ພິທີເປີດສູນບໍລິການສຸຂະນາໄມພືດ-ສັດ

ເປີດນໍາໃຊ້ ສູນບໍລິການສຸຂະນາໄມພືດ-ສັດ ຂອງບໍລິສັດມັງກອນການຄ້າ ຂາອອກ - ຂາເຂົ້າ

ເປີດນໍາໃຊ້ ສູນບໍລິການສຸຂະນາໄມພືດ-ສັດ ຂອງບໍລິສັດມັງກອນການຄ້າ ຂາອອກ - ຂາເຂົ້າ
ບໍລິສັດ ມັງກອນການຄ້າ ຂາອອກ - ຂາເຂົ້າຈໍາກັດຜູ້ດຽວ ໄດ້ຈັດພິທີເປີດສູນບໍລິການສຸຂະນາໄມພືດ-ສັດ, ສາງຄ່ຽນຖ່າຍສິນຄ້າພືດກະສິກຳ ແລະ ສະມາຄົມລົດຂົນສົ່ງສິນຄ້າຂະໜາດນ້ອຍ ແລະ ຂະ ໜາດໃຫຍ່ຂອງຈີນ ໃນວັນທີ 5 ມັງກອນ 2025 ຜ່ານມານິ້, ຢູ່ທີ່ບ້ານປຸງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ມີທ່ານ ເຄື່ອນເພດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ,

ທ່ານ ອາຊຸຍ ປະທານ ບໍລິສັດມັງກອນການຄ້າ ຂາອອກ-ຂາເຂົ້າຈໍາກັດຜູ້ດຽວ, ມີບັນດາການນໍາຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມໃຈ ສິວໍລະວົງ ຕ່າງໜ້າ ບໍລິສັດ ໄດ້ລາຍງານສະພາບລວມ ແລະ ແຜນການລົງທຶນໃສ່ວຽກງານດັ່ງກ່າວວ່າ: ສູນບໍລິການສຸຂະນາໄມພືດ ແລະ ສາງຄ່ຽນຖ່າຍສິນຄ້າ ປະເພດຜົນຜະລິດພືດກະສິກຳ ເພື່ອໃຫ້ການບໍລິການດ້ານສຸຂະນາໄມພືດ ກ່ຽວກັບການນໍາເຂົ້າ ແລະ ຈັດຈໍາໜ່າຍແນວພັນ ປອດສັດຕູພືດ, ຊິວະພາບປາບສັດຕູພືດ, ອຸປະກອນປ້ອງກັນພືດ ແລະ ກໍາຈັດສັດຕູພືດ ດ້ວຍການບໍລິການສຸຂະນາໄມພຶດທີ່ຈະສົ່ງອອກໄປ ສປ ຈີນ ແລະ ການອໍານວຍຄວາມສະດວກທາງດ້ານການຂົນສົ່ງສິນຄ້າພືດກະສິກຳນຳເຂົ້າ-ສົ່ງອອກ ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ຢູ່ແຂວງ ບໍ່ແກ້ວ ໃຫ້ສະດວກ, ວ່ອງໄວ ແລະ ມີຄວາມປອດໄພ, ວຽກງານ ການລົງທຶນ ພັດທະນາໂຄງການ ໃນໄລຍະຜ່ານມາ ບໍລິສັດ ມັງກອນການຄ້າ ຂາອອກ -ຂາເຂົ້າຈໍາກັດຜູ້ດຽວ ໄດ້ສ້າງຕັ້ງສະມາຄົມລົດຂົນສົ່ງສິນຄ້າຂະໜາດນ້ອຍ ແລະ ລົດຂົນສົ່ງສິນຄ້າຂະໜາດໃຫຍ່ຂອງຊາວຈີນ ໄດ້ສ້າງຕັ້ງຂຶ້ນໃນເດືອນ ເມສາ 2024 ເພື່ອດໍາເນີນກິດຈະການ ທາງດ້ານການຄ້າພືດກະສິກຳໃນການນຳເຂົ້າ-ສົ່ງອອກ ສິນຄ້າ; ໄດ້ສ້າງອາຄານໜຶ່ງຫຼັງ, ສາງເກັບມ້ຽນ ແລະ ຄ່ຽນຖ່າຍສິນຄ້າ 1 ຫຼັງ, ຫໍພັກ 1 ຫຼັງ, ລ້ານຈອດລົດບັນທຸກສິນຄ້າ,ຫ້ອງການຊິງຊັ່ງນໍ້າໜັກມີ 1 ຈຸດ ແລະ ອື່ນໆ. ມູນຄ່າໃນການລົງທຶນຂອງໂຄງການ ປະມານ 1 ລ້ານໂດລາສາຫະລັດ.

(ຂ່າວ: ເງິນຫຼົງ ຈິດພູວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ