ້ເສດເຫຼືອ ຫຼື ໄມ້ທີ່ບໍ່ມີຄຸນຄ່າສູງພໍປານໃດ. ແຕ່ເມື່ອຖືກນໍາມາປະດິດສ້າງ ຫັນປ່ຽນໃຫ້ກາຍເປັນຜົນງານ ສິລະປະກຳ ທີ່ງົດງາມແລ້ວ ມັນໄດ້ກາຍເປັນຊັບສິນອັນລໍ້າຄ່າ”.
ປະທານ ຫໍພິພິທະພັນ ສິລະປະລາວ ເຊື່ອວ່າ: ຫໍພິພິທະພັນສິລະປະລາວ ແຫ່ງນີ້ຈະກາຍເປັນ ແຫຼ່ງເສີມສ້າງວັດທະນະທຳທີ່ສໍາຄັນ ຊຶ່ງຈະຊ່ວຍອະນຸລັກ ແລະ ສົ່ງເສີມມໍລະດົກ ດ້ານສິລະປະຂອງລາວ ພ້ອມທັງ ເປີດໂອກາດໃຫ້ ນັກສິລະປະກອນ ໃນທ້ອງຖິ່ນ ໄດ້ມີໂອກາດສະແດງຜົນງານຂອງເຂົາເຈົ້າ. ຫໍພິພິທະພັນນີ້ ຈະກາຍເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະກິດໃນພື້ນທີ່ ແລະ ສ້າງວຽກເຮັດງານທໍາໃຫ້ຫຼາຍພາກສ່ວນ ເຊັ່ນ: ການບໍລິການ, ການຄ້າຂາຍຍ່ອຍ, ງານສິລະປະກຳ ແລະ ຜູ້ປະກອບການອື່ນໆ ສາມາດສ້າງວຽກເຮັດງານທຳ ແລະ ມີລາຍຮັບ. ສໍາລັບ ພິພິທະພັນເອງ ຈະສ້າງວຽກເຮັດງານທໍາແບບໂດຍກົງ ໄດ້ 300 ຫາ 400 ຄົນ.
ສິລະປະກຳ ໂດຍສະເພາະການແກະສະຫຼັກໄມ້ ແມ່ນຮາກຖານສໍາຄັນໜຶ່ງຂອງວັດທະນະທໍາລາວເຮົາ. ມັນໄດ້ສະທ້ອນໃຫ້ເຫັນເຖິງຄວາມງົດງາມ, ສີມືອັນປານີດ ລະອຽດອ່ອນ, ຄວາມສະຫຼັບສັບຊ້ອນທາງວິຈິດສິນທີ່ແຝງໄປດ້ວຍຄວາມໝາຍອັນເລິກເຊິ່ງ, ໄດ້ບັນຍາຍເຖິງວິຖີຊີວິດ, ຄວາມສັດທາ, ຄວາມຝັນ, ຄວາມມຸ້ງມາດປາຖະໜາຂອງຊາວລາວ ແລະ ຄວາມງົດງາມດັ່ງກ່າວນັ້ນໄດ້ຖືກຖ່າຍທອດ ໃຫ້ເປັນຜົນງານ ທີ່ສາມາດສຳຜັດ ແລະ ຈັບຕ້ອງໄດ້ ນະທີ່ ຫໍພິພິທະພັນ ແຫ່ງນີ້.
ຂໍ້ມູນ: ໜັງສືພິມພາສາຕ່າງປະເທດ

เพิ่มลงในโพสต์ของคุณ

โปรโมทโพสต์

คุณจะเลือกการตั้งค่าหลังจากคุณคลิก "โพสต์"

กำ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ